ເມືອງນອງ ຍັງບໍ່ບັນລຸມາດຕະຖານຂອງເມືອງພົ້ນທຸກ

   ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ສ້າງເງື່ອນໄຂໃຫ້ເມືອງນອງເປັນເມືອງພົ້ນທຸກຕໍ່ກອງປະຊຸມປະຈຳປີ 2021 ຂອງແຂວງສະຫວັນນະເຂດ ຈັດຂຶ້ນວັນທີ 11 ມັງກອນ 2022 ນີ້ວ່າ:  ຜ່ານການສໍາຫຼວດເກັບກໍາຂໍ້ມູນຕົວຈິງ ເຫັນວ່າເມືອງນອງແມ່ນເມືອງໜຶ່ງທີ່ມີທ່າແຮງຫຼາຍດ້ານ ມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ ປັດຈຸບັນ ເມືອງນອງປະກອບມີທັງໝົດ 69 ບ້ານ ມີ 6.000 ກວ່າຄອບຄົວ ພົນລະເມືອງ 32.000 ກວ່າຄົນ ມີຊົນເຜົ່າບຣູກວມ 98% ຊົນເຜົ່າຜູ້ໄທ ແລະ ລາວຈໍານວນໜຶ່ງ ປະຊາຊົນສ່ວນໃຫຍ່ຖືເອົາການເຮັດສວນເປັນອາຊີບຕົ້ນຕໍ ການລ້ຽງສັດ ຫັດຖະກໍາ ເຮັດນາໃນບ່ອນທີ່ມີເງື່ອນໄຂ ແລະ ການເກັບກູ້ເຄື່ອງປ່າຂອງດົງເປັນອາຊີບເສີມ. ປະເພດການຜະລິດທີ່ພົ້ນເດັ່ນ ແມ່ນການປູກກ້ວຍ ການລ້ຽງງົວ ລ້ຽງແບ້ ແລະ ການປູກຢາງໂບງ ທີ່ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນ ຖ້າທຽບໃສ່ມາດຕະຖານຄວາມທຸກຍາກ ແລະ ພັດທະນາ ຕາມດໍາລັດ 309/ນຍ ເຫັນວ່າ ເມືອງນອງມີບ້ານພົ້ນທຸກຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນບ້ານທັງໝົດໃນເມືອງ ຕາມເງື່ອນໄຂເມືອງພົ້ນທຸກຕາມດໍາລັດດັ່ງກ່າວ.

    ເຖິງຢ່າງໃດກໍຕາມ ຖ້າອີງໃສ່ດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາໃນປີ 2019 ເຫັນວ່າ ເມືອງນອງຍັງບໍ່ທັນສາມາດບັນລຸໄດ້ຄົບ 9 ມາດຕະຖານຂອງເມືອງພົ້ນທຸກ ເຊິ່ງຍັງຄ້າງ 2 ມາດຕະຖານຄື: ຈໍານວນບ້ານພົ້ນທຸກຍັງບໍ່ທັນກວມຫຼາຍກວ່າ 70% ຂອງຈໍານວນບ້ານທັງໝົດພາຍໃນເມືອງ ແລະ ເສັ້ນທາງຄົມມະນາຄົມໄປຫາບ້ານຈໍານວນໜຶ່ງຍັງມີຄວາມຫຍຸ້ງຍາກ ປັດຈຸບັນ ໃນທົ່ວເມືອງມີບ້ານທີ່ມີໂຮງຮຽນປະຖົມ 53 ບ້ານ ກວມ 84% ສາມາດເຂົ້າເຖິງສຸກສາລາ ຫຼື ການບໍລິການສຸຂະພາບ 32 ບ້ານ ກວມ 46% ມີເສັ້ນທາງທຽວໄດ້ຕະຫຼອດປີ 38 ບ້ານ ກວມ 55% ສາມາດເຂົ້າເຖິງການບໍລິການ ໂທລະຄົມມະນາຄົມ 36 ບ້ານ ກວມ 52% ມີຕາຂ່າຍໄຟຟ້າໃນລະບົບ 57 ບ້ານ ກວມ 82% ແລະ ມີຄອບຄົວພົ້ນທຸກກວມ 70% ອັດຕາສ່ວນຄອບຄົວເຊິ່ງມີທີ່ຢູ່ອາໄສແໜ້ນໜາຖາວອນ ກວມ 70% ມີຊັບສິນທີ່ຈໍາເປັນໃນການດໍາລົງຊີວິດ 53% ມີອາຊີບ ແລະ ລາຍຮັບໝັ້ນຄົງ 9,7% ມີການສຶກສາຈົບມັດທະຍົມຕົ້ນ 15,8% ໄດ້ຊົມໃຊ້ນໍ້າ ແລະ ໄຟຟ້າໃນລະບົບ 46% ເຊິ່ງລວມຄອບຄົວພົ້ນທຸກໃນທົ່ວເມືອງມີ 336 ຄອບຄົວ ກວມ 6,77% ຂອງຈໍານວນຄອບຄົວທັງໝົດພາຍໃນເມືອງ.

    ຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ບາງວຽກງານກໍ່ດຳເນີນໄປໄດ້ດ້ວຍດີ ແຕ່ກໍມີບາງວຽກງານທີ່ຍັງບໍ່ທັນຄືບໜ້າເທົ່າທີ່ຄວນ ເນື່ອງຈາກພົບຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ມາດຕະການປ້ອງກັນ ແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບໍ່ສາມາດປະຕິບັດໄດ້ຕາມແຜນການທີ່ໄດ້ວາງໄວ້. ແຕ່ຍ້ອນຄວາມເອົາໃຈໃສ່ສູ້ຊົນຂອງອົງການປົກຄອງແຂວງ ແລະ ຂະແໜງ ການທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ບາງໜ້າວຽກມີຜົນສຳເລັດເຊັ່ນ: ການລົງທຶນໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃຫ້ເມືອງນອງເປັນເມືອງພົ້ນທຸກ ທີ່ຜ່ານມາມີທັງໝົດ 32 ໂຄງການ ມູນຄ່າ 226,30 ຕື້ກີບ ໃນນັ້ນ: ການລົງທຶນຂອງລັດ ມີ 10 ໂຄງການມູນຄ່າ 211,28 ຕື້ກີບ ທຶນຊ່ວຍເພື່ອການພັດທະນາ ມີ 17 ໂຄງການ ມູນຄ່າ 14,78 ຕື້ກີບ ແລະ ທຶນປຸກລະດົມ  5 ໂຄງການ ມູນຄ່າ 240 ລ້ານກ່ວາກີບ.

.

# ຂ່າວ & ພາບ : ລັດເວລາ

error: Content is protected !!