ເມືອງຫົງສາ ໄດ້ຮັບເຄື່ອງຊ່ວຍເຫຼືອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19

    ວັນທີ 11 ມັງກອນ 2022 ຢູ່ຫ້ອງວ່າການປົກຄອງເມືອງຫົງສາ ແຂວງໄຊຍະບູລີ ທ່ານ ນາງ ພວງມາລີ ກອງສີຫາລາດ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງຊຸມຊົນໃນການຕອບໂຕ້ກັບພະຍາດໂຄວິດ 19 ສະມາຄົມຮ່ວມໃຈອາສາສະໝັກ ຫຼື HJA ພ້ອມດ້ວຍທິມງານ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ມອບໃຫ້ເມືອງຫົງສາ ໃຫ້ກຽດກ່າວຮັບໂດຍ ທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງໆຫົງສາ ມີຄະນະນໍາຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

    ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ : ເຄື່ຶອງວັດແທກອຸນຫະພູມ 15 ເຄື່ອງ ຜ້າອັດປາກ-ດັງ 240 ກັບ ເຫຼົ້າ90 14 ຕຸກ ເຈວລ້າງມື 20 ຕຸກ ສະເປຂ້າເຊື້ອ ຂະໜາດ 500ml 26 ຂວດ ແລະ ຂະໜາດ 100 ml 72 ຂວດ ລວມມູນຄ່າເກືອບ 16 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ເພື່ອຮັບມືກັບພະຍາດໂຄວິດ-19 ພ້ອມນີ້ ທິມງານຍັງໄດ້ປຶກສາຫາລື ນຳສະເໜີກ່ຽວກັບຈຸດປະສົງຂອງກິດຈະກຳທີ່ຈະລົງຈັດຕັ້ງປະຕິບັດຮ່ວມກັນຢູ່ໃນ 5 ບ້ານເປົ້າໝາຍຄື: ບ້ານເມືອງຫານ ໂພນໄຊ ນາປຸ່ງ ກີ່ວມ່ວງ ແລະ ບ້ານຫ້ວຍຈ້ວງ ເຊິ່ງເອກະສານທີ່ຈະນຳໄປເຜີຍແຜ່ໃນຄັ້ງນີ້ ມີເອກະສານການຄວບຄຸມການຕິດເຊື້ອໂຄວິດ-19 ຢູ່ໃນຊຸມຊົນ ແນນຳວິທີການລ້າງມືໃຫ້ສະອາດ ການນຳໃຊ້ຜ້າປິດປາກ-ດັງ ການຮັກສາໄລຍະຫ່າງ ອະທິບາຍການຮັບວັກຊິນ ສະຖານທີ່ການກວດຫາເຊື້ອ ແລະ ຂໍ້ຄວນປະຕິບັດກັບກໍລະນີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19.

    ໂອກາດນີ້ ທ່ານ ຄໍາຫຼ້າ ຜີວວັນນາ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ຄະນະນຳຊັ້ນເທິງໃຫ້ຄວາມເປັນຫ່ວງເປັນໄຍ ໃຫ້ການຊ່ວຍເຫຼືອຕະຫຼອດມາ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວຕື່ມອີກ ແລະ ຈະນຳໃຊ້ເຄື່ອງຊ່ວຍເຫຼືອຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ & ພາບ : ບຸນມີ

error: Content is protected !!