ບ້ານເມືອງຫານໄດ້ຮັບການຊຸກຍູ້ວຽກງານຕ້ານພະຍາດໂຄວິດ-19

    ວັນທີ 17 ມັງກອນ 2022 ຜ່ານມາ ທີ່​ຫໍປະຊຸມບ້ານເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ ທ່ານ ເຕີ່ຍ ສົມສັກ ກຳມະການສູນກາງແນວລາວສ້າງຊາດ ຄະນະປະຈຳ ຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ ປະທານບໍລິສັດ ທີທີພາວເວີ ໂຕ່ໂທ່ ຈຳກັດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ພ້ອມທັງມອບທຶນ​ສະໜັບສະໜູນເຂົ້າໃນການເຄື່ອນໄຫວນຳພາປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ອົງການປົກຄອງບ້ານເມືອງຫານ​ ເປັນ​ເງິນ​ສົດ​ຈຳນວນ​ 2.400.000 ກີບ ໂດຍມີ​ທ່ານ​ ສົມ​ຍົດ​ ອານຸ​ວົງ​ ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ​ ພ້ອມດ້ວຍອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ.

    ໂອກາດນີ້ ​ທ່ານ  ວັນດີ ສິງມະນີ ນາຍບ້ານໆເມືອງຫານ ​ໄດ້ສະແດ​ງຄວາມຂອບໃຈ​ຕໍ່​ການ​ປະກອບສ່ວນເຂົ້າ​ໃນ​ວຽກງານ​ສຳຄັນ​ຄັ້ງ​ນີ້ ພ້ອມທັງ​ລາຍງານ​ວຽກງານ​ຮອບດ້ານ​ໂດຍ​ຫຍໍ້​ ການເຄື່ອນໄຫວ ນຳພາຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບ້ານເມືອງຫານ ນອກ​ນີ້ ​ອົງການ​ປົກຄອງ​ບ້ານ​ຍັງ​ໄດ້​ເອົາໃຈໃສ່​ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ສືບຕໍ່​ນຳພາປະຕິບັດແຜນພັດທະນາບ້ານ ຕະຫຼອດ​ເຖິງການກໍ່ສ້າງປະຕິສັງຂອນວັດວາອາຮາມ ສະໂມສອນບ້ານ ພື້ນຖານໂຄງລ່າງ ແລະ ການປົກປັກຮັກສາສິ່ງສາທາລະນະປະໂຫຍດຂອງບ້ານ

    ໃນໂອກາດດຽວກັນ ທ່ານ ເຕີ່ຍ​ ສົມສັກ ໄດ້ສະແດງຄວາມ​ຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ທາງບ້ານພ້ອມກັນຍາດມາໄດ້ຕະຫຼອດ​ໄລຍະຜ່ານມາ ​ເປັນ​ການ​ຊຸກຍູ້​ຂະບວນການແຂ່ງຂັນຮັກຊາດ​ ແລະ ພັດ ທະນາບ້ານໃຫ້ມີຄວາມເຂັ້ມແຂງ ແລະ ເນັ້ນພ້ອມ​ກັນ​ສືບຕໍ່​ຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ບ້ານເມືອງຫານ ໃຫ້ມີປະສິດທິຜົນສູງ.

# ຂ່າວ & ພາບ : ບຸນມີ

error: Content is protected !!