ທ່ານ ພັນໂທ ຟາມ ແອັງ ຢຸງ ຮອງຫົວໜ້າຫ້ອງການທີ່ປຶກສາທູດທະຫານປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ ນຳເອົາກະຕ່າຂອງຂວັນມາອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ວັນທີ 14 ມັງກອນ 2022 ຢູ່ກອງບັນຊາການດັ່ງກ່າວ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ໂດຍໃຫ້ການຕ້ອນຮັບໂດຍທ່ານ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນ ຫຼວງວຽງຈັນ ພ້ອມຄະນະ.

ໂອກາດນີ້ ທ່ານ ພັນໂທ ຟາມ ແອັງ ຢຸງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ວັນສຳຄັນຂອງຊາດລາວ ໂດຍສະເພາະໃນກໍາລັງປະກອບອາວຸດ ກໍຄືກໍາລັງກອງບັນຊາການທະຫານນະຄອນຫຼວງວຽງຈັນ ທີ່ເຮັດໜ້າທີ່ປ້ອງກັນຊາດໃຫ້ມີຄວາມສະຫງົບຕະຫຼອດມາ ພ້ອມທັງອວຍພອນໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບໃນກົມກອງ ມີສຸຂະພາບແຂງແຮງ ມີຜົນສໍາເລັດອັນສູງສົ່ງໃນໜ້າທີ່ວຽກງານ ແລະ ເຮັດສໍາເລັດໜ້າທີ່ທີ່ພັກ ແລະ ລັດ ກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ທ່ານ ພັນເອກ ບຸນວານ ພົມມະວົງ ໄດ້ສະແດງຄວາມຂອບໃຈທ່ານຮອງຫົວໜ້າຫ້ອງການທີ່ປຶກສາທູດທະຫານປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ທີ່ເຫັນໄດ້ຄວາມສຳຄັນຕໍ່ວັນດັ່ງກ່າວ ພ້ອມທັງເປັນການເສີມສ້າງຄວາມຜູກພັນ ການໄປ-ມາຫາສູ່ເຊິ່ງ ແລະ ກັນ ເພື່ອຮັດແໜ້ນຄວາມສາມັກຄີມິດຕະພາບ ລະຫວ່າງກອງບັນຊາການທະຫານນະຄອນຫຼວງວຽງຈັນ ກັບສະຖານທູດທະຫານ ສສ ຫວຽດນາມ ປະຈຳ ສປປ ລາວ ໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ.
# ຂ່າວ & ພາບ : ສະບາໄພ