ບັນຍາກາດການທ່ອງທ່ຽວໃນ ນວ ເລີ່ມດີຂຶ້ນດ້ວຍນັກທ່ອງທ່ຽວພາຍໃນ

    ປັດຈຸບັນ ສະພາບການທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນເລີ່ມມີບັນຍາກາດຄຶກຄື້ນ ເຖິງແມ່ນວ່ານັກທ່ອງທ່ຽວຕ່າງປະເທດຍັງບໍ່ທັນເຂົ້າມາຫຼາຍກໍຕາມ ແຕ່ນັກທ່ອງທ່ຽວພາຍໃນກໍໄດ້ໄປມາຫາສູ່ເຊິ່ງກັນ ແລະ ກັນຫຼາຍຂຶ້ນ ໂດຍສະເພາະ ການເດີນທາງດ້ວຍເສັ້ນທາງລົດໄຟລາວ-ຈີນ.

     ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໃຫ້ສຳພາດບໍ່ດົນມານີ້ວ່າ  ພາຍຫຼັງລັດຖະບານໄດ້ມີມາດຕະການຜ່ອນຜັນມາດຕະການປ້ອງກັນໂຄວິດ-19 ໂດຍປະກາດເປີດຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວໃນ ສປປ ລາວ ໃນຕົ້ນເດືອນມັງກອນ 2022 ໂດຍໄດ້ກຳນົດເຂດທ່ອງທ່ຽວສີຂຽວ ໃນນັ້ນ ນວ ໄດ້ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ 3 ກຸ່ມ ເຊິ່ງເປັນນັກທ່ອງທ່ຽວຈາກປະເທດ ສ ເກົາຫຼີ ທີ່ເຂົ້າມາໃນລາຍການກີລາຕີກ໊ອຟ ເຊິ່ງເປັນກຸ່ມທຳອິດຂອງ ນວ ແລະ ຍັງມີນັກທ່ອງທ່ຽວຈຳນວນໜຶ່ງທີ່ເຂົ້າມາ ນອກຈາກນີ້ກໍມີນັກທ່ອງທ່ຽວພາຍໃນທີ່ເດີນທາງມາຈາກບັນດາແຂວງຕ່າງໆ ໂດຍໄດ້ມີການໄປມາຫາສູ່ກັນດ້ວຍເສັ້ນທາງລົດໄຟລາວ-ຈີນ ທີ່ສະດວກສະບາຍ ສະນັ້ນ ບັນຍາກາດການທ່ອງທ່ຽວຢູ່ໃນ ນວ ເລີ່ມດີຂຶ້ນເປັນກ້າວໆ. ສຳລັບສະຖານທີ່ທ່ອງທ່ຽວທີ່ກຳນົດໃນເສັ້ນທາງທ່ອງທ່ຽວສີຂຽວໄລຍະທຳອິດມີຄື ພະທາດຫຼວງ ຫໍພະແກ້ວ ວັດສີສະເກດ ວັດສີເມືອງ ສວນວັດທະນະທຳຊຽງຄວນ ພິພິທະພັນໄມ້ແກະສະຫຼັກ ສວນພຶກສາ ນໍ້າປຽນຢໍລະປາ ຮ້ານຄ້າປອດພາສີຢູ່ດ່ານຂົວມິດຕະພາບລາວ-ໄທ ບັນດາສະຖານທີ່ທ່ອງທ່ຽວເຫຼົານີ້ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດສາມາເຂົ້າໄປທ່ຽວຊົມໄດ້ ພ້ອມກັນນັ້ນ ສະຖານທີ່ທ່ອງທ່ຽວດັ່ງກ່າວກໍຈະໄດ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ແລະ ມາດຕະຖານຂອງລາວເຊຟ ທີ່ກຳນົດໄວ້ໃນການປ້ອງກັນພະຍາດໂຄວິດ-19 ໂດຍສະເພາະມາດຕະຖານສຳລັບແຫຼ່ງທ່ອງທ່ຽວເພື່ອເນັ້ນໃສ່ວຽກງານສຸຂານາໄມ ຄວາມປອດໄພໃນວຽກງານທ່ອງທ່ຽວ ເຊິ່ງເປັນມາດຕະຖານສຳຄັນທີ່ນຳໃຊ້ຢູ່ໃນເຂດທ່ອງທ່ຽວສີຂຽວ ສຳລັບນັກທ່ອງທ່ຽວຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວ ນວ ຕ້ອງເຂົ້າມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ທັງນີ້ກໍເພື່ອຄວາມປອດໄພຂອງນັກທ່ອງທ່ຽວ ໂດຍຈະໄດ້ຮັບການບໍລິການຢ່າງຄົບຊຸດຈາກບໍລິສັດທ່ອງທ່ຽວ.

    ໂອກາດນີ້ ຮຽກຮ້ອງມາຍັງຜູ້ທີ່ມີສ່ວນຮ່ວມໃນວຽກງານທ່ອງທ່ຽວ ໂດຍສະເພາະ ບໍລິສັດທ່ອງທ່ຽວຕ້ອງໄດ້ເອົາໃຈໃສ່ໃນການຕ້ອນຮັບນັກທ່ອງທ່ຽ ວຕ້ອງໄດ້ປະຕິບັດຕາມມາດຕະຖານຂອງລາວເຊຟ ພ້ອມກັນນັ້ນ ກໍຕ້ອງມີການປັບປຸງທຸລະກິດຂອງຕົນໃນບາງດ້ານເຊັ່ນ ການບໍລິການ ມາດຕະຖານຄວາມສະອາດປອດໄພ ມາດຕະຖານອາຫານ ແລະ ເຄື່ອງດື່ມ ສະຖານທີ່ພັກແຮມ ມາດຕະຖານແຫຼ່ງທ່ອງທ່ຽວ ມາດຕະຖານພະນັກງານນຳທ່ຽວ ແລະ ພະນັກງານຂັບລົດ ເຊິ່ງເປັນພື້ນຖານໃຫ້ແກ່ຜູ້ປະກອບການທຸລະກິດການທ່ອງທ່ຽວທີ່ຈະໄດ້ພ້ອມກັນປັບປຸງຕາມແບບແຜນ ແລະ ວິທີໃໝ່ໃນການຕ້ອນຮັບນັກທ່ອງທ່ຽວ ນອກຈາກນັ້ນ ບັນດາສະຖານທີ່ທ່ອງທ່ຽວຕ່າງໆ ກໍຕ້ອງໄດ້ປັບປຸງ ກະກຽມວຽກງານປິ່ນອ້ອມໃຫ້ໄດ້ມາດມາດຕະຖານທີ່ໄດ້ກຳນົດໄວ້ ເພື່ອເຂົ້າຮ່ວມໃນສະຖານທີ່ເສັ້ນທາງທ່ອງທ່ຽວສີຂຽວໃນໄລຍະຕໍ່ໄປ ແລະ ຄາດວ່າພາຍໃນປີນີ້ ຈະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຊົມ ນວ ປະມານ 3 ແສນເທື່ອຄົນ ເຊິ່ງເປັນຕົວເລກທີ່ບໍ່ສູງ ເນື່ອງຈາກວ່າສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດໃນທົ່ວໂລກຍັງສູງ ເຮັດໃຫ້ການເດີນທາງເຂົ້າມາມີຄວາມຫຍຸ້ງຍາກ.

        # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!