ທ່ານ ພູເງິນ ບົວທອງ ຮອງເລຂາສະຫະພັນບານເຕະແຂວງວຽງຈັນ ທັງເປັນຜູ້ຈັດການທີມຂອງສະໂມສອນວຽງຈັນ ເອັຟຊີ ທີມນ້ອງໃໝ່ ການແຂ່ງຂັນບານເຕະເປບຊີລາວລີກ 1 ປະຈຳປີ 2020 ໄດ້ໃຫ້ສຳພາດວ່າ: ສຳລັບວຽງຈັນເອັຟຊີໃນການແຂ່ງຂັນບານເຕະສາຍ ກ ປະຈຳ ປີ 2019 ແລະ ລາຍການແຂ່ງຂັນອື່ນໆແມ່ນໄດ້ເປັນບົດຮຽນຫຼາຍຄະນະສະຫະພັນບານເຕະແຂວງວຽງຈັນກໍຄືສະໂມສອນວຽງຈັນ ເອັຟຊີ ໄດ້ພັດທະນາຕົນເອງພັດທະນາລະບົບການບໍລິຫານທີມຈົນມາປີນີ້ຖືກບັນຈຸປະເພດກີລາທີ່ແຂວງວຽງຈັນທີ່ຈະສົ່ງເຂົ້າຮ່ວມງານມະຫະກຳກີລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ ສືບເນື່ອງຈາກພະຍາດ COVID-19 ທີ່ມີການລະບາດເຮັດໃຫ້ພວກເຝິກຊ້ອມໄປແລ້ວໄດ້ຢຸດເຝິກຊ້ອມໄປກ່ອນ.
ຂະນະທີ່ນັກກີລາຈະໃຊ້ເຂົ້າຮ່ວມການແຂ່ງຂັນບານເຕະເປບຊີລາວລີກ 1 ປະຈຳປີ 2020 ຈະພະຍະຍາມເອົານັກກີລາທີ່ມີຄວາມສາມາດຂອງແຂວງ ເພື່ອເຂົ້າຮ່ວມການແຂ່ງຂັນລາຍການນີ້ ໂດຍສະເພາະຄົນທີ່ອາໄສຢູ່ແຂວງວຽງຈັນ ແລະ ຄົນແຂວງວຽງຈັນ ຢູ່ໃນນະຄອນຫຼວງກໍຕາມ ພ້ອມດຽວກັນນັ້ນຈະໃຊ້ນັກກີລາທີ່ຊຸດເກົ່າຈຳນວນໜຶ່ງ ແລະ ເສີມນັກກີລາທີ່ກະກຽມເຂົ້າຮ່ວມກີລາແຫ່ງຊາດ ສ່ວນຄູເຝິກຍັງບໍ່ທັນລະບຸວ່າຈະນຳໃຊ້ຄູເຝິກຄົນໃດນຳທີມແຕ່ແນວໃດກໍຕາມພວກເຮົາໃນນາມ ສະຫະ ພັນບານເຕະແຂວງວຽງຈັນກໍຄືສະໂມສອນວຽງຈັນເອັຟຊີ ຈະພະຍະຍາມເຮັດສຸດຄວາມສາມາດ ເພາະວ່າຈະເປັນບົດຮຽນໃນການພັດທະນາວົງການກີລາບານເຕະຢູ່ທ້ອງຖິ່ນຂອງພວກເຮົາໃນອະນາຄົດເປົ້າຫມາຍໃນການເຂົ້າຮ່ວມການແຂ່ງຂັນຄັ້ງນີ້ບໍ່ໄດ້ວາງເປົ້າຫມາຍສູງເພາະວ່າທຸກສະໂມສອນ ໃນການແຂ່ງຂັນບານເຕະເປບຊີລາວລີກ 1 ເປັນສະໂມສອນມີບົດຮຽນໃນການແຂ່ງຂັນມາແລ້ວຫຼາຍຄັ້ງສະໂມສອນຈາກແຂວງວຽງຈັນ ແມ່ນສະໂມສອນທີ່ຫາກໍຕັ້ງໃໝ່ເປັນຄວາມທ້າທາຍທີ່ສຸດໃນການເຂົ້າຮ່ວມການແຂ່ງຂັນລະດັບສະໂມສອນລະດັບສູງສຸດໃນລາວ.

ພ້ອມດຽວກັນນັ້ນຜູ້ຈັດການທີມວຽງຈັນເອັຟຊີຍັງໄດ້ຝາກເຖິງກອງເຊຍບານໂດຍສະເພາະແມ່ນກອງເຊຍວຽງຈັນເອັຟຊີກອງເຊຍຊາວລາວ ແລະ ຕ່າງປະເທດທີ່ຖ້າຮັບຊົມການແຂ່ງຂັນ ເຖິງຈະເປັນທີມນ້ອງໃໝ່ສິ່ງທີ່ຄາດຫວັງແມ່ນຈະພະຍາມ ສູ້ຊົນເຮັດຜົນງານຂອງມາດີທີ່ສຸດຊ່ວຍກັນຊຸກດັນໃຫ້ເກີດເປັນເວທີສູງສຸດຂອງບານເຕະຈາກເຕະແຂວງວຽງຈັນ ເພື່ອເປັນເວທີຮອງຮັບເຍົາວະຊົນທີ່ມີເປົ້າ ໝາຍຂອງຕົນເອງ.