ໂຮງຮຽນມັດທະຍົມຕອນປາຍຈັນທະບູລີ ເມືອງຈັນທະບູລີ ນະຄອນຫຼວງ (ນວ) ເຊິ່ງເປັນສູນພັກເຊົາແຮງງານມາແຕ່ຕ່າງປະເທດ ໄດ້ພົ່ນຢາຂ້າເຊື້ອ ເພື່ອກະກຽມເປີດຮຽນຄືນຊັ້ນ ມ7 ວັນທີ 7 ພຶດສະພາ ຜ່ານມາ ເພື່ອປະຕິບັດຕາມໜັງສືແນະນຳເລກທີ 524/ຫສນຍ ລົງວັນທີ 1 ພືດສະພາ 2020 ຂອງສຳ ນັກງານນາຍຍົກລັດຖະມົນຕີ ໜັງສືແນະນຳຂອງກົມສາມັນກະຊວງສືກສາທິການ ແລະ ກີລາ (ສສກ) ແຈ້ງການຂອງພະແນກ ສສກ ນວ ໂດຍມີ ທ່ານ ເພັດສະໄໝ ນັດຜາສຸກ ຮອງເຈົ້າເມືອງຈັນທະບູລີ ຫົວ ໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ຂັ້ນເມືອງ ແລະ ພາກ ສ່ວນກ່ຽວຂ້ອງ ລົງຕິດຕາມການປະຕິບັດງານຄັ້ງນີ້.

ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການ ສສກ ເມືອງຈັນທະບູລີ ກ່າວວ່າ: ເພື່ອປະຕິບັດຕາມຄຳ ສັ່ງແນະນຳ ແລະ ແຈ້ງການຂອງຂັ້ນເທິງ ຄະນະສະເພາະກິດຂັ້ນເມືອງ ໄດ້ລົງຕິດຕາມການປະຕິບັດໜ້າທີ່ ໃນການສີດຢາຂ້າເຊື້ອສະຖານສູນພັກເຊົາແຮງງານມາແຕ່ຕ່າງປະເທດ ເຊິ່ງພາຍໃນເມືອງພວກເຮົາມີສູນ ດຽວ ເພື່ອກຽມຄວາມພ້ອມໃຫ້ການເປີດຮຽນຄືນໃນສາຍສາມັນປີສຸດທ້າຍ (ປ5 ມ4 ແລະ ມ7) ນອກນີ້ ຫ້ອງການ ສສກ ເມືອງ ຍັງໄດ້ສົມທົບກັບຄະນະຜູ້ບໍລິຫານການສຶກສາ ຜູ້ອຳນວຍການໂຮງຮຽນ ພະນັກ ງານຄູ-ອາຈານທົ່ວເມືອງ (ໂຮງຮຽນປະຖົມ 36 ແຫ່ງ ພາກລັດ 15 ແຫ່ງ ໂຮງຮຽນມັດທະຍົມຕອນຕົ້ນ 5 ແຫ່ງ ພາກລັດ 3 ແຫ່ງ ໂຮງຮຽນມັດທະຍົມສົມບູນ 12 ແຫ່ງ ພາກລັດ 4 ແຫ່ງ ແລະ ໂຮງຮຽນມັດ ທະຍົມຕອນປາຍ 1 ແຫ່ງ ເພື່ອກະກຽມຄວາມພ້ອມຮອບດ້ານໃນການກະກຽມການເປີດຮຽນຄືນໃໝ່ ຂອງ ສາຍສາມັນປີສຸດທ້າຍພາຍໃນເມືອງ ເຊິ່ງປັດຈຸບັນມີຄວາມພ້ອມແລ້ວ ແລະ ສາມາດເປີດຮຽນຄືນໃໝ່ ວັນທີ 18 ພຶດສະພາ 2020 ທີ່ຈະມາເຖິງ.

# ຂ່າວ & ພາບ: ບຸນມີ