ໂຄງການພັດທະນາຊຸດອຸປະກອນຊ່ວຍເຫຼືອຄູ (TSP)

    ໂຄງການພັດທະນາຊຸດອຸປະກອນຊ່ວຍເຫຼືອຄູ (TSP) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (BEQUAL) ໄດ້ເລີ່ມແຕ່ເດືອນທັນວາ 2020 ໂດຍໄດ້ສ້າງທີມງານນັກຂຽນຫຼັກສູດບໍາລຸງຄູປະຈໍາການ ເພື່ອພັດທະນາອຸປະກອນສຳລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ເປັນຜູ້ພັດທະນາຊຸດອຸປະກອນຊ່ວຍເຫຼືອຄູ (TSP) ເປັນໂມດູນ ແລະ ອຸປະກອນສື່ການຮຽນການສອນອື່ນໆອີກ ທີມງານນັກຂຽນປະກອບດ້ວຍຕາງໜ້າພະນັກງານວິຊາການມາຈາກຫຼາຍພາກສ່ວນ ເຊັ່ນ: ກົມສ້າງຄູ ສູນພັດທະນາຄູ ວິທະຍາໄລຄູຫຼວງນໍ້າທາ ວິທະຍາໄລຄູດົງຄໍາຊ້າງ ວິທະຍາໄລຄູສາລະວັນ ວິທະຍາໄລຄູສະຫວັນນະເຂດ ຫ້ອງການສຶກສາທິການ ແລະ ກີລາເມືອງ ແລະ ໃນລະດັບໂຮງຮຽນ ທີມງານນີ້ ແມ່ນມີຄວາມດຸນດ່ຽງດ້ານບົດບາດຍິງ-ຊາຍ ເຊິ່ງເປັນຕົວແທນໃນລະດັບສູນກາງ ແລະ ທ້ອງຖິ່ນ ທີມງານນັກຂຽນທີ່ໄດ້ຖືກຄັດເລືອກ ລ້ວນແຕ່ເປັນຜູ້ມີປະສົບສົບການໃນການສິດສອນ ການໃຫ້ຄວາມຊ່ວຍເຫຼືອຄູ ແລະ ການອອກແບບຊຸດອຸປະກອນສຳລັບການເຝິກອົບຮົມຄູ.

    ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ ກະຊວງສຶກສາທິການ ແລະ ກີລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ກຳລັງພັດທະນາສື່ການຮຽນການສອນ ສໍາລັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ສະນັ້ນ ຄູຈຶ່ງຕ້ອງໄດ້ຮັບການເຝິກອົບຮົມ ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອຮຽນຮູ້ວິທີການນຳໃຊ້ສື່ອຸປະກອນດັ່ງກ່າວ ສຳລັບຊຸດອຸປະກອນຊ່ວຍເຫຼືອຄູ (TSP) ໃນ 4 ໂມດູນທໍາອິດນີ້ ໄດ້ຖືກນໍາໃຊ້ໃນການເຝິກອົບຮົມແຕ່ເດືອນກັນຍາ 2021 ໃນ 6 ແຂວງເປົ້າໝາຍຂອງແຜນງານບີຄວາ ເຊັ່ນ: ແຂວງຄໍາມ່ວນ ຫຼວງນໍ້ທາ ຜົ້ງສາລີ ສາລະວັນ ສະຫວັນນະເຂດ ແລະ ແຂວງເຊກອງ ເຊິ່ງຊຸດອຸປະກອນຊ່ວຍເຫຼືອຄູດັ່ງກ່າວ ໄດ້ຜະລິດເພື່ອມາຊ່ວຍຄູ ແລະ ສອດຄ່ອງກັບຄໍາຄິດເຫັນທີ່ໄດ້ຮັບຈາກຄູສອນຂັ້ນ ປ1 ແລະ ຂັ້ນ ປ2 ຜູ້ທີ່ກໍາລັງສິດສອນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ເຊິ່ງຫົວຂໍ້ຂອງຊຸດອຸປະກອນຊ່ວຍເຫຼືອຄູ (TSP) ລວມມີ ວິທີການປະດິດ ແລະ ການນໍາໃຊ້ບັດຄໍາ ແລະ ບັດຮູບພາບ ການຄຸ້ມຄອງຫ້ອງຮຽນ ການສອນວິຊາພາສາລາວໃຫ້ກັບເດັກຊົນເຜົ່າ ແລະ ການສອນຫ້ອງຄວບ.

    ເພື່ອຕອບສະໜອງຄວາມຕ້ອງການຂອງຄູສິດສອນຊັ້ນປະຖົມສຶກສາ ກົມສ້າງຄູ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈະໄດ້ຈັດກອງປະຊຸມການຂຽນ ແລະ ສ້າງຂີດຄວາມສາມາດໃຫ້ທີມງານຂຽນຫຼັກສູດຊຸດອຸປະກອນຊ່ວຍເຫຼືອຄູ (TSP) ເພື່ອພັດທະນາ 4 ໂມດູນໃໝ່ ເປັນເວລາ 5 ວັນ ໃນຮູບແບບທາງໄກ ເພື່ອຮັກສາໄລຍະຫ່າງໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຫົວຂໍ້ສຳລັບຊຸດອຸປະກອນຊ່ວຍເຫຼືອຄູໃໝ່ ແມ່ນຮູບແບບການປະເມີນ ແລະ ສະຫຼຸບ ການວາງແຜນການສອນ ລະບົບຈັບຄູ່/ແບບຜູກສ່ຽວ ແລະ ການເຮັດວຽກເປັນກຸ່ມ ລວມທັງສ້າງຄວາມໝັ້ນໃຈໃຫ້ຄູໃນການສິດສອນພາສາອັງກິດ ເຊິ່ງໄດ້ຖືກອອບແບບການຈັດວາງໂດຍທີມງານນັກຂຽນ ເຊິ່ງພວກເຂົາໄດ້ລວບລວມເອົາຮູບພາບຕ່າງໆພາຍໃນຫ້ອງຮຽນ ເພື່ອຊ່ວຍໃຫ້ຄູເຝິກ ແລະ ຄູສອນ ສາມາດວາງແຜນການສອນໃນສະພາບສິ່ງແວດລ້ອມຕົວຈິງໃນຫ້ອງຮຽນຂອງພວກເຂົາ ສຳລັບຄູເຝິກຫຼັກແຫຼ່ງໃນ 6 ແຂວງເປົ້າໝາຍຂອງແຜນງານບີຄວາ ຈະໄດ້ຮັບການເຝິກອົບຮົມເປັນເວລາ 8 ວັນ ໃນເດືອນມີນາ 2022 ແລະ  ພວກເຂົາຈະມອບໃຫ້ຄູເຝິກຂັ້ນແຂວງ  ເພື່ອນຳໄປຈັດຕັ້ງປະຕິບັດການເຝິກອົບຮົມຕໍ່ໃນແຂວງເປົ້າໝາຍຂອງແຜນງານບີຄວາ ໂມດູນດ່ຽວເຫຼົ່ານີ້ ຈະໄດ້ແຈກຢາຍໃຫ້ຄູເຝິກທົ່ວປະເທດ ແລະ ໃນເວລາດຽວກັນ ກົມສ້າງຄູ ແລະ ສູນພັດທະນາສື່ການຮຽນການສອນ ກຳລັງຜະລິດວິດີໂອສຳລັບການຝຶກອົບຮົມຄູ ທີ່ສອດຄ່ອງກັບໂມດູນຊຸດອຸປະກອນຊ່ວຍເຫຼືອຄູ (TSP) ວິດີໂອສໍາລັບການເຝິກອົບຮົມຄູ ກ່ຽວກັບໂມດູນຊຸດອຸປະກອນຊ່ວຍເຫຼືອຄູຊຸດທໍາອິດ ແມ່ນວິທີການປະດິດ ແລະ ການນຳໃຊ້ບັດຄຳ ແລະ ບັດຮູບພາບ ເຊິ່ງແຜນການຖ່າຍທຳວິດີໂອດັ່ງກ່າວ ຄາດວ່າໃນທ້າຍເດືອນມັງກອນ 2022 ທີ່ແຂວງວຽງຈັນ.

# ຂ່າວ – ພາບ : ບຸນມີ

error: Content is protected !!