ຈາກວັນທີ 7 ພຶດສະພາຜ່ານມາ ໄດ້ມີພະຍຸພັດເຂົ້ານະຄອນຫຼວງວຽງຈັນ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ໂດຍສະເພາະຢູ່ເມືອງຫາດຊາຍຟອງ ເຊິ່ງຄວາມເສຍຫາຍດັ່ງກ່າວຍັງບໍ່ສາມາດປະເມີນໄດ້ ແລະ ໃນຕອນຄ່ຳວັນທີ 10 ພຶດສະພາ 2020 ພະຍຸໄດ້ພັດເຂົ້ານະຄອນຫຼວງວຽງຈັນຕື່ມອີກ ເຊິ່ງໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນ ໂດຍສະເພາະແມ່ນວັດອົງຕື້ ໄດ້ມີຕົ້ນໄມ້ໃຫຍ່ລົ້ມລົງມາ.

ທ່ານ ບຸນຄົງ ຊານຸກພົນ ນາຍບ້ານວັດຈັນໃຫ້ຮູ້ວັນທີ 11 ພຶດສະພາ 2020 ວ່າ: ໃນຕອນຄ່ຳຂອງວັນທີ 10 ພຶດສະພາ ໄດ້ມີພະຍຸພັດເຂົ້າມາ ເຮັດໃຫ້ຕົ້ນໄມ້ທີ່ມີອາຍຸ 150 ປີ ໄດ້ໂຄ່ນລົ້ມລົງຢູ່ຖະໜົນເຊດຖາທິລາດ ຈຸດຕໍ່ໜ້າປະຕູໂຂງທີ 1 ຂອງວັດອົງຕື້ມະຫາວິຫານ ເຊິ່ງໄດ້ທັບໂຕຊ້າງທີ່ຢູ່ໜ້າປະຕູໂຂງ ແລະ ກຳແພງວັດ ແລະ ງ່າໄມ້ສ່ວນໜຶ່ງໄດ້ພັດເຂົ້າໄປໃນວັດອົງຕື້.

ໃນຕອນເຊົ້າວັນທີ 11 ພຶດສະພາ ຄະນະນຳເມືອງຈັນທະບູລີ ໄດ້ສົມທົບກັບອຳນາດການປົກຄອງບ້ານວັດຈັນ ລົງຕິດຕາມເບິ່ງຄວາມເສຍຫາຍຕົວຈິງ ເຫັນວ່າຕົ້ນໄມ້ດັ່ງກ່າວມີຄວາມຍາວ 20 ກວ່າແມັດ ມີຮາກໄມ້ມີໜ້າກວ້າງ 2 ແມັດ ແລະ ຕົ້ນໄມ້ມີແຕ່ຮາກແກ້ວ ປັດຈຸບັນຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນໄດ້ໄປອະນາໄມຕັດງ່າໄມ້ອອກ ຄາດວ່າຈະສຳເລັດໃນວັນນີ້ ສ່ວນຄວາມເສຍຫາຍຍັງບໍ່ສາມາດປະເມີນໄດ້.

# ຂ່າວ & ພາບ : ຂັນທະວີ