ມີພຽງ 2 ບໍລິສັດທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດສູນຊື້-ຂາຍ ຊັບສິນຄຣິບໂຕ ແລະ ດີຈີຕອນ

    ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ປະກາດການເຫັນດີດ້ານຫຼັກການ ອະນຸຍາດໃຫ້ດຳເນີນທະລຸກິດສູນແລກປ່ຽນ ຊື້-ຂາຍ ຊັບສິນຄຣິບໂຕ ແກ່ສູນແລກປ່ຽນຊັບສິນດີຈີຕອນລາວ (LDX) ເຊິ່ງເປັນການລົງທຶນຮ່ວມກັນລະຫວ່າງກຸ່ມບໍລິສັດ ເອໄອເອຟ ແລະ ກຸ່ມບໍລິສັດ ພົງຊັບທະວີ ແລະ ສູນແລກປ່ຽນຊັບສິນຄຣິບໂຕ Bitqik ຂອງ ບໍລິສັດ ສີເມືອງ ກຣຸບ. LDX (www.ldx.la) ແລະ Bitqik (www.facebook.com/bitqik) ເປັນພຽງ 2 ບໍລິສັດຢູ່ ສປປ ລາວ ທີ່ໄດ້ຮັບອະນຸຍາດ ແລະ ມີການຄຸ້ມຄອງການໃຫ້ບໍລິການສູນແລກປ່ຽນຊື້-ຂາຍຊັບສິນຄຣິບໂຕ ແລະ ຊັບສິນດິຈີຕອນອື່ນໆ ໂດຍມີເປົ້າໝາຍໃຫ້ບໍລິການແກ່ນັກລົງທຶນຢູ່ລາວກໍຄືພາກພື້ນ ທັງສອງບໍລິສັດຈະໄດ້ໃຫ້ການບໍລິການເຕັມຮູບແບບພາຍໃນເດືອນເມສາ 2022 ໂດຍຈະໄດ້ປະຕິບັດຕາມລະບຽບຂອງ ທຫລ ຢ່າງເຂັມງວດ ເພື່ອຮັບປະກັນຄວາມປອດໄພຈາກໄພທາງອິນເຕີເນັດ ເງິນລົງທຶນຂອງນັກລົງທຶນ ໄດ້ຮັບການຄຸ້ມຄ້ອງ ແລະ ໄດ້ຮັບຄວາມສະດວກຈາກການນຳໃຊ້ສູນແລກປ່ຽນຊັບສິນຄຣິບໂຕທີ່ຖືກຕ້ອງຕາມກົດໝາຍຢູ່ ລາວ.

    ພິທີປະກາດດັ່ງກ່າວ ຈັດຂຶ້ນວັນທີ 14 ມັງກອນ 2022 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການທີ່ລັດຖະບານໄດ້ອະນຸຍາດໃຫ້ມີການຂຸດ ແລະ ມີສູນແລກປ່ຽນ ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ການລົງທຶນໃນຊັບສິນດີຈີຕອນ ພ້ອມທັງຈະເປັນການສ້າງຄວາມເຂົ້າໃຈໃຫ້ສັງຄົມຮັບຮູ້ກ່ຽວກັບໂອກາດ ແລະ ຄວາມສ່ຽງຕ່າງໆທີ່ຕິດພັນກັບການລົງທຶນໃນຊັບສິນດີຈີຕອນ ນອກນັ້ນ ກໍຈະເປັນທ່າແຮງທີ່ຈະສາມາດສ້າງລາຍຮັບໃຫ້ລັດຖະບານສູງເຖິງປີລະປະມານ 200 ລ້ານໂດລາ.

    ໃນພິທີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວກ່າວວ່າ: ທຫລ ໄດ້ໃຊ້ເວລາສົມຄວນ ໃນການສຶກສາຄົ້ນຄວ້າຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ໃນການວາງລະບຽບ ເພື່ອຄຸ້ມຄ້ອງການໃຫ້ບໍລິການສູນແລກປ່ຽນຊັບສິນຄຣິບໂຕ ເພື່ອຮັບປະກັນວ່າຜູ້ລົງທຶນໄດ້ຮັບການປົກປ້ອງ ມີຄວາມເຊື່ອໝັ້ນໃນການນຳໃຊ້ສູນແລກປ່ຽນຊັບສິນຄຣິບໂຕ ທີ່ຖືກຕ້ອງຕາມກົດໝາຍໃນລາວ ພ້ອມທັງໄດ້ວາງບາງຂໍ້ກຳນົດເພື່ອປ້ອງກັນບໍ່ໃຫ້ມີຄວາມສ່ຽງຕໍ່ເສດຖະກິດຂອງລາວ ທີ່ອາດຈະເກີດຈາກກິດຈະກຳການຊື້ຂາຍຊັບສິນດິຈີຕອນ ທຫລ ຈະສຶບຕໍ່ເຮັດວຽກຢ່າງໃກ້ຊິດກັບບັນດາສູນແລກປ່ຽນທີ່ໄດ້ຮັບອະນຸຍາດໃນການຕິດຕາມກິດຈະກຳການຊື້ຂາຍຕ່າງໆ ເພື່ອເປັນການປົກປ້ອງຜູ້ລົງທຶນ ແລະ ເປັນພື້ນຖານໃນການສຶບຕໍ່ປັບປຸງນິຕິກຳໃຫ້ສອດຄ່ອງກັບສະພາບຕົວຈິງຫຼາຍທີ່ສຸດ.

    ນອກນີ້ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທຫລ ກ່າວໃຫ້ຮູ້ອີກວ່າ: ມີຜູ້ສະເໜີຂໍອະນຸຍາດດຳເນີນທຸລະກິດບໍລິການສູນແລກປ່ຽນຊັບສິນດີຈີຕອນຫຼາຍກວ່າ 30 ບໍລິສັດ ແຕ່ມີພຽງ ກຸ່ມບໍລິສັດ ເອໄອເອຟ ຮ່ວມກັບ ບໍລິສັດ ພົງຊັບທະວີ ແລະ ກຸ່ມ ບໍລິສັດ ສີເມືອງ ກຣຸບ ທີ່ມີຄວາມພ້ອມຫຼາຍສຸດ ແລະ ມີເງື່ອນໄຂຄົບຖ້ວນຕາມລະບຽບການ ນອກນັ້ນ ທັງສາມບໍລິສັດດັ່ງກ່າວ ກໍເປັນຜູ້ສະເໜີທຳອິດໃນການຂໍໃບອະນຸຍາດດຳເນີນທຸລະກິດສູນຊື້ຂາຍຊັບສິນດີຈີຕອນ ແລະ ໃນນຕໍ່ໜ້າ ນັກລົງທຶນໃນຊັບສິນດີຈີຕອນທີ່ມີເງື່ອນໄຂ ສາມາດນຳໃຊ້ບັນຊີຢູ່ທະນາຄານ ບີໄອຊີ ທະນາຄານສົ່ງເສີມກະສິກຳ ທະນາຄານຮ່ວມພັດທະນາ ທະນາຄານການຄ້າຕ່າງປະເທດ ແລະ ທະນາຄານອື່ນໆຢູ່ໃນ ລາວ ໃນການຊື້ຂາຍຊັບສິນຄຣິບໂຕ ແລະ ບໍ່ຈຳເປັນຕ້ອງເສຍຄ່າທຳນຽມສູງໃນການໃຊ້ບັດເຄຣດິດ ຫຼື ນຳໃຊ້ບັນຊີຢູ່ຕ່າງປະເທດ ສຳລັບການນຳໃຊ້ສູນແລກປ່ຽນຢູ່ປະເທດອື່ນ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!