ຄອບຄົວຕົວແບບ 6 ແຂວງ ທັດສະນະ ແລະ ເຝິກອົມຮົມການປັບປຸງດິນ ການປູກພືດລະດູແລ້ງ

    ໃນວັນທີ 12 ມັງກອນ 2022 ນີ້ ຢູ່ທີ່ນາຂອງທ່ານ ທອງດີ ພົມມາ ຄອບຄົວຕົວແບບ ເມືອງລະຄອນເພັງ ໂຄງການຈັດການດິນ ນ້ຳ ແລະ ຝຸ່ນ ກົມຄຸມຄອງ ແລະພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດທັດສະນະສັນຈອນ ແລະ ເຝິກອົບຮົບດ້ານວິຊາການໃນການປັບປຸງດິນ ແລະການປູກພືດລະດູແລ້ງໃຫ້ພະນັກງານວິຊາການກະສິກໍາ ແລະຊາວກະສິກອນຕົວ ໂດຍການເປັນປະທານ ແລະ ຮ່ວມບັນລະຍາຍຂອງທ່ານ ປອ ນີວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາກະຊວງກະສິກໍາ ແລະປ່າໄມ້ ຜູ້ຊີ້ນໍາໂຄງການ ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ ມີຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງສາລະວັນ ແລະ ແຂວງສະຫວັນນະເຂດ ຫົວໜ້າຫ້ອງການກະສິກໍາປ່າໄມ້ເມືອງລະຄອນເພັງ ຜູຊີ້ນໍາ ແລະ ປະສານງານໂຄງການຂັ້ນແຂວງເມືອງ ແລະຊາວກະສິກອນຄອບຄົວຕົວແບບຈາກ 6 ແຂວງ (ຄໍາມ່ວນ ສະຫວັນນະເຂດ ສາລະວັນ ຈໍາປາສັກ ເຊກອງ ແລະອັດຕະປື) ເຂົ້າຮ່ວມ ໂດຍຈຸດປະສົງຂອງການຈັດທັດສະນະ ແລະ ເຝິກອົບຮົມໃນຄັ້ງນີ້ ກໍເພື່ອເຮັດໃຫ້ເກີດການແລກປຽ່ນຮຽນຮູ້ ແລະ ຖອດຖອນບົດຮຽນຮ່ວມກັນທາງດ້ານວິຊາການ ໃນການປັບປຸງດິນ ແລະ ການປູກພືດລະດູແລ້ງ ຂອງວິຊາການກະສິກໍາ ແລະ ຊາວກະສິກອນຕົວແບບ ແນໃສ່ສ້າງຄວາມອຸດົມສົມບູນໃຫ້ດິນດ້ວຍອິນຊີວັດຖຸ ຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ຍົກສະມັດຖະພາບຜົນຜະລິດໃຫ້ສູງຂຶ້ນ ດ້ວຍເຕັກນິກໃໝ່ ເຮັດໃຫ້ມີຜົນຜະລິດກຸ້ມກິນ ແລະ ເຫຼືອຂາຍເປັນສິນຄ້າ ເພີ່ມລາຍຮັບໃຫ້ຄອບຄົວ.

    ສໍາລັບກິດຈະກໍາ ແລະ ບົດຮຽນທີ່ນໍາມາແລກປ່ຽນເຝິກອົບຮົມໃນຄັ້ງນີ້ ແມ່ນລົງເລີກກ່ຽວກັບເຕັກນິກການປັບປຸງດິນ ເຕັກນິກການປູກສາລີ ແລະ ເຕັກນິກໃນການສ້າງເຮືອນຮົ່ມ.

        # ຂ່າວ ພາບ : ເພັດສະໝອນ

error: Content is protected !!