ຄະນະພັກຮາກຖານ ພະແນກ ກປ ນວ ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

    ກອງປະຊຸມດໍາເນີນຊີວິດການເມືອງ ຂອງຄະນະພັກຮາກຖານ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ກປ ນວ) ຈັດຂຶ້ນໃນວັນທີ 21 ມັງກອນ 2022 ຢູ່ພະແນກດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊໍົນນະຄອນຫຼວງວຽງຈັນ ມີສະຫາຍ ຫຼ້າສາຍ ນວນທາສິງ ເລຂາຄະນະພັກຮາກຖານ ພະແນກ ກປ ນວ ພ້ອມດ້ວຍສະຫາຍຮອງເລຂາຄະນະພັກຮາກຖານ ແລະ ສະມາຊິກພັກ ເຂົ້າຮ່ວມ.

    ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງວຽກງານຊີ້ນໍາ-ນໍາພາຮອບດ້ານຂອງຄະນະພັກຮາກຖານ ພະແນກ ກປ ນວ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຜ່ານບົດສໍາຫຼວດການນໍາພາຂອງຄະນະພັກຮາກຖານ ພະແນກ ກປ ນວ ຜ່ານໃບສໍາຫຼວດເລຂາຄະນະພັກຮາກຖານ ແລະ ຜ່ານໃບສໍາຫຼວດຂອງຄະນະປະຈໍາພັກ.

    ໂອກາດນີ້ ສະຫາຍ ອານຸພາບ ຕຸນາລົມ ກ່າວວ່າ: ຜ່ານການຮັບຟັງລາຍງານບົດສະຫຼຸບ ການຈັດຕັ້ງວຽກງານຊີ້ນໍາ-ນໍາພາຮອບດ້ານ ຂອງຄະນະພັກຮາກຖານພະແນກ ກປ ນວ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ການປະກອບຄໍາເຫັນຂອງບັນດາສະຫາຍ ເຫັນວ່າໃນໄລຍະຜ່ານມາ ການນໍາພາຂອງຄະນະພັກຮາກຖານ ພະແນກ ກປ ນວ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກຮາກຖານ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງ ນວ ກອງປະຊຸມຂອງພວກສະຫາຍສຸດທີ່ມີຄວາມໝາຍຄວາມສໍາຄັນ ມັນເປັນການສະຫຼຸບຕີລາຄາຮອບດ້ານຜົນງານການຊີ້ນໍາ-ນໍາພາ ຂອງຄະນະພັກຮາກຖານພະແນກຂອງພວກສະຫາຍໃນໄລຍະໜຶ່ງປີຜ່ານມາ ກອງປະຊຸມໄດ້ຊອກໃຫ້ເຫັນບັນດາມາດຕະການ ວິທີການຈັດຕັ້ງປະຕິບັດຕົວຈິງທາງດ້ານຕັ້ງຫນ້າ ແລະ ດ້ານອ່ອນ ຂໍ້ຄົງຄ້າງ ຂອງການນໍາພາແຕ່ລະດ້ານ ຈາກນັ້ນ ພວກສະຫາຍກໍໄດ້ກໍານົດທິດທາງແຜນການ ມາດຕະການ ວິທີຈັດຕັ້ງປະຕິບັດ ແລະ ວິທີການແກ້ໄຂບັນດາຂໍ້ຄົງຄ້າງໃນໄລຍະຜ່ານມາ ເພື່ອໃຫ້ຮາກຖານພັກພວກສະຫາຍກ້າວຂຶ້ນໄດ້ຮັບໄຊຊະນະໃໝ່ໃຫຍ່ກ່ວາເກົ່າ ຂ້າພະເຈົ້າຂໍຕີລາຄາສູງຕໍ່ໝາກຜົນແຫ່ງການຊີ້ນໍາ-ນໍາພາ ແລະ ຈິດໃຈບຸກບືນສູ້ຊົນຂອງບັນດາສະຫາຍຄະນະພັກຮາກຖານ ໜ່ວຍພັກ ອົງການຈັດຕັ້ງມະຫາຊົນ.

    ບົດສະຫຼຸບການຊີ້ນໍາ-ນໍາພາຮອບດ້ານ ປະຈໍາປີ 2021 ຂອງພວກສະຫາຍ ຍັງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ ເຊິ່ງເປັນໜ້າພາກພູມໃຈ ທີ່ຄະນະພັກຮາກຖານໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈໍານວນ 12 ໜ່ວຍພັກ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກຮາກຖານ ໄດ້ນໍາພາສຶກສາ-ອົບຮົມການເມືອງແນວຄິດ ເຮັດໃຫ້ສະຊິກພັກ-ພະນັກງານ  ມີຄວາມສະຫງົບໂດຍພື້ນຖານ  ມີຄວາມໜັກແໜ້ນທາງດ້ານການເມືອງ ການນໍາພາດ້ານວຽກງານເສດຖະກິດ-ສັງຄົມ ມີຄອບຄົວສ້າງເສດຖະກິດດ້ານການບໍລິການດ້ານການປູກຝັງ ການລ້ຽງສັດ-ການປະມົງ ແລະ ອື່ນໆ ດ້ານວຽກງານວິຊາສະເພາະ ສາມາດຜະລິດເຂົ້າ ພືດຜັກ ໝາກໄມ້ ຊີ້ນ ປາ ກໍສະໜອງໄດ້ໂດຍພື້ນຖານການຜະລິດກະສິກໍາ ແລະ ປ່າໄມ້ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ປະກອບສ່ວນໃຫ້ GDP ຂອງ ນວ ຂະຫຍາຍຕົວ ໂດຍສະເພາະການປະຕິບັດແຜນງານດ້ານການຄ້ໍາປະກັນສະບຽງອາຫານ ເຊັ່ນ:ການຜະລິດເຂົ້ານາປີ ສາມາດປະຕິບັດໄດ້ 99,1% ຂອງແຜນການ ພືດຜັກ ແລະ ການປູກພືດອຸດສາຫະກໍາ ແມ່ນສາມາດຈັດຕັ້ງປະຕິບັດໄດ້ລື່ນຄາດໝາຍ ຖ້າທຽບໃສ່ແຜນການທີ່ວາງໄວ້ ນອກຈາກນີ້ ກໍຍັງມີການລ້ຽງສັດ ງົວ ໝູ ໄກ່ ລ້ຽງປາ ແລະ ການນໍາພາການຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າ ເຊິ່ງໄດ້ປະຕິບັດ ຕາມ 8 ໂຄງການທີ່ວາງໄວ້. 

    ການປົກຫຸ້ມສີຂຽວໃຫ້ໄດ້ 70% ຮອດປີ 2025 ປັດຈຸບັນ ມີເນື້ອທີ່ສີຂຽວປົກຫຸ້ມ 57,7% ແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ສໍາເລັດຜົນການເກັບກໍາຂໍ້ມູນວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດໍາລັດ 348/ລບ ຜົນສໍາເລັດທີ່ພວກສະຫາຍຍາດມາໄດ້ ມີລັກສະນະຮອບດ້ານ ມັນແມ່ນໝາກຜົນຂອງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ມັນແມ່ນການປະກອບສ່ວນອັນສໍາຄັນຂອງສະມາຊິກພັກ ພະນັກງານ ເຂົ້າໃນຜົນງານລວມຂອງຊາດ ແລະ ເປັນພື້ນຖານໜັກແໜ້ນກ້າວໄປໃນຊຸມປີຕໍ່ໜ້າ.

. # ຂ່າວ – ພາບ :  ສີພອນ

error: Content is protected !!