ອົດສະຕຣາລີ ມອບວັກຊີນປ້ອງກັນພະຍາດໂຄວິດ-19 ລ້ານກວ່າໂດສ ໃຫ້ແກ່ ສປປ ລາວ.

    ສປປ ລາວ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຈາກປະເທດອົດສະຕຣາລີ ຈຳນວນ 1.005.580 ໂດສ ໃນນີ້ ປະກອບມີວັກຊີນ Pfizer BioNTech ຈຳນວນ 905.580 ໂດສ ແລະ ວັກຊີນ Astra Zeneca/Oxford ຈໍານວນ 100.000 ໂດສ.

    ພິທີມອບ-ຮັບຢ່າງເປັນທາງການ ຈັດຂຶ້ນວັນທີ 12 ມັງກອນ 2022 ທີ່ກະຊວງສາທາລະນະສຸກ ເປັນກຽດກ່າວມອບໂດຍທ່ານ ແດນ ເຮລດອນ ຮອງຫົວໜ້າຄະນະປະຕິບັດງານຂອງອົດສະຕຣາລີ ແລະ ກ່າວຮັບຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ນາງ ບີອາເຕ ດາສເທວ ວ່າການແທນຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ຕາງໜ້າລັດຖະບານແຫ່ງ ສປປ ລາວ ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈທີ່ສຸດ ມາຍັງລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການສະໜອງວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນລາວຈໍານວນ 1 ລ້ານກວ່າໂດສ ພວກເຮົາມີຄວາມຍິນດີທີ່ສຸດ ຕໍ່ການປະກອບສ່ວນຂອງປະເທດອົດສະຕຣາລີ ເຊິ່ງເປັນການສະໜັບສະໜູນຢ່າງໃຫຍ່ຫຼວງ ຕໍ່ຄວາມພະຍາຍາມຂອງພວກເຮົາໃນປັດຈຸບັນ ເພື່ອບັນລຸເປົ້າໝາຍສັກວັກຊີນໃຫ້ໄດ້ເຖິງ 87,25% ຂອງປະຊາກອນໃນປີ 2022 ເຊິ່ງໃນຂະບວນການນີ້ ເເມ່ນຈະສຸມໃສ່ກຸ່ມໄວໜຸ່ມ ເເລະ ກຸ່ມບຸລິມະສິດອື່ນໆ.

    ວັກຊີນ Pfizer BioNTech ທີ່ຈັດສົ່ງຈາກປະເທດອົດສະຕຣາລີຄັ້ງຫຼ້າສຸດນີ້ ເເມ່ນຈະສັກໃຫ້ປະຊາຊົນອາຍຸແຕ່ 12 ຫາ 17 ປີ ເປັນຕົ້ນເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນປັດຈຸບັນ ທີ່ຈະສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ໄວໜຸ່ມ ເພື່ອໃຫ້ພວກເຂົາສາມາດສືບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງປອດໄພ ໂດຍອີງຕາມແຜນປະຕິບັດການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແຫ່ງຊາດ ນອກຈາກນີ້ ວັກຊີນ Pfizer BioNTech ເເມ່ນຍັງຈະໄດ້ສັກໃຫ້ແກ່ກຸ່ມເປົ້າໝາຍອື່ນໆ ລວມທັງຜູ້ມີອາຍຸ 60 ປີຂຶ້ນໄປ ພະນັກງານສາທາລະນະສຸກໃນທົ່ວປະເທດ ເເລະ ຜູ້ມີພະຍາດປະຈໍາຕົວ ສ່ວນວັກຊີນ Astra Zeneca/Oxford ທີ່ປະເທດອົດສະຕຣາລີໄດ້ສະໜອງໃຫ້ ເເມ່ນຈະສືບຕໍ່ນຳໃຊ້ເພື່ອໃຫ້ການປົກປ້ອງເເກ່ບັນດາກຸ່ມບຸລິມະສິດຕາມແຜນປະຕິບັດການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແຫ່ງຊາດຕື່ມອີກ.

    ວັກຊີນເຫຼົ່ານີ້ ຈະຊ່ວຍໃຫ້ສປປ ລາວ ສາມາດຜັນຂະຫຍາຍວຽກງານການສັກວັກຊີນ ແລະ ເປັນອົງປະກອບສ່ວນໜຶ່ງຂອງການຊ່ວຍເຫຼືອຈາກປະເທດອົດສະຕຣາລີ ເພື່ອຊ່ວຍ ສປປ ລາວ ຮັບມືກັບການລະບາດຂອງໂຄວິດ-19 ການຊ່ວຍເຫຼືອນີ້ ມີມູນຄ່າທັງໝົດ 22 ລ້ານໂດລາອົດສະຕຣາລີ ຫຼື ປະມານ 15,6 ລ້ານໂດລາສະຫະລັດ ແລະ ຈະລວມເຖິງການຊ່ວຍເຫຼືອດ້ານເຕັກນິກ ການເຝິກອົບຮົມ ແລະ ອຸປະກອນການແພດ.

.​   

# ຂ່າວ ພາບ : ຊິລິການດາ

error: Content is protected !!