ນວ ເອົາໃຈໃສ່ສົ່ງເສີມນໍາໃຊ້ກົນຈັກເຂົ້າໃນການຜະລິດກະສິກໍາ

     ທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້  ນວ ໃຫ້ຮູ້ວ່າ: ໂຄງການຊຸກຍູ້ການຜະລິດເຂົ້າເປັນສິນຄ້າ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອຫຼຸດຜ່ອນແຮງງານ 10% ຢູ່ ນວ ທັງເປັນການປະຢັດຕົ້ນທຶນ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012 ເປັນຕົ້ນມາ ແລະ ໄດ້ຖືເອົາ 4 ໂຄງການຊົນລະປະທານໃນ 4 ເມືອງເປົ້າໝາຍເປັນຈຸດສຸມຄື: ໂຄງການນໍ້າຫຸມ-ນໍ້າຊວງ ເມືອງນາຊາຍທອງ ໂຄງການທ່າພະ-ໜອງພົງ ເມືອງຫາດຊາຍຟອງ ໂຄງການທົ່ງຮາບ-ທ່າງ່ອນ ເມືອງໄຊທານີ ແລະ ໂຄງການຖິ່ນທ່ຽງ ເມືອງປາກງື່ມ ໂດຍນໍາໃຊ້ເຄື່ອງຕົກກ້າແບບທັນສະໄໝ ລົດດໍານາ ແລະ ລົດກ່ຽວເຂົ້າ ໃນເປົ້າໝາຍເນື້ອທີ່ການຜະລິດ 6.000 ກວ່າເຮັກຕາ ຄາດຄະເນຜົນຜະລິດ 27.000 ໂຕນ ນໍາໃຊ້ກົນໄກການຊຸກຍູ້ສົ່ງເສີມແບບມີສ່ວນຮ່ວມຂອງພາກສ່ວນພາກລັດ ເອກະຊົນ ແລະ ຊາວກະສິກອນໃນການປະຕິບັດ 4 ຮູບແບບ.

     ຜ່ານການຈັດຕັ້ງປະຕິບັດ ມາຮອດປັດຈຸບັນມີກົນຈັກກະສິກໍາໃຫ້ບໍລິການຜະລິດເຂົ້າໃນບັນດາເມືອງຕ່າງໆ 16.371 ຄັນເຊັ່ນ: ລົດໄຖນາໃຫຍ່ ແລະ ກາງ 348 ຄັນ ລົດໄຖນານ້ອຍ 15.967 ຄັນ ລົດດໍານາ 23 ຄັນ ລົດກ່ຽວເຂົ້າໃຫຍ່ 20 ຄັນ ລົດກ່ຽວເຂົ້າຂະໜາດນ້ອຍ 13 ຄັນ ໂຮງອົບ 1 ແຫ່ງ ໂຮງສີເຂົ້າ 534 ແຫ່ງ ສາມາດປັກດໍາດ້ວຍກົນຈັກ 149.275 ເຮັກຕາ ເກັບກ່ຽວດ້ວຍກົນຈັກ 49.461 ເຮັກຕາ ຫຼຸດຜ່ອນແຮງງານໄດ້ 52.459 ແຮງງານ ສະເລ່ຍເທົ່າກັບ 13%​ ສາມາດຫຼຸດຜ່ອນການນໍາໃຊ້ງົບປະມານເຂົ້າໃນການຜະລິດ 3.671.990.000 ກີບ ນອກຈາກບັນດາເມືອງເປົ້າໝາຍທີ່ໄດ້ຊຸກຍູ້ການຜະລິດແລ້ວ ບໍລິສັດ ພັນເພັດພັດທະນາກະສິກຳ ຈຳກັດ ແລະ ບໍລິສັດ ແຈ້ງສະຫວ່າງ ຍັງໄດ້ປະຕິຮູບໄຮ່ນານ້ອຍເປັນໄຮ່ນາໃຫຍ່ ເພື່ອສະດວກໃຫ້ແກ່ການຕົກກ້າ ດໍານາໄດ້ 1.365 ເຮັກຕາ ຢູ່ເມືອງໄຊທານີ ຫາດຊາຍຟອງ ນາຊາຍທອງ ແລະ ເມືອງປາກງື່ມ ຕື່ມອີກ.

error: Content is protected !!