ທ່ານ​ ສີ​ ຈິ້ນຜິງອອກຄຳສັ່ງເພື່ອເອົາຊະນະພະຍາດ COVID-19

ວັນທີ 10 ມີນາ 2020 ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງເຖິງນະຄອນອູຮັ່ນ ແນວໜ້າໃນການຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ຢູ່ຈີນ ທ່ານໄດ້ໃຫ້ທິດຊີ້ນຳແຫ່ງການເປີດບັ້ນຕັດສິນຊີ້ຂາດເພື່ອເອົາຊະນະໃນການປ້ອງກັນແລະຄວບຄຸມພະຍາດ COVID-19 ໃນຄັ້ງນີ້ຢ່າງເດັດຂາດໃນທີ່ສຸດ ກ່ອນໜ້ານີ້ ທ່ານ ສີ ຈິ້ນຜິງ ເຄີຍໄດ້ໄປສຳຫຼວດກວດເບິ່ງວຽກງານປ້ອງກັນແລະຄວບຄຸມພະຍາດຢູ່ນະຄອນຫຼວງປັກກິ່ງສອງຄັ້ງ ໃນຄັ້ງນີ້ທ່ານໄດ້ໄປນະຄອນອູຮັ່ນເຊິ່ງຖືເປັນເຫດການທີ່ມີຄວາມໝາຍເປັນໂຕຊີ້ວັດໃນບັ້ນການຕ້ານກັບພະຍາດດັ່ງກ່າວ.

ການເດີນທາງໄປນະຄອນອູຮັ່ນໃນຄັ້ງນີ້ ທ່ານ ສີ ຈິ້ນຜິງ ໄດ້ອອກຄຳສັ່ງປຸກລະດົມອີກຄັ້ງໜຶ່ງໃນໄລຍະທີ່ສຳຄັນແບບນີ້ ເພື່ອໃຫ້ວຽກງານປ້ອງກັນແລະຄວບຄຸມພະຍາດໄດ້ຮັບຜົນສຳເລັດເປັນກ້າວໆ ເຊິ່ງຈະຊ່ວຍໃຫ້ໂລກໄດ້ເຫັນຄວາມໝັ້ນໃຈ ຄວາມຕັດສິນໃຈ ແລະ ຄວາມສາມາດຂອງຈີນອີກຄັ້ງໜຶ່ງ ທັງສະແດງໃຫ້ເຫັນວ່າ: ຈີນພວມຜ່ານພົ້ນວິກິດການຄັ້ງນີ້ ແລະ ພວມມຸ້ງໜ້າໄປສູ່ລະດູບານໃໝ່ທີ່ສວຍງາມ.

error: Content is protected !!