ກອງປະຊຸມຮ່ວມກັບບັນດາສະໂມສອນໃນການແຂ່ງຂັນບານເຕະ ລາວລີກ 1 ປະຈຳປີ 2020 ຈັດຂຶ້ນວັນທີ 8 ພຶດສະພາ 2020 ຢູ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໂດຍເປັນປະທານຂອງທ່ານນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ມີຕາງໜ້າພະແນກຈັດການແຂ່ງຂັນ ສຕລ ແລະ ຕົວແທນຈາກສະໂມສອນລາວໂຕໂຢຕ້າ ເອັຟຊີ ສະໂມສອນມາສເຕີ 7 ເອັຟຊີ ສະໂມສອນຊ້າງນ້ອຍ ເອັຟຊີ ສະໂມສອນເອສຣາ ເອັຟຊີ ສະໂມສອນກະຊວງປ້ອງກັນຄວາມສະຫງົບ (ປກສ) ເອັຟຊີ ແລະ ສະໂມສອນວຽງຈັນ ເອັຟທີ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ເປີດໃຫ້ສະໂມສອນສະເໜີບັນຫາ ແລະ ຄວາມຫຍຸ້ງຍາກ ທີ່ສະໂມສອນກຳ ລັງປະສົບໃນໄລຍະທີ່ມີການແຜ່ລະບາດຂອງພະຍາດ COVID-19 ຕໍ່ ສຕລ ພ້ອມທັງແລກປ່ຽນຄຳເຫັນຕໍ່ການກຳນົດທິດທາງການແຂ່ງຂັນ ລາວລີກ 1 ປະຈຳປີ 2020 ຄື: ສຕລ ສະເໜີການຊ່ວຍ ເຫຼືອເບື້ອງຕົ້ນໃນກໍລະນີທີ່ສາມາດຈັດການແຂ່ງຂັນໄດ້ໃນປີນີ້ ດ້ວຍການຮັບຜິດຊອບຄ່າໃຊ້ຈ່າຍຂອງການນຳໃຊ້ສະໜາມ ແລະ ອົງປະກອບຈັດການແຂ່ງຂັນໃນວັນແຂ່ງຂັນທັງໝົດໃຫ້ສະໂມສອນ ເພື່ອຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງສະໂມສອນໃນການເຂົ້າຮ່ວມແຂ່ງຂັນ ນອກນີ້ ສຕລ ຈະຄົ້ນຄວ້ານະໂຍ ບາຍ/ຊ່ວຍເຫຼືອສະໂມສອນເພີ່ມເຕີມຕາມຄວາມເໝາະສົມ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ຕໍ່ບັນດາສະໂມສອນໃນການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2020.
ນອກນີ້ຍັງເປັນເອກະພາບກຳນົດທິດທາງການແຂ່ງຂັນ ໂດຍອີງໃສ່ແຈ້ງການຂອງລັດຖະບານເປັນຫຼັກ ຄື: ຖ້າລັດຖະບານອະນຸມັດໃຫ້ມີການເຄື່ອນໄຫວວຽກການກີລາພາຍໃນການປະເມີນຄັ້ງຕໍ່ໄປຂອງລັດຖະບານນັ້ນ ການແຂ່ງຂັນຈະສາມາດເລີ່ມຂຶ້ນລະຫວ່າງເດືອນກໍລະກົດ-ສິງຫາ 2020 ພ້ອມກັນນີ້ ສຕລ ຈະຄົ້ນຄວ້ານະໂຍບາຍຊົດເຊີຍໃຫ້ບັນດາສະໂມສອນຕາມຄວາມເໝາະສົມ ໃນກໍລະນີບໍ່ສາມາດຈັດການແຂ່ງຂັນໄດ້ໃນປີນີ້.