ສະວິດ ສ້າງຄວາມເຂັ້ມແຂງໃຫ້ລາວໃນການປ້ອງກັນພະຍາດໂຄວິດ-19

    ວັນທີ 8 ພຶດສະພາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ Howard Sobel ຮັກສາການຜູ້ຕາງໜ້າອົງການ WHO ປະຈໍາລາວ ແລະ ທ່ານ Jean-François Cuénod ຜູ້ອໍານວຍການປະຈໍາພາກພື້ນແມ່ນໍ້າຂອງຕາງໜ້າອົງການພັດທະນາ ແລະ ການຮ່ວມມືຂອງສະວິດ (SDC) ໄດ້ແລກປ່ຽນຂໍ້ຕົກລົງເພື່ອສ້າງຄວາມເຂັ້ມແຂງໃຫ້ລາວໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ມູນຄ່າ 310.000 ໂດລາສະຫະລັດ ຫຼື ປະມານ 2,77 ຕື້ກີບ ມີທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ນັບແຕ່ເດືອນມີນາຫາເດືອນເມສາ 2020 ສປປ ລາວ ສາມາດສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງທໍາອິດດ້ວຍຜົນສຳເລັດອັນເປັນທີ່ໜ້າເພິ່ງພໍໃຈ ຜົນສຳເລັດອັນຍິ່ງໃຫຍ່ນີ້ເກີດຂຶ້ນໄດ້ຍ້ອນຄວາມເສຍສະຫຼະ ແລະ ຄວາມເປັນມືອາຊີບຂອງແພດ-ໝໍ ພະຍາບານລາວ ແຕ່ພວກເຮົາບໍ່ຄວນປະໝາດເພາະວ່າປະເທດເຮົາຍັງມີຄວາມສ່ຽງຢູ່ເຊິ່ງຄາດວ່າຈະມີການລະບາດເທື່ອໃໝ່ ແລະ ອາດຈະຮຸນແຮງກວ່າເກົ່າ ປັດຈຸບັນພວກເຮົາຍັງຈະຕ້ອງໄດ້ເພີ່ມທະວີຄວາມສາມາດຂອງລາວໃນການປ້ອງກັນພະຍາດໂຄວິດ-19 ສະນັ້ນ ການຮັບເອົາການຊ່ວຍເຫຼືອຈາກປະເທດສະວິດຈຶ່ງມີຄວາມສໍາຄັນ.

    ທ່ານ Jean-François Cuénod ກ່າວວ່າ: ການຕໍ່ສູ້ກັບພະຍາດໂຄວິດ-19 ບໍ່ພຽງແຕ່ເປັນການຊ່ວຍເຫຼືອເພື່ອມະນຸດສະທຳສາກົນເທົ່ານັ້ນແຕ່ຍັງລວມເຖິງການຊ່ວຍເຫຼືອລະບົບສາທາລະນະສຸກ ແລະ ຄວາມສາມາດຂອງອຳນາດການປົກຄອງໃນທ້ອງຖິ່ນໃນການໃຫ້ບໍລິການປະຊາຊົນຮັບປະກັນຄວາມປອດໄພ ແລະ ຊີວິດການເປັນຢູ່ທີ່ດີຂອງພົນລະເມືອງລາວທົ່ວປະເທດ ການຊ່ວຍເຫຼືອຂອງລັດຖະບານສະວິດໂດຍຜ່ານອົງການ WHO ຈະຮັບປະກັນວ່າ ທີມງານຮັບມືສຸກເສີນໄດ້ຮັບການອົບຮົມ ແລະ ມີຊັບພະຍາກອນຢ່າງພຽງພໍເພື່ອກຽມພ້ອມ ແລະ ຮັບມືກັບກໍລະນີຜູ້ຕິດເຊື້ອທີ່ອາດຈະເກີດຂຶ້ນໃໝ່ໄດ້.

    ເງິນຊ່ວຍເຫຼືອດັ່ງກ່າວຈະຖືກນໍາໃຊ້ໃນການຊື້ອຸປະກອນ ແລະ ເຝິກອົບຮົມໃຫ້ພະນັກງານທີ່ຮັບຜິດຊອບວຽກງານຄວບຄຸມການແຜ່ລະບາດຂອງພະຍາດຢູ່ຂັ້ນແຂວງ ແລະ ເມືອງ ເພື່ອໃຫ້ສາມາດລະບຸ ແລະ ຮັບມືກັບກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ຢ່າງວ່ອງໄວ ອຸປະກອນດັ່ງກ່າວຈະປະກອບມີອຸປະກອນ ແລະ ເຄື່ອງມືການແພດຕ່າງໆເພື່ອໃຊ້ໃນການກວດຫາເຊື້ອພະຍາດໂຄວິດ-19 ນອກນີ້ ພະນັກງານສາທາລະນະສຸກຂັ້ນແຂວງ ແລະ ຂັ້ນເມືອງກໍຈະໄດ້ຮັບການເຝິກອົບຮົມກ່ຽວກັບການກວດຫາເຊື້ອພະຍາດ ແລະ ການຕິດຕາມຜູ້ສຳຜັດໃກ້ຊິດກັບຄົນເຈັບ ລາວມີທີມງານຮັບມືການແຜ່ລະບາດຂອງພະຍາດຢ່າງຮີບດ່ວນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງປະກອບມີ ຊ່ຽວຊານດ້ານການລະບາດ ຊ່ຽວຊານຫ້ອງຄົ້ນຄວ້າ ແລະ ແພດ-ໝໍ ພະຍາບານທີ່ສາມາດປະຕິບັດງານທັນທີເຊິ່ງລ້ວນແຕ່ເປັນພະນັກງານແນວໜ້າຂອງປະເທດໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດອື່ນໆ.

   ທ່ານ Howard Sobel ກ່າວວ່າ: ໃນໄລຍະການແຜ່ລະບາດຂອງພະຍາດເວລາເປັນສິ່ງທີ່ມີຄວາມສຳຄັນຫຼາຍພວກເຮົາຈະເຫັນວ່າການກວດຫາຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ຢ່າງວ່ອງໄວ ແລະ ການຕິດຕາມຜູ້ສຳຜັດໃກ້ຊິດກັບຄົນເຈັບທີ່ທັນການ ສາມາດຢຸດການລະບາດເພື່ອບໍ່ໃຫ້ແຜ່ລາມເປັນວົງກວ້າງ ຂໍສະແດງຄວາມຊົມເຊີຍຕໍ່ລັດຖະບານສະວິດ ທີ່ເຮັດໃຫ້ພວກເຮົາສາມາດເພີ່ມທະວີຄວາມສາມາດໃນການຮັກສາຊີວິດຄົນຢູ່ ສປປ ລາວ.

    ສໍາລັບທຶນຊ່ວຍເຫຼືອຈາກລັດຖະບານສະວິດຍັງຈະຖືກນໍາໃຊ້ໃນການສ້າງຄວາມເຂັ້ມແຂງແກ່ວຽກງານສາທາລະນະສຸກໃນການຮັບມືກັບກໍລະນີຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ ການຊ່ວຍເຫຼືອຄັ້ງນີ້ຈະຊ່ວຍພັດທະນາຄວາມພ້ອມຂອງໂຮງໝໍແຫ່ງຕ່າງໆໃນການແຍກປ່ຽວ ແລະ ປິ່ນປົວຄົນເຈັບໂຄວິດ-19 ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ນອກນີ້ ຍັງຊ່ວຍໃຫ້ພະນັກງານແພດ-ໝໍພະຍາບານມີອຸປະກອນປ້ອງກັນຕົນເອງ ແລະ ໄດ້ຮັບການເຝິກອົບຮົມໃນການໃຊ້ອຸປະກອນປ້ອງກັນຕົນເອງໃນການຕໍ່ສູ້ກັບພະຍາດໂຄວິດ-19 ການຍົກລະດັບຄວາມສາມາດໃນວຽກງານສາທາລະນະສຸກໃນການຮັບມືກັບໂຄວິດ-19 ມີຄວາມສຳຄັນຫຼາຍຕໍ່ຜົນສຳເລັດໃນການແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ສາທາລະນະສຸກລາວ ເພື່ອແກ້ໄຂສິ່ງທ້າທາຍດ້ານສາທາລະນະສຸກໃນອະນາຄົດ.

error: Content is protected !!