ປະທານສະພາແຫ່ງຊາດ ເຄື່ອນໄຫວຊຸກຍູ້ການຜະລິດກະສິກໍາຢູ່ເມືອງໄຊບູລີ

    ວັນທີ 9 ມັງກອນ 2022 ຜ່ານມາ  ທ່ານ  ໄຊສົມພອນ ພົມວິຫານ  ປະທານສະພາແຫ່ງຊາດ  ພ້ອມດ້ວຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫັວນນະເຂດ ແລະ ຄະນະ ໄດ້ລົງເຄືອນໄຫວຢ້ຽມຢາມ  ແລະ ຊູກຍູ້ການການຜະລິດກະສິກໍາຂອງເມືອງໄຊບູລີ ເຂດບ້ານປາກເຊບັ້ງໄຟ ບົວໄຂ ແລະ ບ້ານນາສັງ ໃນເນື້ອທີ່ 400 ກວ່າເຮັກຕາ ທີ່ເປັນທ່າແຮງຂອງເມືອງ ຖືກຕ້ອນຮັບໂດຍທ່ານ ອ່ອນລໍາພັນ ບົວສີແກ້ວ ເລຂາພັກເມືອງ ເຈົ້າເມືອງໄຊບູລີ ພ້ອມດ້ວຍຄະນະນຳເມືອງ ອໍານາດການປົກຄອງບ້ານ ແລະ ປະຊາຊົນ.

     ໂອກາດດັ່ງກ່າວ ທ່ານເຈົ້າເມືອງໄຊບູລີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມບາງດ້ານທີ່ພົ້ນເດັ່ນຂອງເມືອງໃນໄລຍະຜ່ານມາ ໃຫ້ທ່ານປະທານສະພາຮັບຊາບວ່າ: ເມືອງໄຊບູລີ ມີທັງໝົດ 54 ບ້ານ ມີພົນລະເມືອງ 66.686 ຄົນ ຍິງ 33.436 ຄົນ ປະຊາຊົນສ່ວນໃຫຍ່ຖືເອົາການປູກຝັງ ລ້ຽງສັດເປັນອາຊີບຕົ້ນຕໍ ລວມຍອດຜະລິດຕະພັນພາຍໃນປີ 2020 ປະຕິບັດໄດ້ 815,89 ຕື້ກີບ ເພີ່ມຂຶ້ນຈາກປີ 2019 ມູນຄ່າ 50,24 ຕື້ກີບ ດ້ວຍອັດຕາການຂະຫຍາຍຕົວ 6,10% ສະເລ່ຍໃສ່ຫົວຄົນໄດ້ 12.681.406 ກີບ ມີການກໍ່ສ້າງລະບົບພື້ນຖານໂຄງລ່າງດ້ວຍທຶນລັດທັງໝົດ 10 ໂຄງການ ມູນຄ່າ 12 ຕື້ກວ່າກີບ ມີທຶນລະດົມຈາກປະຊາຊົນ ສັງຄົມ ແລະ ເມືອງສົມທົບ ລວມມູນຄ່າ 2,3 ຕື້ກີບ  ມີເນື້ອທີ່ປູກເຂົ້ານາປີ 15.710 ເຮັກຕາ ປະຕິບັດໄດ້ 15.310 ເຮັກຕາເທົ່າກັບ 97,45% ມີສັດລ້ຽງ ຄວາຍ 3.960 ໂຕ ງົວ 25.047 ໂຕ ໝູ 8.750 ໂຕ ແບ້ 3.350 ໂຕ ສັດປີກ 285.995 ໂຕ ມີຊົນລະປະທານ 47 ແຫ່ງ  ມີການສ້າງຕັ້ງກຸ່ມການຜະລິດ 58 ກຸ່ມ ມີການອອກໃບຕາດິນຖາວອນສໍາເລັດ 28.172 ຕອນດິນ.    

    ສຳລັບທິດທາງແຜນການໃນຕໍ່ໜ້າ ການນໍາຂອງເມືອງໄຊບູລີຈະໄດ້ສືບຕໍ່ຊີ້ນໍາໆພາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ບັນລຸຕາມລະດັບຄາດໜາຍທີ່ວາງໄວ້.

    ພາຍຫຼັງທີ່ໄດ້ຮັບຟັງການລາຍງານຈາກທ່ານເຈົ້າເມືອງແລ້ວ ທ່ານປະທານສະພາ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳໃຫ້ອຳນາດການປົກຄອງເມືອງເພີ່ມທະວີຄວາມເອົາໃຈໃສ່ໃນວຽກງານແຕ່ລະດ້ານ ເປັນຕົ້ນ ການນໍາໃຊ້ທ່່າແຮງຂອງເມືອງ ການຊູກຍູ້ສົ່ງເສີມການທຳການຜະລິດຂອງປະຊາຊົນ ແລະ ອື່ນໆເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ  ເປັນເຈົ້າການກະຕຸກຊຸກຍຸ້ໃຫ້ສະມາຊິກພັກ ພະນັກງານ ຕະຫຼອດຮອດອໍານາດການປົກຄອງບ້ານ ຈົ່ງເອົາໃຈໃສ່ປະຕິບັດສໍາເລັດໜ້າທີ່ການເມືອງຂອງຕົນ ໂດຍສະເພາະ ການສຸມໃສ່ການປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ການແກ້ໄຂບັນຫາຢາເສບຕິດ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ຂັ້ນເມືອງໃຫ້ມີປະສິດທິຜົນຍິ່ງຂຶ້ນ.

# ຂ່າວ & ພາບ : ລັດເວລາ

error: Content is protected !!