ຮ່ວມມືຍຸດທະສາດທາງທຸລະກິດການໃຫ້ບໍລິການສື່ສານໂທລະຄົມມະນາຄົມ

    ພີທີລົງນາມສັນຍາການຮ່ວມມືຍຸດທະສາດທາງທຸລະກິດການໃຫ້ບໍລິການສື່ສານໂທລະຄົມມະນາຄົມ     ຈັດຂຶ້ນວັນທີ  24 ມັງກອນ 2022 ຢູ່ສຳນັກງານໃຫຍ່ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ລະ ຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ວະລົງ ຕັງປະພຶດກຸນ ຜູ້ອຳນວຍການບໍລິສັດ ອໍາມະຕະ ຊິຕີ້ ລາວ ຈໍາກັດຜູ້ດຽວ ໂດຍມີທ່ານ ປອ ສັນຕິສຸກ ສີມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ສົມດີ ດວງດີ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາໂຄງການ AMATA Smart & Eco-City La​o ພ້ອມດ້ວຍຄະນະຜູ້ບໍລິຫານທັງສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ລາວ ໂທລະຄົມ ໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນຈາກ ອໍາມະຕະ ຊິຕີ້ ລາວ ໃນການຮ່ວມມືຍຸດທະສາດທາງທຸລະກິດ ເພື່ອຮ່ວມລົງທຶນ ແລະ ໃຫ້ບໍລິການດ້ານວຽກງານໂຄງລ່າງພື້ນຖານໂທ ລະຄົມມະນາຄົມ ໃນພື້ນທີ່ໂຄງການດັ່ງກ່າວ ເປັນຕົ້ນການສະໜອງບໍລິການໂທລະສັບມືຖື ແລະ ການບໍລິ ການອິນເຕີເນັດທັງໃນຮູບແບບມີສາຍ (Fixed Broadband) ແລະ ບໍ່ມີສາຍ (Mobile Broadband) ເຊັ່ນ: 3G 4G 5G Internet ຄວາມໄວສູງ ພາຍໃນປະເທດ ແລະ ລະຫວ່າງປະເທດ ລວມເຖິງການສະໜອງ Technology Digital IOT Cloud AI Enterprise Solutions ຕ່າງໆ ເພື່ອຮອງຮັບຫົວ ໜ່ວຍທຸລະກິດທີ່ມາລົງທຶນໃນເຂດໂຄງການ Amata Smart and Eco City ນອກນີ້ ລາວໂທລະຄົມ ຈະເປັນຜູ້ສະໜອງ ດູແລ ບໍາລຸງຮັກສາ ແລະ ໃຫ້ເຊົ່າໂຄງສ້າງພື້ນຖານໂທລະຄົມມະນາຄົມ ໃນຂອບເຂດພື້ນທີ່ໂຄງການດັ່ງກ່າວ ອີກດ້ວຍ.

    ບໍລິສັດ ອໍາມະຕະ ຊິຕີ້ ລາວ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດສໍາປະທານການລົງທຶນໃນໂຄງການພັດ ທະນາເມືອງທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຢູ່ບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຈາກລັດຖະບານ ສປປ ລາວ ເພື່ອລົງທຶນສ້າງເປັນເຂດອຸດສາຫະກຳສະອາດ ເປັນມິດຕໍ່ສິ່ງແວດ ລ້ອມ ໂດຍມີເນື້ອທີ່ດິນສໍາປະທານ 410 ເຮັກຕາ ອາຍຸສຳປະທານ 50 ປີ ມູນຄ່າການລົງທຶນ 70 ລ້ານໂດລາສະຫະລັດ ເຊິ່ງເປັນ​ໂຄງການລົງທຶນຂະໜາດໃຫຍ່ ​ອີກໂຄງການໜຶ່ງໃນ ສປປ ລາວ ໂຄງການນີ້ຈະສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ ກໍຄືແຂວງຫຼວງນໍ້າທາ ແລະ ແຂວງໃກ້ຄຽງໂດຍໝູນໃຊ້ທ່າແຮງດ້ານຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ທີ່ຕັ້ງທາງພູມມີສາດອັນເໝາະສົມຂອງ ສປປ ລາວ ໃນການເຊື່ອມຈອດດ້ານຄົມນະນາຄົມຂົນສົ່ງກັບບັນດາປະເທດພາກພື້ນ ແລະ ສາກົນ ໂດຍສະເພາະການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາພັດທະນາໂຄງການຕ່າງໆຕາມ ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ແລວທາງເສດຖະກິດເໜືອ-ໃຕ້ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ຂະຫຍາຍຕົວ ແລະ ຈະເລີນເຕີບໂຕຢ່າງໝັ້ນຍືນ.

    ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເປັນບໍລິສັດຊັ້ນນໍາດ້ານການໃຫ້ບໍລິການສື່ສານໂທລະຄົມມະນາຄົມ ໃນ ສປປ ລາວ ມາເປັນເວລາ 25 ປີ ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າທັງພາກລັດ ແລະ ເອກະຊົນ ລວມເຖິງໄດ້ເຂົ້າໄປເປັນຄູ່ຮ່ວມທຸລະກິດໃນການໃຫ້ບໍລິການສື່ສານໂທລະຄົມມະນະຄົມ ໃນໂຄງການລົງທຶນຂະຫນາດໃຫຍ່ໃນເຂດເສດຖະກິດພິເສດທົ່ວ ສປປ ລາວ ການຮ່ວມມືຍຸດທະສາດທາງທຸລະກິດຂອງສອງອົງກອນຄັ້ງນີ້ ຈະຊ່ວຍຂັບເຄື່ອນໃຫ້ເກີດວຽກງານການພັດທະນາເສດຖະກິດ ແລະ ສັງ ຄົມໃນພື້ນທີ່ໃຫ້ເກີດໝາກຜົນ ແລະ ມີຄວາມໝັ້ນຍືນ ຕາມແຜນພັດທະນາເສດຖະກິດ-ສັງຄົມ ທີ່ລັດຖະ ບານ ສປປ ລາວ ວາງອອກ.

error: Content is protected !!