ປະເມີນຄວາມສາມາດພະນັກງານສ່ວຍສາອາກອນ ນວ

    ພິທີເປີດ ແລະ ດໍາເນີນການປະເມີນຜົນຄວາມຮູ້-ຄວາມສາມາດ ຂອງພະນັກງານສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນວັນທີ 21 ມັງກອນ 2022 ຢູ່ສູນການຄ້າລາວ-ໄອເຕັກ ນວ ໂດຍການເປັນປະທານຂອງທ່ານ ສູນທອນ ສຸລິສັກ ຫົວໜ້າພະແນກເຝິກອົບຮົມ ແລະ ພັດທະນາບຸຄະລາກອນ ກະຊວງການເງິນ ແລະ ທ່ານ ຄໍາພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນປະຈໍາ ນວ ມີບັນດາທ່ານຮອງພະແນກຈາກກົມສ່ວຍສາອາກອນ ຮອງຫົວໜ້າສ່ວຍສາອາກອນ ນວ ປະຈໍາ 9 ຕົວເມືອງ ຄະນະຮັບຜິດຊອບປະເມີນພະນັກງານ ຈາກກົມສ່ວຍສາອາກອນຈາກສ່ວຍສາອາກອນ ນວ ພ້ອມດ້ວຍພະນັກ ງານວິຊາການ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ການປະເມີນຜົນໃນຄັ້ງນີ້ ແມ່ນມີ 4 ຫົວຂໍ້ທີ່ສໍາຄັນໃນວຽກງານສ່ວຍສາອາກອນ ທີ່ໄດ້ປະເມີນຄື:  ວິຊາສ່ວຍສາອາກອນ ວິຊາກວດກາອາກອນ ວິຊາບັນຊີວິສາຫະກິດ ແລະ ວິຊາກ່ຽວກັບວຽກງານ TaxRIS  ເຊິ່ງມັນເປັນຫົວຂໍ້ວິຊາທີ່ເປັນພື້ນຖານອັນສໍາຄັນ ແລະ ຈໍາເປັນສໍາລັບພະນັກງານສ່ວຍສາອາກອນ ທີ່ຈະຕ້ອງໄດ້ຮັບຮູ້ ເຂົ້າໃຈ ແລະ ປະຕິບັດໄດ້ຢ່າງຖືກຕ້ອງ ແລະ ເປັນເອກະພາບ ບົນພື້ນຖານລະບຽບກົດໝາຍໄດ້ກໍານົດໄວ້ ໃນຂອບເຂດທົ່ວປະເທດ.

    ທ່ານ ສູນທອນ ສຸລິສັກ ກ່າວວ່າ: ວຽກງານການປະເມີນຜົນຄວາມຮູ້-ຄວາມສາມາດ ກໍເປັນວຽກງານໜຶ່ງທີ່ຂະແໜງສ່ວຍສາອາກອນຈະຕ້ອງໄດ້ຈັດເປັນບູລິມະສິດທີ່ສໍາຄັນ ໃນການຜັນຂະຫຍາຍແຜນຍຸດທະສາດຂອງຂະແໜງການເງິນ ຕໍ່ກັບການຫັນວຽກງານການຄຸ້ມຄອງການເງິນ ຕາມລະບຽບກົດໝາຍ ແລະ ຫັນໄປສູ່ລະບົບທັນສະໄໝ ເວົ້າລວມ ເວົ້າສະເພາະ ແມ່ນການຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ  ແນໃສ່ປັບປຸງກົນໄກ ວິທີການທີ່ເປັນເອກະພາບ ບົນພື້ນຖານລະບຽບກົດໝາຍໄດ້ກໍານົດໄວ້ ການເກັບລາຍຮັບໃຫ້ມີປະສິດທິພາບ ຖືກຕ້ອງ ໂປ່ງໃສ ທັນເວລາ ສາມາດກວດສອບໄດ້ ແລະ ສ້າງຄວາມສະດວກ ສະບາຍທີ່ເອື້ອອໍານວຍໃຫ້ແກ່ພະນັກງານລັດຖະກອນຜູ້ປະຕິບັດໜ້າທີ່ວຽກງານບໍລິການ ແລະ ຜູ້ມອບອາ ກອນໃນການແຈ້ງ ແລະ ມອບພັນທະຂອງຕົນ ໄດ້ມີຄວາມເຂົ້າໃຈ ແລະ ປະຕິບັດໄດ້ຢ່າງຖືກຕ້ອງ ເປັນເອກະພາບ ກວ້າງຂວາງ ທົ່ວເຖິງ ໃນຂອບເຂດທົ່ວປະເທດ.

. # ຂ່າວ – ພາບ :  ສີພອນ

error: Content is protected !!