ບໍລິຄໍາໄຊ ເປີດນຳໃຊ້ຄູປ້ອງກັນນໍ້າຖ້ວມຕົວເມືອງວຽງທອງ

     ພິທີເປີດນຳໃຊ້ຄູກັນນ້ຳຖ້ວມ ບ້ານນ້ຳຢ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ບ້ານດັ່ງກ່າວ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ທ່ານ ພັນເອກ ຄຳແພນ ວິລືທຳ ເຈົ້າເມືອງວຽງທອງ ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ຄູກັນນ້ຳຖ້ວມນີ້ ສ້າງຂຶ້ນເພື່ອປ້ອງກັນນ້ຳໄຫຼເຂົ້າຖ້ວມຕົວເມືອງ ກໍຄືເຮືອນຊານຂອງພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງວຽງທອງໃນໄລຍະລະດູຝົນ ເຊິ່ງມີຄວາມຍາວ 2.982 ແມັດ ມີທາງຍ່າງເທິງຄູກັນນ້ຳ 2.972 ແມັດ ກວ້າງ 4 ແມັດ ມີກະຕ່າຫີນ 1×1 ລະບົບຄອງລະບາຍນ້ຳ 697,8 ແມັດ ມີຊ່ອງລະບາຍນ້ຳ 10 ຈຸດ ຈຸດເປີດຄອງນ້ຳ 5 ຈຸດ ປະຕູນ້ຳອອກ ແລະ ນ້ຳເຂົ້າ 10 ຈຸດ ປະກອບມີອາຄານ 3×5 ແມັດ 1 ຫຼັງ ອາຄານວັດແທກທາງທໍລະນີ 1 ຫຼັງ ຂັ້ນໄດຂ້າມຄູກັນນ້ຳ 6 ຈຸດ ຕູ້ໄຟ ສຳລັບວັດແທກແຮງດັນນ້ຳ 10 ຊຸດ ຫຼັກໝາຍເພື່ອແທກລະດັບນ້ຳ 2 ຈຸດ  ແລະ ມີຈຸດປິດສົ້ນຄັນຄູທັງສອງເບື້ອງດ້ວຍຫີນກ້ອນໃຫຍ່.

    ນອກນີ້ ຍັງມີຂົວອູ່ຂ້າມນ້ຳງອມ 97 ແມັດ 1 ຈຸດ ເສັ້ນທາງເບີ 1 ຍາວ 600 ແມັດ ເສັ້ນທາງ ເບີ 2 ຍາວ 191 ແມັດ ເສັ້ນທາງເຊື່ອມຕໍ່ 350 ແມັດ ທີ່ປູດ້ວຍຫີນ ຂ້າມນ້ຳຢ້າງ ແລະ ນ້ຳງອມ ກວ້າງ 5×13 ແມັດ 2 ຈຸດ ແລະ ມີທາງເຂົ້າຫາຈຸດນ້ຳປະປາ 100 ແມັດ ມີທໍ່ນ້ຳປະປາຂ້າມຄູກັນນ້ຳ 150 ແມັດ ມີຄອງລະບາຍນ້ຳ 1×160 ແມັດ ແລະ ມີເນື້ອທີ່ດິນທີ່ຖົມປັບໄວ້ 116.000 ຕາແມັດ.

# ຂ່າວ & ພາບ : ລັດເວລາ

error: Content is protected !!