ທລຍ ສືບຕໍ່ພັດທະນາຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນ

    ໃນປີ 2021 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບທຶນສົມທົບຈາກລັດຖະບານລາວ ລວມທັງໝົດ 2 ຕື້ກວ່າກີບ ເພື່ອຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ 3 ເມືອງຂອງແຂວງ ສາລະວັນ ຄື: ເມືອງຕຸ້ມລານ ຕະໂອ້ຍ ແລະ ເມືອງສະໝ້ວຍ ເຊິ່ງເປັນເມືອງພູດອຍ ແລະ ນອນໃນແຜນພັດທະນາເມືອງທຸກຍາກຂອງແຂວງສາລະວັນ.

    ສຳລັບເມືອງສະໝ້ວຍ ໄດ້ຮັບການສະໜັບສະໜູນ 3 ໂຄງການ ຄື: ໂຄງການສ້ອມແປງໂຮງຮຽນປະຖົມ 3 ຫ້ອງ ຢູ່ບ້ານ ພີນເບ (ກຸ່ມ 2) ໂຄງການສ້ອມແປງໂຮງຮຽນປະຖົມ 3 ຫ້ອງ ຢູ່ບ້ານ ຕາລໍໃຕ້ (ກຸ່ມ 4) ໂຄງການກໍ່ສ້າງລະບົບຊົນລະປະທານ ຢູ່ບ້ານ ອາສົກໃຫຍ່ (ກຸ່ມ 3) ໂຄງການເຫຼົ່ານີ້ແມ່ນມາຈາກຄວາມຕ້ອງການ ແລະ ຈຳເປັນຂອງຊຸມຊົນເອງ ໂດຍອີງໃສ່ແຜນພັດທະນາເສດຖະກິດຂອງເມືອງ ແລະ ຈຸດສຸມຂອງແຂວງ ແລະ ສະໜອງທຶນຕາມງົບປະມານທີ່ມີຂອງ ທລຍ.

    ໂຄງການກໍ່ສ້າງຝາຍນໍ້າລົ້ນ ບ້ານອາສົກໃຫຍ່ (ກຸ່ມ 3) ທີ່ມີຂະໜາດການກໍ່ສ້າງ 10 x 17 ແມັດ ວາງທໍ່ສົ່ງນໍ້າເຂົ້າເນື້ອທີ່ທໍາການຜະລິດ ຍາວ 2.400 ແມັດ ຂະໜາດຂອງທໍ່ແມ່ນ P 90 ມມ ແມ່ນໂຄງການໜຶ່ງທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດຂອງປະຊາຊົນ ມີມູນຄ່າເກືອບ 400 ລ້ານກີບ ໃນນັ້ນ ຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ ຄິດເປັນມູນຄ່າ 20 ລ້ານກວ່າກີບ.

    ບ້ານອາສົກໃຫຍ່ (ກຸ່ມ 3) ເປັນບ້ານຊົນເຜົ່າປະໂກະ ມີພົນລະເມືອງທັງໝົດ 492 ຄົນ ຍິງ 247 ຄົນມີ 64 ຄອບຄົວ 56 ຫຼັງຄາເຮືອນ ອາຊີບຕົ້ນຕໍແມ່ນເຮັດໄຮ່ ເຮັດນາ ປູກພືດຕ່າງໆ ແລະ ລ້ຽງສັດ ເມື່ອກ່ອນປະຊາຊົນບ້ານອາສົກໃຫຍ່ ເຮັດນາແຊງແບບປະຖົມປະຖານຕາມທໍາມະຊາດ ປັດຈຸບັນພາຍຫຼັງການກໍ່ສ້າງຝາຍນໍ້າລົ້ນສຳເລັດແລ້ວ ສາມາດຕອບສະໜອງນໍ້າໃຫ້ແກ່ການຜະລິດທັງນາແຊງ ແລະ ນາປີ ໄດ້ 14 ເຮັກຕາ ນອກຈາກນັ້ນ ປະຊາຊົນ ຍັງນໍາໃຊ້ນໍ້າຈາກຝາຍນໍ້າລົ້ນ ປູກພືດສຳຮອງ ຄື: ມັນຕົ້ນ ຢາງບົງສາລີ ເຂົ້າໄຮ່ ກ້ວຍ ອ້ອຍ ແລະ ລ້ຽງສັດຕ່າງໆ ປະມານ 6 ເຮັກຕາ ເພື່ອບໍລິໂພກໃນຄອບຄົວ ແລະ ສົ່ງຂາຍພາຍໃນເມືອງ ແລະ ແລກປ່ຽນສີນຄ້າ ກັບປະເທດເພື່ອນບ້ານ ທີ່ອາໃສຢູ່ລຽບຕາມຊາຍແດນ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.

. # ຂ່າວ – ພາບ :  ບຸນມີ

error: Content is protected !!