ຮັບຮອງເອົາບ້ານສາຍນໍ້າທີບ ເປັນບ້ານແບບຢ່າງປະຕິບັດກົດໝາຍ

       ວັນທີ 11 ມັງກອນ 2022 ຢູ່ທີ່ສະໂມສອນບ້ານສາຍນໍ້າທີບ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດຮັບຮອງເອົາບ້ານສາຍນໍ້າທີບ ເປັນບ້ານແບບຢ່າງປະຕິບັດກົດໝາຍ ມີທ່ານ ສຸລິຕານ ຈອມສະຫວັນ ປະທານແນວລາວສ້າງຊາດເມືອງນາແລ ທ່ານ ບົວເງີນ ດວງປະເສີດ ຮັກສາການຫົວໜ້າຫ້ອງການຍຸຕິທຳເມືອງນາແລ ການຈັດຕັ້ງຂັ້ນເມືອງ ເລຂາໜ່ວຍພັກ ຄະນະບ້ານ ແລະ ປະຊາຊົນເຂົ້າຮ່ວມ.

     ໃນພິທີ ທ່ານ ໜານອໍາພອນ ຈັນມະນີ ນາຍບ້ານສາຍນໍ້າທີບ ໄດ້ຂຶ້ນຜ່ານບົດສະຫຼຸບກ່ຽວກັບການປະເມີນການຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ມາດຕະຖານໃນການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ວຽກງານດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ ເດືອນພຶດສະພາ 2021 ເປັນຕົ້ນມາ ຜ່ານການຈັດຕັ້ງປະຕິບັດຕົງຈິງ ເຫັນໄດ້ວ່າປະຊາຊົນພາຍໃນບ້ານມີຄວາມຮັບຮູ້ ເຂົ້າໃຈຕໍ່ລັດຖະທຳມະນູນ ແລະ ກົດໝາຍຢ່າງຖືກຕ້ອງ ມີສະຕິຕື່ນຕົວເຄົາລົບ ແລະ ປະຕິບັດກົດໝາຍນັບມື້ເຂັ້ມງວດ ແລະ ສາມາດຮັບຮອງເອົາຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ມີ 249 ຄົວເຮືອນ ກວມເອົາ 98% ຂອງຄົວເຮືອນພາຍໃນບ້ານ.

    ຕອນທ້າຍຂອງພີທີ ທ່ານ ສຸລິຕານ ຈອມສະຫວັນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານຂອງອົງການປົກຄອງບ້ານ ແລະ ປະຊາຊົນທີ່ມີຄວາມສາມັກຄີກັນ ແລະ ໄດ້ເນັ້ນໃຫ້ອົງການປົກຄອງບ້ານຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນບັນດາເຜົ່າຢູ່ພາຍໃນບ້ານຂອງຕົນ ເປັນຕົ້ນ ປຸກລະດົມໃຫ້ປະຊາຊົນໃນບ້ານຕ້ອງໄດ້ຮັບຮູ້ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດຢ່າງກ້ວາງຂວາງ ແລະ ເລິກເຊິ່ງ ຮັກສາມູນເຊື້ອບ້ານແບບຢ່າງປະຕິບັດກົດໝາຍ ເສີມຂະຫຍາຍຄວາມສາມັກຄີປອງດອງ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດ ສຸມໃສ່ສ້າງເສດຖະກິດຄອບຄົວເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

         # ຂ່າວ & ພາບ : ເພັດສະໝອນ

error: Content is protected !!