ການຈັດສັນວັກຊີນກັນພະຍາດ ໂຄວິດ-19 ຄັ້ງນີ້ ເປັນຊຸດທີ່ສອງ ໃນຈຳນວນທັງໝົດສອງຊຸດຂອງ ການຂົນສົ່ງ ຊຶ່ງປະກອບມີທັງ ໝົດປະມານ 1.7 ລ້ານໂດສ ຈາກ ລັດຖະບານສະຫະລັດອາເມລິກາ ໃຫ້ແກ່ ສປປ ລາວ ຜ່ານໂຄງການ COVAX Facility.
ໃນວັນທີ 24 ມັງກອນ 2022 ສປປ ລາວ ໄດ້ຮັບວັກ ຊີນ Pfizer BioNTech COVID-19 ຊຸດໃໝ່ ເຊິ່ງເປັນການຊ່ວຍເຫຼືອຈາກລັດ ຖະບານສະຫະລັດອາເມລິກາຜ່ານ ໂຄງການ COVAX Facility, ໂຄງການCOVAX ແມ່ນການຮ່ວມ ມືກັນລະຫວ່າງ ອົງການທີ່ເປັນພັນ ທະມິດດ້ານວັກຊີນ ກໍຄື ອົງການ ກາວີ (Gavi), ອົງການພັນທະ ມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການ ອຸຍນິ ເຊັບ ເປັນຄູ່ຮ່ວມງານສຳຄັນໃນ ການຈັດສົ່ງ.
ການຂົນສົ່ງຄັ້ງນີ້ປະກອບດ້ວຍ ວັກຊີນ Pfizer BioNTech ຈຳ ນວນ 899.730 ໂດສ ຊຶ່ງເປັນຄັ້ງທີ 2 ໃນຈຳນວນການຊ່ວຍເຫຼືອ ທັງໝົດສອງຄັ້ງຈາກລັດຖະບານ ສະຫະລັດອາເມລິກາ ໃຫ້ແກ່ ສປປ ລາວ ໃນເດືອນນີ້.
ການຂົນສົ່ງຄັ້ງທຳອິດມີຈຳ ນວນ 799.110 ໂດສ ໄດ້ມາຮອດ ສປປ ລາວ ໃນວັນທີ 2 ມັງກອນ 2022. ລວມຍອດການຈັດສົ່ງທັງ ໝົດໃນປີນີ້ແມ່ນ 1.698.840 ໂດສ.
ທ່ານ ດຣ ບຸນແຝງ ພູມມະ ໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ໃຫ້ກຽດ ຕ້ອນຮັບວັກຊິນ ດັ່ງກ່າວ ທີ່ສະໜາມບິນສາກົນວັດໄຕ ຮ່ວມກັບ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ທ່ານ ໄມໂຄ ຮອນນີ້ງ ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ ທ່ານນາງ ບີອາເຕ້ ດັສເທວ ຮັກສາການຜູ້ຕາງໜ້າອົງ ການອຸຍນິເຊັບ ປະຈຳ ສປປ ລາວ, ແລະ ທ່ານ ດຣ. ຢູ ລີ ປາກ ຮັກສາການຫ້ອງການ ອົງການອະ ນາ ໄມໂລກ ປະຈຳ ສປປ ລາວ.
ພິທີມອບ-ຮັບ ການຊ່ວຍເຫຼືອ ວັກຊີນ Pfizer BioNTech ຂອງທັງສອງຄັ້ງ ຢ່າງເປັນທາງ ການລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສະຫະລັດອາເມລິກາ ຈະໄດ້ຂື້ນວັນທີ 26 ມັງກອນ 2022 ທີ່ກະຊວງສາທາລະນະສຸກ.

ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນສືບ ເນື່ອງມາຈາກການຊ່ວຍເຫຼືອວັກ ຊີນ Johnson & Johnson ຈໍານວນໜຶ່ງລ້ານໂດສ ທີ່ ລັດຖະ ບານສະຫະລັດອາເມລິກາໄດ້ມອບໃຫ້ແກ່ ສປປ ລາວ ໃນເດືອນ ກໍລະກົດ 2021 ທີ່ຜ່ານມາ ຊຶ່ງຈະຊ່ວຍປົກປ້ອງຊີວິດຂອງ ປະຊາຊົນທີ່ອາໃສຢູ່ໃນ ສປປ ລາວ ໃນຂະນະທີ່ປ້ອງກັນບໍ່ໃຫ້ເຊື້ອພະຍາດສາຍພັນໃໝ່ທີ່ເປັນອັນຕະລາຍ ແຜ່ລາມ.

ວັກຊີນ Pfizer BioNTech ທີ່ສະໜອງໃຫ້ໂດຍລັດຖະບານສະຫະລັດອາເມລິກາ ແມ່ນຈະສຸມ ໃສ່ສະໜອງໃຫ້ແກ່ກຸ່ມທີ່ເປັນບຸລິ ມະສິດ ອີງຕາມແຜນແຫ່ງຊາດ ສໍາລັບການສັກວັກຊີນກັນພະຍາດ ໂຄວິດ-19.

ກຸ່ມບຸລິມະສິດລວມມີໄວໜຸ່ມ ອາຍຸ 12 ຫາ 17 ປີ ແລະ ກຸ່ມບຸ ລິມະສິດອື່ນໆ ກໍຄື ຜູ້ທີ່ມີ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະ ຈໍາຕົວ, ແລະ ແມ່ຍິງຖືພາ ວັກຊີນ Pfizer BioNTech ໄດ້ຖືກທົບ ທວນດ້ານຄວາມປອດໄພ ແລະ ປະສິດທິພາບໂດຍອົງການອະນາ ໄມໂລກ ແລະ ຖືເປັນວັກຊີນ COVID-19 ຊະນິດທໍາອິດ ທີ່ ອົງການອະນາໄມໂລກ ແນະນໍາ ສໍາລັບການນໍາໃຊ້ໃນບຸກຄົນທີ່ມີ ອາຍຸ 12 ປີຂຶ້ນໄປ.

ການປະກອບສ່ວນຂອງລັດ ຖະບານສະຫະລັດອາເມລິກາໃນ ຄັ້ງນີ້ ຈະຊ່ວຍສະໜັບສະໜູນ ຄວາມພະຍາຍາມຂອງ ສປປ ລາວ ໄປສູ່ເປົ້າໝາຍການສັກວັກຊີນໃຫ້ ໄດ້ 80 ເປີເຊັນຂອງປະຊາກອນ ພາຍໃນທ້າຍປີ 2022 ແລະ ຈະປະ ກອບສ່ວນເຂົ້າໃນພາລະກິດຂອງ ໂຄງການ COVAX Facility ໃນການຮັບປະກັນການເຂົ້າເຖິງ ວັກຊີນ COVID-19 ໃນທົ່ວ ໂລກຢ່າງເທົ່າທຽມກັນ ລະຫວ່າງ ທີ່ມີການລະບາດຂອງພະຍາດ.
