ປະກາດແຕ່ງຕັ້ງຮອງປະທານສະຫະພັນກຳມະບານ ນວ ຄົນໃໝ່

    ສະຫະພັນກຳມະບານ ນະຄອນຫຼວງວຽງຈັນ (ນວ) ຈັດພິທີປະການການແຕ່ງຕັ້ງຮອງປະທານສະຫະພັນກຳມະບານ ນວ ຄົນໃໝ່ ວັນທີ 21 ມັງກອນ 2021 ທີ່ຫ້ອງວ່າການ ນວ ເປັນກຽດເຂົ້າຮ່ວມຂອງທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະພັກ ຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ນວ ມີທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນວ ພ້ອມດ້ວຍຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານ ວິລະພົງ ອິນທິລາດ ຮອງຫົວໜ້ຄະນະຈັດຕັ້ງ ນວ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຮັບເອົານາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບ ນວ (ປກສ ນວ) ໂດຍເຫັນດີຮັບເອົາທ່ານ ພັນໂທ ນາງ ບົວລະພັນ ທິລະສັກ ຫົວໜ້າຫ້ອງການເມືອງ ປກສ ນວ ມາເປັນພະນັກງານລັດຖະກອນ ແລະ ຮັບການແຕ່ງຕັ້ງເປັນຮອງປະທານສະຫະພັນກຳມະບານ ນວ ສຳລັບເງິນເດືອນ ເງິນອູດໜູນນະໂຍບາຍຕ່າງໆໃຫ້ ປກສ ນວ ສືບຕໍ່ຄິດໄລ່ໃຫ້ໄປກ່ອນ ຈົນຜູ້ກ່ຽວຈະໄດ້ຮັບບັນຈຸເຂົ້າເປັນພະນັກງານ-ລັດຖະກອນ ຄະນະຈັດຕັ້ງ ແລະ ພະແນກພາຍໃນ ນວ ຄົ້ນຄວ້າເອົາທ່ານ ພັນໂທ ນາງ ບົວລະພັນ ທິລະສັກ ເຂົ້າເປັນພະນັກງານ-ລັດຖະກອນໃນງວດຕໍ່ໄປ ພ້ອມກັນນັ້ນກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ນວ ວ່າດ້ວຍການແຕ່ງຕັ້ງຮອງປະທານສະຫະພັນກຳມະບານ ນວ ໂດຍແຕ່ງຕັ້ງທ່ານ ພັນໂທ ນາງ ບົວລະພັນ ທິລະສັກ ເປັນຮອງປະທານສະພັນກຳມະບານ ນວ.

. # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!