ກະແສນິຍົມສື່ອອນລາຍ ໄດ້ປ່ຽນໂຄງສ້າງທຸລະກິດ ໃນປີ 2022

    ທ່ານ ແດນ ເນຍຣີ ຮອງປະທານບໍລິສັດ Meta ປະຈຳພາກພື້ນອາຊີ-ປາຊີຟິກ ໄດ້ແບ່ງປັນຂໍ້ມູນ ເຊີງເລິກ ຕະຫຼອດເຖິງບົດສົນທະນາກັບທຸລະກິດຕ່າງໆ ແລະ ນັກສ້າງເນື້ອຫາໃນພາກພື້ນ ເພື່ອເບິ່ງວ່າ ກະແສເຫຼົ່ານີ້ໄດ້ປັບປ່ຽນໂຄງສ້າງຂອງຄວາມນິຍົມທາງສື່ອອນລາຍ ແລະ ຊ່ວຍໃຫ້ທຸລະກິດສາມາດເຊື່ອມ ຕໍ່ກັບລູກຄ້າຂອງພວກເຂົາ ລວມເຖິງຊຸມຊົນໄດ້ແນວໃດ. 

    ໃນຕົ້ນປີ 2021 ພວກເຮົາບໍ່ພຽງແຕ່ໄດ້ເລີ່ມຕົ້ນສຳຜັດກັບການປ່ຽນແປງຄັ້ງທຳອິດຂອງຍຸກດີຈີຕອນ ທີ່ສັ່ນສະເທືອນໄປທົ່ວໂລກເທົ່ານັ້ນ ແຕ່ໃນຕອນທ້າຍພວກເຮົາຍັງໄດ້ສຳຜັດກັບການໃຊ້ຊີວິດແບບຢູ່ກັບ ເຮືອນຂອງໂຕເອງເປັນຫຼັກ ແລະ ກັບຄືນສູ່ໂລກແຫ່ງຄວາມເປັນຈິງ ເມື່ອເງື່ອນໄຂຕ່າງໆເອື້ອອຳນວຍ ການປ່ຽນແປງເຫຼົ່ານີ້ ໄດ້ສົ່ງຜົນເຖິງວິທີການໃນການເຮັດວຽກຂອງພວກເຮົາເຊັ່ນກັນ ແລະ ເມື່ອພວກເຮົາ ສາມາດກັບເຂົ້າໄປເຮັດວຽກຢູ່ຫ້ອງການໄດ້ແລ້ວ ຫຼາຍຄົນກໍມັກລົມກັນຫຼາຍເຖິງການທົດລອງເຮັດວຽກໃນ ຮູບແບບປະສົມປະສານ ທີ່ລວມກັນລະຫວ່າງການເຮັດວຽກທາງໄກກັບເພື່ອນຮ່ວມງານທີ່ຢູ່ຫ້ອງການ ແບບເຫັນໜ້າກັນຄືກັບວ່າໄດ້ເຮັດວຽກຢູ່ນຳກັນແທ້ໆ.

    ນີ້ເປັນໄລຍະເວລາທີ່ເໝາະສົມທີ່ສຸດໃນການປ່ຽນແປງສຳລັບທຸລະກິດໃນທຸກຂະໜາດ ພວກເຂົາຕ້ອງ ໄດ້ຄິດຄົ້ນວິທີການໃໝ່ໆໃນການເຮັດວຽກ ແລະ ເຕີບໂຕໄປຂ້າງໜ້າ ຂະນະດຽວກັນກໍຍັງຕ້ອງເຊື່ອມຕໍ່ກັບ ລູກຄ້າຢ່າງສະໝໍ່າສະເໝີ ໂດຍພວກເຂົາຍັງຕ້ອງຊອກຫາແນວທາງໃນການສ້າງປະສົບການທີ່ຍິ່ງກວ່າເດີມ ໃຫ້ລູກຄ້າທາງອອນລາຍ ດ້ວຍການໄປພົບປະກັນໃນທຸກບ່ອນທີ່ລູກຄ້າຢູ່ ແລະ ທົດລອງໃຊ້ຮູບແບບ ແລະ ຊ່ອງທາງໃນການສື່ສານແບບໃໝ່ໆໄປພ້ອມກັນ. 

    ອີງຕາມຄອນເທັ້ນຊີຣີ້ “Ideals That Matter” ທີ່ພວກເຮົາໄດ້ເປີດໂຕໄປໃນໄວໆນີ້ ເຊິ່ງພວກເຮົາ ໄດ້ສົນທະນາກັບຫົວໜ່ວຍທຸລະກິດຕ່າງໆໃນທົ່ວພາກພື້ນ ເພື່ອຮັບຟັງວ່າສິ່ງໃດແທດເໝາະ ແລະ ໄດ້ຜົນ ສຳລັບພວກເຂົາແທ້ ພວກເຮົາໄດ້ເຫັນໂອກາດຫຼາຍຢ່າງທີ່ເກີດຂຶ້ນຈາກຄວາມນິຍົມທາງສື່ອອນລາຍ ໄດ້ ມາບັນຈົບກັບການດຳເນີນທຸລະກິດ ເຖິງວ່າກະແສນິຍົມຫຼາຍຢ່າງເຫຼົ່ານີ້ ຕ້ອງໃຊ້ເວລາຫຼາຍປີຈຶ່ງສາມາດ ເຂົ້າເຖິງທ່າແຮງສູງສຸດຂອງພວກມັນໄດ້ ແຕ່ພວກເຮົາເຫັນຊັດເຈຍວ່າຢ່າງໜ້ອຍຈະມີ 5 ຄ່ານິຍົມ ທີ່ສາ ມາດເຕີບໂຕ ແລະ ໄດ້ຮັບຄວາມນິຍົມໃນເວລາອັນໃກ້ນີ້ ຄື: Virtual ແລະ Augmented Reality ການຄ້າຂາຍທາງສື່ອອນລາຍ ວັນ Mega Sale ນັກສ້າງເນື້ອຫາ ແລະ ວິດີໂອ.

    ທ່ານ ຢູຈີນ ໂຊ ນັກອອກແບບ AR ທີ່ປະຈຳການຢູ່ທີ່ປະເທດສິງກະໂປ ເຊິ່ງເປັນຜູ້ກໍ່ຕັ້ງ Dude Studio ແລະ ໄດ້ສ້າງຟິວເຕີ້ AR ເທິງ Instagram ໂດຍອີງໃສ່ເກມໄຟແດງ ໄຟຂຽວຈາກ Squid Game ກ່າວວ່າ: ມັນໄດ້ຮັບຄວາມນິຍົມຫຼາຍ ແລະ ໄດ້ຮັບຄວາມປະທັບໃຈເຖິງ 1 ຕື້ຄັ້ງ ພາຍໃນ 2 ອາທິດ ນີ້ເປັນພຽງແຕ່ຕົວເລກ ສຳລັບໃນຄວາມເປັນຈິງມີຜູ້ຄົນຈາກທົ່ວໂລກ ໄດ້ສົ່ງຂໍ້ຄວາມຫາຕົນ ເພື່ອ ຖາມກ່ຽວກັບຟິວເຕີ້ໂຕນີ້ ໃນຫຼາຍພາສາ ຈຶ່ງເຮັດໃຫ້ຕົນໄດ້ຮູ້ວ່າຟິວເຕີໂຕນີ້ມີຊື່ສຽງໄປໄກເຖິງລະດັບສາ ກົນເປັນທີ່ຮຽບຮ້ອຍແລ້ວ.

    ເຖິງວ່າເຕັກໂນໂລຊີຈະບໍ່ໄດ້ຢຸດຢູ່ກັບທີ່ ແຕ່ສິ່ງໜຶ່ງທີ່ຍັງຄົງບໍ່ປ່ຽນແປງຄືຜູ້ຄົນ ເລືອກທີ່ຈະໂຕ້ຕອບ ກັບຮ້ານຄ້າໃນແບບຄົນທົ່ວໄປ ມີຄວາມເປັນສ່ວນຕົວ ແລະ ລາບລື່ນ ນີ້ແມ່ນເຫດຜົນທີ່ແນວໂນ້ມຄວາມນິ ຍົມໃຊ້ສື່ອອນລາຍ ຈຶ່ງມັກຕິດພັນກັບທຸລະກິດຢູ່ສະເໝີ.   

error: Content is protected !!