ແຂວງຄໍາມ່ວນ ສະໜອງນໍ້າໃຫ້ແກ່ການຜະລິດໃນລະດູແລ້ງ ໄດ້ 12.000–13.000 ເຮັກຕາ

    ທ່ານ ບົວຄໍາ ຈູມມະນີ ຮອງຫົວໜ້າຂະແໜງຊົນລະປະທານແຂວງ ທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ແຂວງໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາແຊງປີ 2022 ນີ້ ໃນທົ່ວແຂວງມີລະບົບຊົນລະປະທານທັງໝົດ 229 ໂຄງການ ໃຊ້ໄດ້ 169 ໂຄງການ ໃຊ້ບໍ່ໄດ້ 60 ໂຄງການ ໃນນັ້ນ ຈັກສູບນໍ້າດ້ວຍໄຟຟ້າ 133 ໂຄງການ ໃຊ້ໄດ້ 104 ໂຄງການ ໃຊ້ບໍ່ໄດ້ 29 ໂຄງການ ຈັກສູບນໍ້າດ້ວຍນໍ້າມັນ 23 ໂຄງການ ໃຊ້ໄດ້ 2 ໂຄງການ ໃຊ້ບໍ່ໄດ້ 21 ໂຄງການ ຝາຍນໍ້າລົ້ນ 59 ໂຄງການ ໃຊ້ໄດ້ 49 ໂຄງການ ໃຊ້ບໍ່ໄດ້ 10 ໂຄງການ ປະຕູນໍ້າ 14 ໂຄງການ ໃຊ້ໄດ້ 14 ໂຄງການ.

    ດ້ານການສະໜອງນໍ້າໃຫ້ເນື້ອທີ່ການຜະລິດກະສິກໍາລະດູແລ້ງ ຈາກ 9.000 ເຮັກຕາ ໃນປີ 2016 ມາເປັນ 13.000 ເຮັກຕາ ໃນປີ 2021 ລະດູຝົນ 19.500 ເຮັກຕາ ໃນປີ 2016 ມາເປັນ 23.000 ເຮັກ ຕາ ໃນປີ 2021 .

    ສໍາລັບແຜນສະໜອງນໍ້າໃຫ້ແກ່ການຜະລິດໃນລະດູແລ້ງປີ 2022 ມີຈໍານວນ 143 ໂຄງການ ໃນນັ້ນ ຈັກສູບນໍ້າດ້ວຍໄຟຟ້າ 104 ໂຄງການ ຈັກສູບນໍ້າດ້ວຍນໍ້າມັນ 2 ໂຄງການ ແລະ ຝາຍອື່ນໆ 37 ໂຄງການ ຄາດວ່າຈະສະໜອງນໍ້າເພື່ອຫົດເນື້ອທີ່ການຜະລິດໄດ້ 12.883 ເຮັກຕາ ທຽບໃສ່ໂຄງການຜ່ານມາແຕ່ປີ 2010 ມາຮອດປັດຈຸບັນ ໂຄງການໄດ້ເພີ່ມຂຶ້ນຈາກ 222 ໂຄງການມາເປັນ 229 ໂຄງການ ເນື່ອງຈາກວ່າແຂວງຄໍາມ່ວນໄດ້ຮັບການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ເຊັ່ນ:ໂຄງການພັດທະນາແຂວງຄໍາມ່ວນ (KDP) ໂຄງການແມ່ນໍ້າຂອງ ໂຄງການຜະລິດເຂົ້າເປັນສິນຄ້າ ອົງການຝຣັ່ງເພື່ອການພັດທະນາ (AFD) ທຶນຂອງລັດຖະບານ ໂຄງການພັດທະນາທົ່ງຮາບເຊບັ້ງໄຟ ເຮັດໃຫ້ເນື້ອທີ່ນາແຊງເພີ່ມຂຶ້ນຈາກ 7.000 ເຮັກຕາ ມາເປັນ 12.000 ເຮັກຕາ .

    ສ່ວນໂຄງການທີ່ມີຢູ່ໃນປັດຈຸບັນ 229 ໂຄງການ ໃນລະດູຝົນໃຊ້ໄດ້ 169 ໂຄງການ ແລະ ໃນລະດູແລ້ງໃຊ້ໄດ້ 148 ໂຄງການ ສາມາດສະໜອງນໍ້າໃຫ້ແກ່ການຜະລິດໃນລະດູແລ້ງໄດ້ 12.000 – 13.000 ເຮັກຕາ ແລະ ລະດູຝົນ 19.500 – 23.000 ເຮັກຕາ ເຊິ່ງໃນລະດູການຜະລິດຂອງປີນີ້ ທາງຂະແໜງຊົນລະປະທານແຂວງແມ່ນໄດ້ສ້າງແຜນສະໜອງນໍ້າປະຈໍາລະດູການຮ່ວມກັບເມືອງ ກຸ່ມຜູ້ນໍາໃຊ້ນໍ້າ ແຜນຟື້ນຟູສ້ອມແປງໂຄງການ ສ້າງແຜນເຝິກອົບຮົມກຸ່ມຜູ້ນໍາໃຊ້ນໍ້າ ລົງຊຸກຍູ້ ຕິດຕາມ ກວດກາ ກະກຽມຄວາມພ້ອມຂອງໂຄງການກໍານົດວັນທີ 3 ພະຈິກ ຂອງທຸກໆປີ ເປັນວັນເປີດຊົນລະປະທານແຫ່ງຊາດ.

    ຜ່ານການລົງໄປຈັດຕັ້ງປະຕິບັດ ເຫັນວ່າຍັງມີຂໍ້ຫຍຸ້ງຍາກຈໍານວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເຊິ່ງບັນຫາຫຼັກໆຂອງຊາວນາໃນປັດຈຸບັນ ຄື: ສະພາບທໍາມະຊາດຂົ່ມຂູ່ ການລະບາດຂອງພະຍາດພືດ ສະພາບເສດຖະກິດ ປັດໄຈການນໍາເຂົ້າແພງ (ຝຸ່ນ-ປຸ໋ຍ) ການເໜັງຕິງຂອງລາຄາສິນຄ້າຢູ່ທ້ອງຕະຫຼາດ (ລາຄາເຂົ້າ) ຄ່າກະແສໄຟຟ້າໃຊ້ຈັກສູບນໍ້າ (ປະຊາຊົນມີໜີ້ຄ່າກະແສໄຟຟ້າ) ກອງທຶນພັດທະນາຊົນລະປະທານຍັງບໍ່ມີຄວາມຍືນຍົງ ຊາວນາຍັງບໍ່ທັນເປັນເຈົ້າການ ລະບົບຊົນລະປະທານເກົ່າສ້າງແຕ່ສະໄໝແຜນເລັ່ງລັດປີ 1997 ລະບົບຊົນລະປະທານສ້າງບໍ່ຄົບຊຸດ ແລະ ຍັງບໍ່ທົ່ວເຖິງ.

# ຂ່າວ & ພາບ : ສີພອນ

error: Content is protected !!