ຂ່າວດີ ຫ້ອງການກະຊວງສຶກສາທິການ ແລະ ກີລາ ແຈ້ງໃຫ້ຕິດຕາມໂທລະພາບຊ່ອງສຶກສາ-ກີລາ ອອກອາກາດທຸກວັນ ແຕ່ວັນຈັນ-ອາທິດ ເວລາ 6:00-22:00 ໂມງ ເຜີຍແຜ່ຜ່ານລະບົບດາວທຽມລາວແຊັດ 1 ຮັບຊົມໄດ້ທົ່ວປະເທດ ເຊິ່ງແຈ້ງການເລກທີ 1294/ຫກ ລົງວັນທີ 8 ພຶດສະພາ 2020 ເຖິງຫ້ອງການ ຫົວໜ້າກົມ ສະຖາບັນ ແລະ ສູນທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງນະຄອນຫຼວງ ປະທານສະມາຄົມການສຶກສາພາກເອກະຊົນ ຜູ້ອຳນວຍການສະຖານການສຶກສາທັງພາກລັດ ແລະ ເອກະຊົນ ຄູ-ອາຈານ ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ເລື່ອງ: ຕິດຕາມຊົມລາຍການໂທລະພາບສຶກສາ ແລະ ກີລາ ຜ່ານຊ່ອງດາວທຽມ Lao ESTV ຊ່ອງ 8 ອີງຕາມຄຳເຫັນຊີ້ນຳຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຄັ້ງວັນທີ 29 ເມສາ 2020 ກ່ຽວກັບການອະນຸມັດອອກອາກາດທົດລອງໂທລະພາບສຶກສາ ແລະ ກີລາ.

ຫ້ອງການກະຊວງສຶກສາທິການ ແລະ ກີລາ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ໂທລະພາບສຶກສາ ແລະ ກີລາ ເຊິ່ງເປັນຊ່ອງໂທລະພາບຜ່ານດາວທຽມສະເພາະຂອງກະຊວງສຶກສາທິການ ແລະ ກີລາ ຈະໄດ້ທົດລອງອອກອາກາດເລີ່ມແຕ່ວັນທີ 9 ພຶດສະພາ 2020 ເປັນຕົ້ນໄປ ໃນຊ່ອງ Lao ESTV ຊ່ອງ 8 ຂອງບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ໃນທຸກໆວັນ ແຕ່ວັນຈັນເຖິງວັນອາທິດ ເລີ່ມແຕ່ເວລາ 6 ໂມງເຊົ້າເຖິງ ເວລາ 22:00 ໂມງ.


# ຂ່າວ & ພາບ : ບຸນມີ