ຈັດກິດຈະກໍາສົ່ງເສີມການນໍາໃຊ້ຖົງຜ້າ ຫຼຸດຜ່ອນນໍາໃຊ້ຖົງຢາງປລາສຕິກ

    ພິທີເປີດການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມການນໍາໃຊ້ຖົງຜ້າ ຫຼື ກະຕ່າ ເພື່ອຫຼຸດຜ່ອນການນໍາໃຊ້ຖົງຢາງປລາສຕິກຢູ່ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 21 ມັງກອນ 2022 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ເມືອງສີສັດຕະນາກ ຫ້ອງການຜູ້ອຳນວຍການທະນາຄານຈີນ ແລະ ຜູ້ອຳນວຍການສູນການຄ້າ ພາກຊັນ ຕະຫຼອດຮອດພະນັກງານວິຊາການກ່ຽວຂ້ອງ.

    ທ່ານ ລິວຈ່ຽມ ຜູ້ອຳນວຍການທະນາຄານຈີນ ກ່າວວ່າ: ໃນມື້ນີ້ ເພື່ອປະຕິບັດຕາມກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ເວົ້າສະເພາະແມ່ນເປັນການສືບຕໍ່ຈັດຕັ້ງປະຕິບັດແຜນຂອງໂຄງການ ວຽງຈັນສະອາດຫຼຸດຜ່ອນການນຳໃຊ້ຖົງຢາງ ຈັດກິດຈະກໍາສົ່ງເສີມການນໍາໃຊ້ຖົງຜ້າ ຫຼຸດຜ່ອນນໍາໃຊ້ຖົງຢາງປລາສຕິກ  ເພື່ອເຮັດໃຫ້ການພັດທະນາໄປຕາມນະໂຍບາຍ 6 ສ ຂອງນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນ ສ ສະອາດ ໃຫ້ປະກົດຜົນເປັນຈິງ ສະນັ້ນ ພວກເຮົາຈຶ່ງໄດ້ມີໂຄງການໂຄສະນາປຸກລະດົມບັນດາຫ້າງຮ້ານ ຜູ້ປະກອບການ ແລະ ມວນຊົນທົ່ວສັງຄົມໃນນະຄອນຫຼວງວຽງຈັນ ໃຫ້ມີສ່ວນຮ່ວມໃນການຫຼຸດຜ່ອນການນຳໃຊ້ຖົງຢາງ ຈັດກິດຈະກໍາສົ່ງເສີມການນໍາໃຊ້ຖົງຜ້າ ຫຼຸດຜ່ອນນໍາໃຊ້ຖົງຢາງປລາສຕິກ  ສູນການຄ້າ ພາກຊັນ ກໍແມ່ນໜຶ່ງຮ້ານຄ້າທີ່ເຂົ້າຮ່ວມໂຄງການວຽງຈັນສະອາດ ຫຼຸດຜ່ອນການນໍາໃຊ້ຖົງຢາງປລາສຕິກ.

    ການນຳໃຊ້ຖົງຢາງປລາສຕິກ ແມ່ນມີທັງຄຸນປະໂຫຍດ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຕໍ່ລະບົບນິເວດ ຕໍ່ສຸຂະພາບຂອງຄົນເຮົາ ແລະ ການພັດທະນາປະເທດຊາດ ເປັນຕົ້ນແມ່ນຖ້າເຮົາຈູດເສດຂີ້ເຫຍື້ອຖົງຢາງປລາສຕິກ ຈະເຮັດໃຫ້ມີຝຸ່ນລະອອງ ມີກິ່ນຂິວ ເຊິ່ງມີຜົນກະທົບຕໍ່ຄຸນນະພາບອາກາດ ເຮັດໃຫ້ໂລກຮ້ອນ ມີຜົນກະທົບຕໍ່ລະບົບຫາຍໃຈ ແລະ ກໍ່ໃຫ້ເກີດເປັນໂຣກມະເຮັງ ຖ້າພວກເຮົາກຳຈັດຂີ້ເຫຍື້ອປລາສຕິກດ້ວຍວິທີຝັງດິນ ມັນກໍຈະສ້າງຜົນກະທົບຕໍ່ຄຸນນະພາບດິນ ແລະ ແຫຼ່ງນ້ຳໃຕ້ດິນ ຖ້າເຮົາກຳຈັດຂີ້ເຫຍື້ອປລາສຕິກດ້ວຍວິທີເອົາໄຫຼລົງແມ່ນ້ຳ ຫຼື ຄອງນ້ຳສາທາລະນະ ມັນກໍຈະອັດຕັນການໄຫຼຂອງນ້ຳ ເນົ່າເປື່ອຍ ແລະ ເກີດມີບັນຫາມົນລະພິດທາງນ້ຳ ມີບັນຫາກິ່ນເໝັນ ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ.

.

. # ຂ່າວ – ພາບ :  ວຽງມາ

error: Content is protected !!