ຖ້າເວົ້າເຖິງເຊື້ອພະຍາດແລ້ວ ເຮົາພົບໄດ້ໃນທຸກໆສະຖານທີ່ ແຕ່ໃນຫ້ອງນ້ຳມີເຊື້ອພະຍາດຮ້າຍແຝງຕົວຢູ່ເປັນຈຳນວນຫຼາຍ ວັນນີ້ຈະບອກເຄັດລັບ ເພື່ອທຸກຄົນຈະໄດ້ປ້ອງກັນຕົນເອງ. ເຊື້ອພະຍາດທີ່ຢູ່ໃນຫ້ອງນ້ຳສ່ວນໃຫຍ່ ເກີດຈາກການປົນເປື້ອນຂອງສິ່ງປະຕິກູນ ເຊັ່ນ: ອຸດຈາລະຮ່ວມກັບຄວາມຊຸ່ມ ສົ່ງຜົນໃຫ້ເຊື້ອພະຍາດສາມາດອາໄສຢູ່ໃນຫ້ອງນ້ຳໄດ້ເປັນເວລາດົນນານ ເນື່ອງຈາກເຊື້ອແບກທີເຣຍ ແລະ ໄວຣັສກໍ່ພະຍາດຕ່າງໆມີຂະໜາດນ້ອຍຫຼາຍ ບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ດັ່ງນັ້ນ ການປະເມີນຄວາມສະອາດຂອງຫ້ອງນ້ຳ…