ການນຳ ນວ ອວຍພອນ ປກຊ ນວ ໂອກາດວັນສ້າງຕັ້ງກອງທັບຄົບຮອບ 73 ປີ

    ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20.1.1949-20.1.2022) ວັນທີ 20 ມັງກອນ 2022 ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ເຂົ້າອວຍພອນກອງບັນຊາການທະຫານ ນວ (ກປຊ ນວ) ຕ້ອນຮັບໂດຍທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານ ນວ ພ້ອມດ້ວຍຄະນະ.

    ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວຖິງຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ເຊິ່ງເປັນວັນໜຶ່ງທີ່ປວງຊົນລາວທັງຊາດເອກອ້າງທະນົງໃຈ ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ເອົາໃຈໃສ່ໃນການປະຕິບັດພາລະບົດບາດຂອງຕົນໃນການເຕົ້າໂຮມກຳລັງ ຄວາມສາມັກຄີໃນການປົກປ້ອງສິດຜົນປະໂຫຍດຂອງປະເທດຊາດຈົນສາມາດຍາດໄດ້ໄຊຊະນະ ແລະ ປົດປ່ອຍປະເທດຊາດໄດ້ ພາຍຫຼັງປະເທດຊາດຊາດໄດ້ຮັບການປົດປ່ອຍແລ້ວ ປກຊ ຍັງສືບຕໍ່ເຮັດໜ້າທີ່ໃນການພັດທະນາ ແລະ ສ້າງສາປະເທດຊາດຕະຫຼອດມາ ແລະ ເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງນັກຮົບປະຕິວັດ ທີ່ຍອມເສຍສະຫຼະຊີວິດເພື່ອພາລະກິດປົກປັກຮັກສາປະເທດຊາດຢ່າງເດັດດ່ຽວ ແລະ ອົງອາດກ້າຫານ ໃນການຕໍ່ສູ້ຕີສັດຕູໃນເມື່ອກ່ອນ ຈົນສາມາດຍາດໄດເຖິງໄຊຊະນະມາສູ່ປະເທດເຮົາຈົນເຖິງປັດຈຸບັນ ຍ້ອນມີພວກເພີ່ນໃນວັນນັ້ນ ຈຶ່ງມີພວກເຮົາເຖິງວັນນີ້ ສະນັ້ນ ພະນັກງງານ-ນັກຮົບຮຸ່ນສືບທອດໄດ້ນຳເອົາມູນເຊື້ອອັນດີງາມມາເປັນບົດຮຽນທີ່ລໍ້າຄ່າເພື່ອນຳມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ  ພ້ອມເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ນອກຈາກນີ້ ກໍໄດ້ມອບກະຕ່າຂອງຂວັນ ເຄື່ອງອຸປະໂພກ ບໍລິໂພກຈຳນວນໜຶ່ງ ແລະ ເງິນ 10.000.000 ກີບ ໃຫ້ແກ່ກອງບັນຊາການທະນາ ນວ ກ່າວຮັບໂດຍທ່ານ ພົນຈັດຕະວາ ໄຟວັນ ຈັນທະພົມມາ.

        # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!