ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມແຮງງານລາວ ທີ່ກັບມາຈາກຕ່າງປະເທດ ໃນວັນທີ 11 ພຶດສະພາ 2020 ທີ່ສູນກັກກັນແຮງງານສະໜາມຍິງປືນກອງທັບ (ຫຼັກ 27) ໂດຍມີທ່ານ ບຸນທອງ ພົມມະຈັນ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ (ນວ) ຮອງຫົວໜ້າຄະນະສະເພາະກິດຂັ້ນ ນວ ທ່ານ ຄຳແກ້ວ ມະຫາໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.

ທ່ານ ນາງ ນາລີ ຂັນທະລັກ ຮອງຫົວໜ້າພະແນກສາທາລະນະສຸກ ນວ ຫົວໜ້າໜ່ວຍງານຄຸ້ມຄອງກໍລະນີກັກກັນ ແລະ ອະນາໄມກັນພະຍາດ ໄດ້ລາຍງານສະພາບລວມໃຫ້ຊາບວ່າ: ປັດຈຸບັນ ຢູ່ສູນດັ່ງກ່າວມີແຮງງານທີ່ກັບມາຈາກປະເທດ ຜ່ານດ່ານຂົວມິດຕະພາບລາວ-ໄທແຫ່ງທີ 1 ລວມທັງຜູ້ທີ່ລັກລອບເຂົ້າມາບໍ່ຜ່ານດ່ານທັງໝົດ 434 ຄົນ ຍິງ 127 ຄົນ ໃນນັ້ນໄດ້ຈັດສັ່ງໄປກັກກັນຢູ່ແຕ່ລະແຂວງແລ້ວ 89 ຄົນ ແລະ ໃນວັນນີ້ ຈະສົ່ງໄປແຕ່ລະແຂວງຕື່ມອີກ 90 ຄົນ ເພື່ອໄປຕິດຕາມອາການເຂົາເຈົ້າ ສຳລັບການຕິດຕາມ ແລະ ເຝົ້າລະວັງພາຍໃນສູນ ພາຍຫຼັງທີ່ຮັບແຮງງານຈຳນວນດັ່ງກ່າວເຂົ້າມາ ຄະນະຮັບຜິດຊອບໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ໂດຍໄດ້ມີການໄດ້ຄັດແຍກຫ້ອງນອນໃນສູນອອກເປັນ 4 ຕືກ ເຊິ່ງຕຶກໜຶ່ງຮັບໄດ້ 90 ຄົນ ມີ 40 ຫ້ອງນອນ ແລະ ສາມາດນອນນຳກັນໄດ້ 3 ຄົນຕໍ່ຫ້ອງ ພ້ອມນັ້ນ ຍັງໄດ້ຈັດສົ່ງທີມແພດຕິດຕາມເຝົ້າລະວັງ ຕິດຕາມອາການຢ່າງເປັນປະຈຳ ຖ້າຫາກວ່າພົບມີກໍລະນີສົງໄສ ທາງສູນກໍຈະໄດ້ສົ່ງໄປໂຮງໝໍທັນທີ ແຕ່ຖ້າບໍ່ມີອາການຫຍັງ ສຳລັບຄົນຕ່າງແຂວງ ແມ່ນຈະໄດ້ສືບຕໍ່ມອບໃຫ້ຄະນະສະເພາະກິດຂອງແຕ່ລະແຂວງ ນຳຕົວໄປສູນກັກກັນຂອງແຂວງ ເພື່ອສືບຕໍ່ຕິດຕາມອາການເປັນໄລຍະເວລາ 14 ວັນຕື່ມອີກ.

ຈາກນັ້ນ ທ່ານຮອງລັດຖະມົນຕີສາທາລະນະສຸກ ໄດ້ສະແດງວຄວາມຊົມເຊີຍຕໍ່ການເອົາໃຈໃສ່ຂອງຄະນະດັ່ງກ່າວ ຍົກໃຫ້ເຫັນບາງມາດຕະການຜ່ອນຜັນຂອງລັດຖະບານ ໃນແຕ່ຂົງເຂດ ແລະ ເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ຕໍ່ການປະຕິບັດວຽກງານດັ່ງກ່າວຢ່າງຈິງຈັງ ໂດຍສະເພາະ ການຕິດຕາມ ແລະ ເຝົ້າລະວັງຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີກໍລະນີໃໝ່ໃນລາວເພີ່ມຂຶ້ນ ພ້ອມນັ້ນ ຄະນະຍັງໄດ້ມີການປືກສາຫາລືກ່ຽວກັບບາງມາດຕະການໃຫ້ຄວາມຊ່ວຍເຫຼືອທີ່ຈຳເປັນ ໂດຍສະເພາະເລື່ອງອາຫານການກິນໃນແຕ່ລະວັນຂອງເຂົາເຈົ້າ ແລະ ແຜນການລະດົມທຶນໃນສັງຄົມໃຫ້ກວ້າງຂວາງ ແລະ ອື່ນໆ ເພື່ອໃຫ້ການຊ່ວຍເຫຼືອເຂົາເຈົ້າຢ່າງທົ່ວເຖິງ.




# ຂ່າວ & ພາບ : ລັດເວລາ