ມອບເຮືອນຮົ່ມໃຫ້ກຸ່ມຜະລິດກະສິກຳແຂວງບໍລິຄໍາໄຊ

    ພິທີມອບ ຮັບເຮືອນຮົ່ມຂອງໂຄງການສະໜອງເຮືອນຮົ່ມໃຫ້ກຸ່ມຜະລິດກະສິກຳຂະໜາດນ້ອຍ ແລະ ກາງ ແຂວງບໍລິຄຳໄຊ ຈັດຂຶ້ນວັນທີ 12 ມັງກອນ 2022 ຢູ່ບ້ານສິນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ກ່າວມອບໂດຍ ທ່ານ ສາ ສິລິພົງ ຮັກສາການຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກ່າວຮັບໂດຍທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄຳໄຊ ມີທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການສະໜອງເຮືອນຮົ່ມໃຫ້ກຸ່ມຜະລິດກະສິກຳຂະໜາດນ້ອຍ ແລະ ກາງ ແມ່ນໂຄງການໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກອົງການຜະລິດຕະພາບແຫ່ງອາຊີ (APO) ທີ່ຈັດສັນໃຫ້ແຕ່ລະປະເທດສະມາຊິກຈາກງົບປະມານພິເສດ ເພື່ອຊ່ວຍຮັບມືຜົນກະທົບຈາກໂຄວິດ-19 ໂດຍ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອໃນການຈັດຊື້ເຮືອນຮົ່ມ ມູນຄ່າ 900 ລ້ານກີບ ຫຼືປະມານ 90.000 ໂດລາສະຫະລັດ.

   ສະເພາະແຂວງບໍລິຄໍາໄຊ ໄດ້ຮັບການສະໜອງເຮືອນຮົ່ມ  4 ຫຼັງ ຂະໜາດມາດຕະຖານ 6x12x3 ແມັດ ຕັ້ງຢູ່ບ້ານສິນໄຊ ເມືອງປາກຊັນ ມູນຄ່າ 100 ລ້ານກີບ ເຊິ່ງໄດ້ເລີ່ມຕິດຕັ້ງແຕ່ວັນທີ 17-28 ກັນຍາ 2021 ເຊິ່ງເຮືອນຮົ່ມດັ່ງກ່າວ ປະກອບດ້ວຍ: ໂຄງສ້າງອາຄານ ຜ້າຢາງມຸງຫຼັງຄາ ແລະ ຜ້າມຸງກັນແມງໄມ້ ເພື່ອສົ່ງເສີມໃຫ້ຊາວກະສິກອນປູກຜັກເປັນສິນຄ້າ ແລະ ຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຊາວກະສິກອນ ໃນການປັບປຸງຄຸນນະພາບຂອງສິນຄ້າກະສິກຳໃຫ້ໄດ້ມາດຕະຖານ ກາຍເປັນຕົວແບບການຜະລິດທີ່ສະອາດ ປອດໄພ ແລະ ເພີ່ມຜົນຜະລິດສິນຄ້າກະສິກຳ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສົ່ງອອກໃຫ້ຫຼາຍຂຶ້ນ.

.

error: Content is protected !!