ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນເມືອງໜຶ່ງທີ່ໄດ້ຂຸ້ນຂ້ຽວອອກແຈ້ງການໃຫ້ ອຳນາດການປົກຄອງບ້ານ ກຸ່ມບ້ານ ຜັນຂະຫຍາຍນະໂຍບາຍຂອງລັດຖະບານ ກໍຄືນະຄອນຫຼວງວຽງຈັນປູກໄມ້ໃຫ້ໄດ້ 2 ຕົ້ນ/ຄົນ/ຕໍ່ປີ ແລະ ປູກໄມ້ປົກຫຸ້ມສຳນັກງານອົງການໃຫ້ໄດ້ 25% ລົງໃຫ້ປະຊາຊົນ ຫົວໜ່ວຍລະກິດ ແລະ ສຳນັກງານອົງການ ເອົາໃຈໃສ່ປະກອບສ່ວນປູກໄມ້ເພີ່ມປ່າປົກຫຸ້ມ.

ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາຊາຍທອງໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ເມືອງນາຊາຍທອງຂອງພວກເຮົາໄດ້ກະກຽມຈັດເນື້ອທີ່ປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດທີ່ໃກ້ຈະມາເຖິງນີ້ ໂດຍໄດ້ວາງແຜນປູກໄມ້ໃນເນື້ອທີ 2 ເຮັກຕາຢູ່ພາຍໃນສວນພຶກສາ ຄາດວ່າຈະນຳໃຊ້ເບ້ຍໄມ້ຈຳນວນ 1.900 ເບ້ຍ ປະກອບມີ: ໄມ້ດູ່ ໄມ້ແຕ້ຂ່າ ໄມ້ຂະຍຸງ ໄມ້ປ່ອງ ຕົ້ນອ່ຽນດອນ ສະໝຸນໄພ ຕົ້ນປາມ ແລະ ອື່ນໆ ນອກຈາກນັ້ນ ກໍໄດ້ວາງແຜນປູກຢູ່ໂຮງຮຽນປະຖົມນາຄູນ ແລະ ປະຖົມນາຍາງ ເນື້ອທີ່ປູກໂຮງຮຽນລະ 0,5 ເຮັກຕາ ປູກໂຮງຮຽນລະ 500 ຕົ້ນ ສ່ວນມັດທະຍົມອີ່ໄລ ແລະ ມັດທະຍົມຕອນປາຍໂພນທອງ ເນື້ອທີ່ປູກໂຮງຮຽນລະ 1 ເຮັກຕາ ປູກ 100 ຕົ້ນ.

# ຂ່າວ & ພາບ : ເພັດສະໝອນ