ກະຊວງສາທາລະນະສຸກ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ

ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ລາວ ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ຈາກ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຮ່ວມ​ກັບ​ມູນ​ນິ­ທິ​ວີ​ເລີບ​ຢູ​ນາ­ນາ​ຊາດ (The International WeLoveU Foundation) ບໍ­ລິ­ສັດ Olive tree ບໍ­ລິ­ສັດ​ລາວ-ຊິນ​ຊູ​ຈຳ­ກັດ​ຜູ້​ດຽວ ວັນ​ທີ 11 ພຶດ­ສະ­ພາ 2020 ຢູ່​ສຳ­ນັກ­ງານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ.

ສຳ­ລັບ​ເຄື່ອງ​ທີ່​ໄດ້​ຮັບ​ຄັ້ງ​ນີ້ ປະ­ກອບ​ມີ COVID-19 Detection Kit ຜ້າ​ອັດ​ປາກ-ດັງ ເຄື່ອງ​ກວດ​ເບົາ­ຫວານ ແຜ່ນ​ກວດ​ເບົາ­ຫວານ ລວມ​ມູນ​ຄ່າ 1.163.000.000 ກີບ ເຊິ່ງ​ຕາງ­ໜ້າ​ມອບ​ໂດຍ​ທ່ານ  ໄຊ​ສົມ​ພອນ ພົມ­ວິ­ຫານ ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ຮັບ​ໂດຍ​ທ່ານ ບຸນ​ກອງ ສີ​ຫາ​ວົງ ເຊິ່ງ​ການ​ຂົນ­ສົ່ງ​ເຄື່ອງ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ໄດ້​ຮັບ​ການ​ອຳ­ນວຍ​ສະ­ດວກ​ຈາກ​ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ສະ­ຖານ ທູດ​ລາວ​ປະ­ຈຳ ສ ເກົາ­ຫຼີ ສະ­ຖານ­ທູດ​ລາວ​ປະ­ຈຳ​ລາ­ຊະ​ອາ­ນາ­ຈັກ​ໄທ.

ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ພາກ­ສ່ວນ​ຕ່າງໆ​ທີ່​ກ່ຽວ­ຂ້ອງ ທີ່​ໄດ້​ປະ­ກອບ­ສ່ວນ​ໃນ​ການ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢູ່​ລາວ ພ້ອມ​ທັງ​ຢືນ­ຢັນ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ທີ່​ມາ​ຊ່ວຍ­ເຫຼືອ​ທັງ​ໝົດ ໄປ​ນຳ​ໃຊ້​ໃຫ້​ເກີດ​ຜົນ​ປະ ໂຫຍດ​ສູງ​ສຸດ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!