ການຄຸ້ມຄອງເນື້ອໃນເພງທີ່ບໍ່ເໝາະສົມກັບຮີດຄອງປະເພນີລາວ ຍັງມີສິ່ງທ້າທາຍ

    ປັດຈຸບັນ ການຄຸ້ມຄອງບົດເພງແມ່ນມີຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍ ເນື່ອງຈາກວ່າສື່ສັງຄົມອອນລາຍເຂົ້າມາບົດບາດຫຼາຍ ເຮັດໃຫ້ຜູ້ແຕ່ງ ຜູ້ຮ້ອງ ບໍ່ໄດ້ເອົາເນື້ອໃນເພງມາຜ່ານຂະແໜງການກ່ຽວຂ້ອງ ຮ້ອງແລ້ວກໍໂພສລົງສື່ສັງຄົມອອນລາຍໂດຍບໍ່ຄຳນຶງເຖິງເສຍທີ່ຈະຕາມມາ.

    ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ໃຫ້ສຳພາດວັນທີ 19 ມັງກອນ 2022 ທີ່ ຖວທ ນວ ວ່າ ສຳລັບເພງທີ່ມີເນື້ອໃນບໍ່ເໝາະສົມ ທີ່ເຜີຍແຜ່ລົງສື່ສັງຄົມອອນລາຍໃນປັດຈຸບັນ ແມ່ນບໍ່ໄດ້ຜ່ານການກວດກາຈາກຂະແໜງ ການກ່ຽວຂ້ອງ ແລະ ຍັງມີເພງຈຳນວນຫຼາຍທີ່ມີເນື້ອໃນບໍ່ເໝາະສົມ ຜິດຕໍ່ລະບຽບກົດໝາຍ ຜິດຈັນຍາບັນ ຈັນຍາທຳ ແຕະຕ້ອງເຖິງກຽດສັກສີ ຊື່ສຽງ ຄວາມສາມັກຄີຮັກແພງຕ່າງໆທັງພາຍໃນ ແລະ ຕ່າງປະເທດລ້ວນແຕ່ບໍ່ໄດ້ຜ່ານການກວດກາຈາກພະແນກ ຖວທ ນວ ເຊິ່ງຜູ້ຜະລິດຄິດແຕ່າງ ກໍແຕ່ງຕາມໃຈຕົນເອງສະນັ້ນ ຈຶ່ງພາໃຫ້ເກີດມີບັນຫາຕາມມາ.

    ໃນໄລຍະຜ່ານມາ ພະແນກ ຖວທ ນວ ໄດ້ມອບໃຫ້ຂະແໜງວັດທະນະທຳເປັນເຈົ້າການຈັດຕັ້ງເຄື່ອນໄຫວວຽກງານດັ່ງກ່າວຕາມພາລະບົດບາດ ແລະ ການແບ່ງຂັ້ນຄຸ້ມຄອງ ເຊິ່ງວຽກງານສິລະປະການສະແດງແມ່ນສູນກາງເປັນຜູ້ຄຸ້ມຄອງ ແລະ ຊີ້ນຳບັນດາສິລະປະອາຊີບ ສ່ວນສິລະປະສະໝັກຫຼີ້ນ ຄ້າຍເພງ ບໍລິສັດ ຫ້າງຮ້ານ ຜູ້ປະກອບການ ນັກສິລະປະ ສິລະປິນສະໝັກຫຼີ້ນ ແມ່ນຂັ້ນທ້ອງຖິ່ນເປັນຜູ້ຄຸ້ມຄອງ ການຄຸ້ມຄອງໄລຍະຜ່ານມາ ແມ່ນເນັ້ນໃສ່ການສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວຜູ້ປະກອບການດ້ານດັ່ງກ່າວໃຫ້ກຳໄດ້ແນວທາງນະໂຍບາຍຂອງພັກ ຕໍ່ກັບວຽກງານວັດທະນະທຳ ໂດຍສະເພາະວຽກງານສິລະປະການສະແດງ ຈາກນັ້ນ ກໍໄດ້ເຜີຍແຜ່ລະບຽບກົດໝາຍ ເປັນຕົ້ນ ກົດໝາຍວ່າດ້ວຍສິລະປະການສະແດງ ສິ່ງທີ່ສົ່ງເສີມ ແລະ ຂໍ້ຫ້າມຕ່າງໆ ໂຄສະນາອົບຮົມການເຜີຍແຜ່ນິຕິກຳ ຂະແໜງການກ່ຽວຂ້ອງກໍໄດ້ລົງເລິກຕິດຕາມ ກວດກາ ການອະນຸຍາດ ການເຄື່ອນໄຫວຂອງບັນດາບໍລິສັດ ຄ້າຍເພງ ຫ້ອງອັດສຽງ ນັກສິນລະປະສະໝັກຫຼີ້ນເພື່ອໃຫ້ມີການເຄື່ອນໄຫວທີ່ຖືກຕ້ອງຕາມລະບຽບ ແລະ ສິ່ງທີ່ເປັນໜໍ່ແໜງໃນການເຄື່ອນໄຫວທີ່ບໍ່ຖືກຕ້ອງ ກໍໄດ້ມີການແກ້ໄຂແຕ່ຫົວທີ ກ່ອນທີ່ຈະຜະລິດຜົນງານເພງ ຂັບລຳຕ່າງໆ ຕ້ອງໄດ້ເອົາເນື້ອໃນມາຜ່ານ ແລະ ໄດ້ຮັບການກວດກາຈາກພະແນກ ຖວທ ນວ ກ່ອນ ເມື່ອເນື້ອໃນມີຄວາມຮັບປະກັນ ຖືກຕ້ອງແລ້ວຈຶ່ງສາມາດນຳໄປຜະລິດເປັນຜະລິດຕະພັນອອກມາເພື່ອເຜີຍແຜ່ຕໍ່ສັງຄົມໄດ້.

    ປັດຈຸບັນ ໄດ້ມີຂໍ້ຫຍຸ້ງຍາກ ແລະ ສິິ່ງທ້າທາຍໃນການຄຸ້ມຄອງ ອີງໃສ່ຄວາມທັນສະໄໝທາງດ້ານເຕັກໂນໂລຊີຕ່າງໆ ການຜະລິດ ການລອກຮຽນແບບຕ່າງໆກໍມີຄວາມງ່າຍຂຶ້ນຖ້າທຽບໃສ່ເມື່ອກ່ອນ ກ່ອນຈະໄດ້ຜະລິດຕະພັນໜຶ່ງອອກມາ ຕ້ອງໄດ້ຜ່ານຫຼາຍຂັ້ນຕອນ ຫຼາຍຂະບວນການ ແຕ່ປັດຈຸບັນ ສາມາດຜະລິດ ແລະ ໂພສລົງສື່ອອນລາຍໄດ້ດ້ວຍຕົນເອງ ເຊິ່ງເປັນບັນຫາທ້າທາຍໃນການຄຸ້ມຄອງ ແນວໃດກໍຕາມ ພະແນກ ຖວທ ນວ ກໍຈະສຸມໃສ່ໃນການຄຸ້ມຄອງ ແລະ ແກ້ໄຂບັນຫາຫາດັ່ງກ່າວໃຫ້ເປັນໄປຕາມລະບຽບ ຂັ້ນຕອນ ທຸກໆເນື້ອຮ້ອງ ທຳນອງເພງ ກ່ອນຈະຜະລິດ ແລະ ເຜີຍແຜ່ສູ່ສັງຄົມ ຕ້ອງໄດ້ນຳເອົາເນື້ອໃນມາຜ່ານ ເພື່ອກວດກາ ຖ້າເນື້ອໃນບໍ່ຖືກຕ້ອງ ເໝາະສົມ ກໍຈະໄດ້ແນະນຳໃຫ້ປັບປຸງແກ້ໄຂ ນອກຈາກນີ້ ກໍຈະສຸມໃສ່ວຽກງານໂຄສະນາອົບຮົມການເມືອງແນວຄິດ ການບັງຄັບໃຊ້ລະບຽບກົດໝາຍ ເປັນເຈົ້າການໃນການຕິດຕາມກວດກາຢ່າງເຂັ້ມງວດ.

    ການຜະລິດເພງທີ່ເນື້ອໃນບໍ່ເໝາະສົມ ລາມົກອະນາຈານຕ່າງໆ ແມ່ນມີຄວາມຜິດຕໍ່ລະບຽບກົດໝາຍ ໂດຍສະເພາະ ກົດໝາຍວ່າດ້ວຍສິລະປະການສະແດງ ຖ້າຂັ້ນຮ້າຍແຮງ ກໍຕ້ອງຕັດອິດສະຫຼະພາບ ດຳເນີນຄະດີຕາມລະບຽບກົດໝາຍ ຖ້າບໍ່ຮ້າຍແຮງ ແມ່ນຈະໄດ້ສຶກສາອົບຮົມ ເຮັດບົດບັນທຶກກ່າວເຕືອນ ປັບໃໝ ຊີ້ແຈງ ອະທິບາຍຕໍ່ການກະທຳຜິດຂອງຕົນຕໍ່ສັງຄົມ ສະນັ້ນ ຮຽກຮ້ອງມາຍັງບັນດານັກແຕ່ງເພງ ນັກຮ້ອງ ນັກສະແດງຕ່າງໆຈົ່ງເປັນເຈົ້າການໃນການກວດກາເນື້ອຮ້ອງ ທຳນອງເພງທີ່ຈະເຜີຍແຜ່ສູ່ສັງຄົມ ຕ້ອງນຳເອົາເນື້ອໃນມາຜ່ານຂະແໜງການກ່ຽວຂ້ອງເພື່ອຄວາມຖືກຕ້ອງ ສອດຄ່ອງກັບວັດທະນະທຳອັນດີງາມຂອງຊາດ ແລະ ລະບຽບກົດໝາຍ.

        # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!