ມື້ນີ້ ທົ່ວປະເທດມີຜູ້ເສຍຊີວິດຈາກໂຄວິດ-19 ຈຳນວນ 6 ຄົນ

    ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກ ຍັງມີທ່າອ່ຽງເພີ່ມຂື້ນຫຼາຍໃນແຕ່ລະວັນ ສະເພາະມື້ນີ້ຕົວເລກລາຍງານຜູ້ຕິດເຊື້ອໃໝ່ສູງກ່ວາ 3,9 ລ້ານຄົນ ແລະ ເສຍຊີວິດໃໝ່ຫຼາຍກ່ວາ 10 ພັນຄົນ ສາເຫດທີ່ຄົນຕິດເຊື້ອສູງຂື້ນ ເນື່ອງຈາກການລະບາດຄືນໃໝ່ ໂດຍສະເພາະແມ່ນສາຍພັນໂອມິຄຣອນໄດ້ມາແທນທີ່ການລະບາດສາຍພັນເດວຕາ ແລະ ສາຍພັນອື່ນໆ ເຊິ່ງສາຍພັນໂອມິຄຣອນ ມີການຕິດເຊື້ອ ແລະ ແຜ່ເຊື້ອໄດ້ຢ່າງໄວວາ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 22 ມັງກອນ 2022 ຮູ້ວ່າ: 

    ໃນວັນທີ 20 ມັງກອນ 2022 ຜ່ານມາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອພະຍາດໂຄວິດ-19 ທັງໝົດ 4.594 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 612 ຄົນ (ຕິດເຊື້ອພາຍໃນ 609 ຄົນ ແລະ ນໍາເຂົ້າ 3 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 609 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດດັ່ງນີ້:

  1. ນະຄອນຫຼວງວຽງຈັນ 153 ຄົນ 
  2. ແຂວງຊຽງຂວາງ 84 ຄົນ 
  3. ໄຊຍະບູລີ 83 ຄົນ 
  4. ອັດຕະປື 45 ຄົນ 
  5. ເຊກອງ 32 ຄົນ 
  6. ຜົ້ງສາລີ 31 ຄົນ 
  7. ໄຊສົມບູນ 31 ຄົນ 
  8. ຄຳມ່ວນ 25 ຄົນ 
  9. ສາລະວັນ 21 ຄົນ 
  10. ບໍລິຄຳໄຊ 18 ຄົນ 
  11. ຫຼວງພະບາງ 15 ຄົນ 
  12. ຫົວພັນ 15 ຄົນ 
  13. ອຸດົມໄຊ 12 ຄົນ 
  14. ວຽງຈັນ 10 ຄົນ 
  15. ຫຼວງນ້ຳທາ 10 ຄົນ 
  16. ບໍ່ແກ້ວ 8 ຄົນ 
  17. ສະຫວັນນະເຂດ 7 ຄົນ 
  18. ແຂວງຈຳປາສັກ 7 ຄົນ 

    ສໍາລັບການຕິດເຊື້ອນໍາເຂົ້າມີ 3 ຄົນ ຈາກນະຄອນຫຼວງວຽງຈັນ 1 ຄົນ ແລະ ແຂວງຈຳປາສັກ 2 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. ປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ທັງໝົດ 129.536 ກໍລະນີ ອອກໂຮງໝໍວັນທີ 21 ມັງກອນ 2022 ຈຳນວນ 505 ຄົນ ກຳລັງປິ່ນປົວ 8.136 ຄົນ ແລະ ເສຍຊີວິດສະສົມທັງໝົດ 524 ຄົນ (ເສຍຊີວິດໃໝ່ 6 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 6 ຄົນ ຈາກແຂວງວຽງຈັນ 2 ຄົນ ອຸດົມໄຊ 1 ຄົນ ຫຼວງນ້ຳທາ 1 ໄຊສົມບູນ 1 ຄົນ ແລະ ແຂວງສາລະວັນ 1 ຄົນ. 

    ປັດຈຸບັນ ທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອພະຍາດໂຄວິດ-19 ໃໝ່ ແລະ ເສຍຊີວິດໃໝ່ທຸກວັນກໍລະນີຢັ້ງຢືນຕິດເຊື້ອທັງໝົດ 346.431.855 ຄົນ (ໃໝ່ 3.982.672 ຄົນ) ເສຍຊິວິດທັງໝົດ 5.601.865 ຄົນ (ໃໝ່ 10.479 ຄົນ) ແລະ ປີ່ນປົວຫາຍດີ 276.492.392 ຄົນ (ໃໝ່ 1.712.382 ຄົນ).

.

. # ຂ່າວ – ພາບ :  ຊິລິການດາ

error: Content is protected !!