ຍ້ອນການເໜັງຕີງຂອງເງິນ ເຮັດໃຫ້ສິນຄ້າຈໍານວນໜຶ່ງເພີ່ມສູງຂຶ້ນ

    ທ່ານ ວຽງຄໍາ ລໍວັນໄຊ ຫົວໜ້າຈັດສັນຕະຫຼາດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 22 ມັງກອນ 2022 ວ່າ: ຕະຫຼາດໂນນຄໍ້ ເປັນຕະຫຼາດທີ່ຈໍາໜ່າຍເຄື່ອງອຸປະໂພກ-ບໍລິໂພກໃນລາຄາຂາຍຍົກ ແລະ ຂາຍຍ່ອຍ ເຊິ່ງໃນແຕ່ລະມື້ ມີພໍ່ແມ່ປະຊາຊົນມາຈັບຈ່າຍຊື້ອາຫານການກິນ ແລະ ເຄື່ອງໃຊ້ໃນຊີວິດປະຈໍາວັນເປັນຈໍານວນຫຼວງຫຼາຍ ນັບແຕ່ເດືອນມັງກອນເປັນຕົ້ນມາ ເຫັນວ່າລາຄາສິນຄ້າພາຍໃນຕະຫຼາດບາງຈໍານວນໄດ້ມີລາຄາເພີ່ມຂຶ້ນ ໂດຍສະເພາະ ລາຄາຊີ້ນໝູ ຈາກເມື່ອກ່ອນຊີ້ນໝູປະເພດ 1 ລາຄາ 45 ພັນກີບຕໍ່ກິໂລ ປັດຈຸບັນ ມາເປັນ 48 ພັນກີບຕໍ່ກິໂລ ຊີ້ນງົວ-ຄວາຍປະເພດໜຶ່ງ ເມື່ອກ່ອນ 75-80 ພັນກີບຕໍ່ກິໂລ ມາເປັນ 85 ພັນຕໍ່ກິໂລ ແລະ ປານິນກະຊັງ ຈາກເມື່ອກ່ອນ 18-20 ພັນກີບຕໍ່ກິໂລ ມາເປັນ 22 ພັນກີບຕໍ່ກິໂລ ຕໍ່ກັບສະພາບການດັ່ງກ່າວ ສະເໜີໃຫ້ຂັ້ນເທິງ ກໍຄືຂະແໜງ ການກ່ຽວຂ້ອງ ຈັດກອງປະຊຸມປຶກສາຫາລືກັນລະຫວ່າງພາກລັດ ແລະ ຜູ້ປະກອບການ ພ້ອມນັ້ນ ກໍໃຫ້ເອົາຕາງໜ້າຊາວຄ້າຂາຍເຂົ້າຮ່ວມປະຊຸມ ເພື່ອເປັນການແລກປ່ຽນຄໍາຄິດເຫັນ ພ້ອມກັນຊອກຫາວິທີທາງແກ້ໄຂເພື່ອປັບລາຄາສິນຄ້າໃຫ້ຖືກລົງ ແລະ ບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ແລະ ອື່ນໆ.

    ຂະນະດຽວກັນ ແມ່ຕຸ້ຍ ຊາມຸນຕີ ຂາຍຊີ້ນໜູຢູ່ຕະຫຼາດໂນນຄໍ້ ໃຫ້ຮູ້ວ່າ: ຕົນໄດ້ປະກອບອາຊີບຂາຍຊີ້ນໝູມາໄດ້ຫຼາຍປີ ເຊິ່ງໝູທີ່ຕົນຂາຍແມ່ນນໍາມາຈາກບໍລິສັດຊີພີລາວ ເມື່ອກ່ອນ ບໍລິສັດໄດ້ຈັດສົ່ງໃຫ້ 27-34 ພັນກີບຕໍ່ກິໂລ ປັດຈຸບັນ ສົ່ງໃນລາຄາ 30-38 ພັນຕໍ່ກິໂລ ດັ່ງນັ້ນ ຕົນຈຶ່ງຂາຍໝູປະເພດໜຶ່ງ ກິໂລ 48 ພັນກີບ ເຊິ່ງເຫັນວ່າເປັນລາຄາທີ່ສູງຂຶ້ນ ແລະ ຂາຍບໍ່ໄດ້ດີເທົ່າທີ່ຄວນ ຈາກເມື່ອກ່ອນ ຂາຍໝູມື້ໜຶ່ງ ປະມານ 10-18 ໂຕຕໍ່ມື້ ປັດຈຸບັນ ຂາຍພຽງແຕ່ 7-8 ໂຕຕໍ່ມື້ ຫຼຸດລົງປະມານ 10% ສະເໜີໃຫ້ພາກສ່ວນກ່ຽວຂ້ອງຄວບຄຸມ ແລະ ພິຈາລະາຄືນໃໝ່ ເພື່ອເຮັດໃຫ້ຜູ້ທີ່ຂາຍ ແລະ ຜູ້ທີ່ບໍລິໂພກສາມາດຢູ່ນໍາກັນໄດ້.

    ນາງ ຖາວອນ ທໍາມະວົງສາ ແມ່ຄ້າຂາຍຊີ້ນງົວ-ຄວາຍ ໃຫ້ຮູ້ຕື່ມອີກວ່າ: ການຄ້າ-ຂາຍປັດຈຸບັນ ພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າລາຄາຊີ້ນງົວ-ຄວາຍ ໄດ້ເພີ່ມຂຶ້ນແຕ່ປີໃໝ່ສາກົນເປັນຕົ້ນມາ ເຊິ່ງຕົນຂາຍຊີ້ນງົວ-ຄວາຍປະເພດ 1 ກິໂລ 85 ພັນກີບຕໍ່ກິໂລ ລູກຄ້າທີ່ມາຊື້ ຕ່າງກໍຕົກໃຈ ໂດຍໃນນາມສ່ວນຕົວສາເຫດທີ່ລາຄາຊີ້ນສູງຂຶ້ນ ຍ້ອນສະພາບການເໜັງຕີງຂອງເງິນ ແລະ ສ່ວນໃຫຍ່ ບ້ານເຮົາມີແຕ່ຜະລິດຕະພັນນໍາເຂົ້າ.

    ທ່ານ ນາງ ລັດ ແມ່ຄ້າຂາຍປານິນກະຊັງ ໃຫ້ຮູ້ວ່າ: ເມື່ອກ່ອນ ປານິນກະຊັງຂາຍ 18-20 ພັນກີບຕໍ່ກິໂລ ປັດຈຸບັນ ເພີ່ມມາເປັນກິໂລ 22 ພັນກີບ ໂດຍມີສາເຫດວ່າ ການທີ່ປາເພີ່ມຂຶ້ນ ຍ້ອນຫົວອາຫານທີ່ມາເກືອປາແມ່ນນໍາເຂົ້າຈາກຕ່າງປະເທດ ບວກກັບສະພາບການເໜັງຕີງຂອງອັດຕາແລກປ່ຽນໃນແຕ່ລະມື້ ເຮັດໃຫ້ລາຄາຫົວອາຫານເພີ່ມສູງຂຶ້ນ ສະນັ້ນ ສະເໜີໃຫ້ມີການຄຸ້ມຄອງຢ່າງເປັນລະບົບ.

        # ຂ່າວ & ພາບ : ຂັນທະວີ

error: Content is protected !!