ຫຼາຍພາກສ່ວນທັງພາກລັດ ແລະ ເອກກະຊົນ ໄດ້ສືບຕໍ່ປະກອບສ່ວນເປັນເງິນສົດ ແລະ ອຸປະກອນການແພດຕ່າງໆ ມອບໃຫ້ລັດຖະບານລາວ ເພື່ອຕ້ານການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ເພີ່ມຂຶ້ນ ແລະ ຫຼຸດລົງໂດຍໄວ.
ສະເພາະວັນທີ 11 ພຶດສະພາ 2020 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຕາງໜ້າໃຫ້ລັດຖະບານລາວ ຮັບເຄື່ອງຊ່ວຍເຫຼືອຈາກສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ມູນຄ່າ 600.000 ໂດລາສະຫະລັດ ໃນນັ້ນເປັນເງິນສົດ 300.000 ໂດລາ ສ່ວນ 300.000 ໂດລາ ແມ່ນຈະຊ່ວຍເປັນອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ກຽດມອບມອບໂດຍທ່ານ ຊິນ ຊອງຊຸນ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ.
ສ່ວນທະນາຄານແຫ່ງປະເທດຈີນ ສາຂານະຄອນຫຼວງວຽງຈັນ ກໍໄດ້ມອບເງິນສົດມູນຄ່າ 500.000.000 ກີບ ໃຫ້ແກ່ ສປປ ລາວ ມອບໂດຍທ່ານ ຫຼີຈຶຢົງ ຜູ້ອຳນວຍການທະນາຄານແຫງປະເທດຈີນ ສາຂານະຄອນຫຼວງວຈັນ.
ໃນໂອກາດນີ້ ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຂອບໃຈຕໍ່ສະຖານທູດ ສ ເກົາຫຼີ ແລະ ທະນາຄານແຫ່ງປະເທດຈີນ ສາຂານະຄອນຫຼວງວຽງຈັນ ທີ່ເຫັນຄວາມສຳຄັນ ແລະ ສະໜັບສະໜູນ ລັດຖະບານລາວ ໃນການຕ້ານການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຢູ່ ສປປ ລາວ ພ້ອມທັງຢືນຢັນວ່າຈະນຳເງິນດັ່ງກ່າວ ໄປນຳໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.
# ຂ່າວ & ພາບ : ວຽງມາ