ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການເຝົ້າລະວັງ ເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວັນທີ 11 ພຶດສະພາ 2020 ວ່າ:

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງແລງຂອງວັນທີ 10 ພຶດສະພາ 2020 ມີຈຳນວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.723 ຄົນ ໃນນີ້ດ່ານລາວ-ໄທ ທັງໝົດ 923 ຄົນ ໃນນັ້ນມີແຮງງານລາວກັບມາຈາກປະເທດໄທຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 4 ຄົນ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຈີນ ທັງໝົດ 5 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ 754 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 41 ຄົນ (ສ ເກົາຫຼີ 2 ຄົນ ລາວ 38 ຄົນ ເຢຍລະມັນ 1 ຄົນ) ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້ ສຳລັບແຮງງານລາວຈຳນວນ 4 ຄົນ ທີ່ເຂົ້າມາໃໝ່ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກນັ້ນ ແມ່ນມີຖິ່ນຖານມາຈາກແຂວງສະຫວັນນະເຂດ 3 ຄົນ ແລະ ຈຳປາສັກ 1 ຄົນ ເຊິ່ງໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກວ່າຈະຄົບກຳນົດ 14 ວັນ.

ການເຝົ້າລະວັງ ແລະ ວິເຄາະວັນທີ 10 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 360 ຄົນ ໃນນັ້ນມີກໍລະນີສົງໄສ 16 ຄົນ ແຮງງານລາວທີ່ກັບມາຈາກປະເທດໄທ 299 ຄົນ ແລະ ແຮງງານໄທທີ່ເຂົ້າມາແປງສາຍໄຟຟ້າຢູ່ແຂວງໄຊຍະບູລີ 45 ຄົນ ກໍລະນີສົງໄສ 16 ຄົນ ແມ່ນມາຈາກນະຄອນຫຼວງວຽງຈັນ 12 ຄົນ ແຂວງວຽງຈັນ 1 ຄົນ ຫົວພັນ 1 ຄົນ ຫຼວງພະບາງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງຜົນກວດທັງໝົດຂອງແຮງງານລາວ ແຮງງານໄທທີ່ເຂົ້າມາ ແລະ ກໍລະນີສົງໄສຂອງມື້ວານນີ້ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 10 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.
ນັບແຕ່ເດືອນມັງກອນຮອດວັນທີ 10 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3.547 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (29 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).
ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດ ໂດຍສະເພາະແຮງງານລາວຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ ປັດຈຸບັນນີ້ທົ່ວປະເທດມີສູນຈຳກັດບໍລິເວນທັງໝົດ 60 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 1.616 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດນີ້ບໍ່ມີຜູ້ຕິດເຊື້ອ ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 6 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ ທັງໝົດເຫັນວ່າມີອາການເບົາບາງ ແລະ ສືບຕໍ່ຕິດຕາມອາການ ແລະ ກວດວິເຄາະຊອກຫາເຊື້ອອີກໃນໜື່ງອາທິດຕໍ່ໜ້າ.
ມື້ນີ້ ກອງເລຂາຄະນະສະເພາະກິດພວກເຮົາ ກໍໄດ້ລົງໄປຢ້ຽມຢາມສູນຈຳກັດບໍລິເວນນະຄອນຫຼວງວຽງຈັນ ຢູ່ສູນເຝິກອົບຮົມຂອງກອງທັບຫຼັກ 27 ເຊິ່ງປັດຈຸບັນມີຜູ້ພັກຢູ່ສູນຈຳນວນ 374 ຄົນ ຍິງ 127 ຄົນ ເຊິ່ງມີຖິ່ນຖານມາຈາກຕ່າງແຂວງ ເຫັນວ່າສູນແມ່ນມີມາດຕະຖານດີສົມຄວນ ທາງດ້ານທີ່ພັກເຊົາ ເປັນເຂດຈຳກັດບໍລິເວນສະເພາະ ມີຄວາມປອດໄພສູງ ບັນດາແຮງງານເຫຼົ່ານີ້ ພາຍຫຼັງກວດວິເຄາະບໍ່ພົບເຊື້ອແລ້ວ ຈຳນວນໜຶ່ງຈະໄດ້ເດີນທາງກັບຄືນໄປແຂວງຂອງຕົນ ແລະ ຈຳນວນໜຶ່ງກໍຈະໄດ້ສືບຕໍ່ຈຳກັດບໍລິເວນຢູ່ນີ້ຈົນຄົບ 14 ວັນ ເຊິ່ງມີຄວາມຫຍຸ້ງຍາກກ່ຽວກັບອາຫານການກິນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໂອກາດນີ້ ຈຶ່ງແຈ້ງຂ່າວມາເຖິງຜູ້ໃຈບຸນທັງຫຼາຍ ຂໍເຊີນຊວນບັນດາທ່ານໄປບໍລິຈາກນ້ຳດື່ມ ອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ ຕາມອັດທະຍາໄສ ໂດຍໃຫ້ປະສານງານກັບຄະນະສະເພາະກິດນະຄອນຫຼວງໂດຍກົງ.
# ຂ່າວ & ພາບ : ຂັນທະວີ