ກະຊວງ ຍທຂ ມີຄວາມສະຫງົບໂດຍພື້ນຖານ ພາຍໃຕ້ການນໍາພາຂອງອົງຄະນະພັກ

    ວັນທີ 12 ມັງກອນ 2022 ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດຂອງກະຊວງ ຍທຂ ວ່າ:

    ກະຊວງ ຍທຂ ບໍ່ວ່າຍາມໃດ ກໍຖືວຽກງານສຶກສາອົບຮົບການເມືອງແນວຄິດເປັນໜ້າທີ່ສຳຄັນແຖວໜ້າເຮັດເປັນປະຈຳ ໂດຍອີງໃສ່ຈຸດພິເສດ ເງື່ອນໄຂ ສະພາບແວດລ້ອມ ຄວາມສາມາດຕົວຈິງຂອງພະນັກງານຂະແໜງການ ປຸກລະດົມຂະບວນການ ກະຕຸກຊຸກຍູ້ການຈັດຕັ້ງຜັນຂະຫຍາຍແນວທາງ ແຜນນະໂຍບາຍ ມະຕິ ຄໍາສັ່ງ ເຄົາລົບກົດລະບຽບຂອງພັກ ນັບຖືກົດໝາຍຂອງລັດເປັນຍຸດທະສາດ ແຜນງານ ແຜນການກິດຈະກຳລະອຽດ ເຊິ່ງປີ 2019 ໄດ້ມີການທົບທວນຄືນວິໄສທັດຂອງຂະແໜງການ ຍທຂ ເພື່ອໃຫ້ສອດຄ່ອງກັບສະພາບການໃນໄລຍະໃໝ່ ໄດ້ປັບປຸງວິໄສທັດຮອດປີ 2030 “ພັດທະນາໂຍທາທິການ ໃຫ້ເປັນປາຍແຫຼມ ມີຈຸດສຸມ ມີປະສິດທິຜົນສູງ ທັນສະໄໝ ປອດໄພ ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”.

    ເພື່ອຮັບປະກັນການຈັດຕັ້ງປະຕິບັດທິດທາງ ແລະ ບັນດາຄາດໝາຍຕົ້ນຕໍທີ່ອົງຄະນະພັກກະຊວງ ຍທຂ ວາງອອກໃນ 5 ປີ ຜ່ານມາ:ຄະນະພັກ ຄະນະນຳກະຊວງ ໄດ້ນຳພາຄົ້ນຄວ້າເຊື່ອມຊືມ ຮັບຟັງປາຖະກະຖາ ບັນດາເອກະສານສຳຄັນຕ່າງໆຂອງພັກ ຂອງຊາດ ເຊິ່ງກະຊວງ ຍທຂ ເປັນກະຊວງໃຫຍ່ ເປັນກະຊວງເຕັກນິກວິຊາການ ຄຸ້ມຄອງນຳໃຊ້ງົບປະມານຢ່າງມະຫາສານ ພ້ອມນັ້ນ ໄດ້ຈັດຮ່າງເອກະສານສຶກສາອົບຮົມແນວຄິດກ່ຽວກັບ “ເດັດດ່ຽວແກ້ໄຂປາກົການຫຍໍ້ທໍ້ໃນການປະຕິບັດໂຄງການລົງທຶນຂອງລັດ ດ້ານໂຍທາທິການ ແລະ ຂົນສົ່ງ” ເຊິ່ງໄດ້ຮັບຮອງຈາກຄະນະໂຄສະນາອົບຮົມສູນກາງພັກ ຕາມຄຳແນະນຳສະບັບເລກທີ 02/ຄອສພ ຈັດຕັ້ງເຝິກອົບຮົມທິດສະດີການເມືອງ-ການປົກຄອງ 50 ວັນ ໄດ້ 5 ຊຸດ ຈັດຕັ້ງເຝິກອົບຮົມວຽກງານປາຖະກະຖາ 5 ຊຸດ ຜະລິດລາຍການໂທລະພາບ ຍທຂ ເພື່ອປະຊາຊົນ ໄດ້ 148 ລາຍການ ແຕ່ມາເຖິງປີ 2018 ແມ່ນໄດ້ຢຸດການເຄື່ອນໄຫວຊົ່ວຄາວ ແລະ ຈັດພິມວາລະສານ ຍທຂ ໄດ້ 8 ສະບັບ.

    ຍ້ອນຜົນສຳເລັດທີ່ກ່າວມານັ້ນ ເຮັດໃຫ້ສະພາບພາຍໃນກະຊວງມີຄວາມສະຫງົບ ຄວາມເປັນເອກະພາບພາຍໃນພັກນັບມື້ນັບສູງ ທິດທາງ ແຜນດຳເນີນງານ ວຽກງານຕ່າງໆໄດ້ຮັບການສະໜັບສະໜູນຈາກມະຫາຊົນ ແລະ ຍິນດີເຂົ້າຮ່ວມ ພື້ນຖານແນວຄິດຂອງພັກໄດ້ຮັບການປົກປັກຮັກສາ ແລະ ເຊີດຊູ ສາມາດຕອບຕ້ານໄດ້ຄວາມເຊື່ອທີ່ຜິດເຂວຕໍ່ແນວທາງ ແນວຄິດປໍລະປັກ ອະຄະຕິຕໍ່ລະບອບໃໝ່ຂອງພວກເຮົາ ສ້າງທັດສະນະຫຼັກໝັ້ນ ແນວຄິດປະຕິວັດຍຸກຄຸນສົມບັດສິນທຳປະຕິວັດໄວ້ຢ່າງໝັ້ນຄົງ. ຄຽງຄູ່ກັນນັ້ນ ຜ່ານການເຄື່ອນໄຫວຕະຫຼອດໄລຍະ  5  ປີ  (2016-2020)  ອົງຄະນະພັກກະຊວງໄດ້ຊຸກຍູ້ຂະບວນການກໍ່ສ້າງໝ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປັດຈຸບັນເອີ້ນວ່າ: ໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ສາມາດຮັບຮອງໄດ້ຈຳນວນ 19 ຮາກຖານພັກ ເທົ່າກັບ 79% ຂອງຈຳນວນຮາກຖານພັກທັງໝົດ ບັນລຸໄດ້ລື່ນຄາດໝາຍ ເພາະຄາດໝາຍໄວ້ແມ່ນ 70%.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!