ຝ່າຍຈັດການແຂ່ງຂັນລົດຖີບທາງໄກ ເກົ່າແກ່ລະດັບໂລກ ລາຍການ ຈີໂຣ້ ດີອີຕາເລຍ (Giro d’Italia) ທີ່ອີຕາລີ ແລະ ລາຍການ ເວວຕ້າ ແອັສປານ້າ (Vuelta a Espana) ປະຈຳປີ 2020 ທີ່ສະເປນ (ແອັດສະປາຍ) ປະກາດເລື່ອນແຂ່ງຂັນອອກໄປເນື່ອງຈາກຜົນກະທົບການແຜ່ລະບາດຂອງພະຍາດ ໂຄວິດ-19.
ທັງສອງລາຍການຢືນຢັນເລື່ອນໄປຈັດໃນທ້າຍປີ ໂດຍລາຍການ ຈີໂຣ້ ດີອີຕາເລຍ ຈາກກຳນົດເກົ່າວັນທີ 9-31 ພຶດສະພາ ໄປຈັດໃນວັນທີ 3-25 ຕຸລານີ້ ຂະນະທີ່ລາຍການເວວຕ້າ ແອັສປານ້າ ຈາກກຳນົດເກົ່າວັນທີ 14 ສິງຫາ- 6 ກັນຍາ ເລື່ອນໄປຈັດໃນວັນທີ 20 ຕຸລາຫາວັນທີ 8 ພະຈິກ 2020.

ກ່ອນໜ້ານີ້ ຕູເດີຟຣອງ (Tour de France) ອີກໜຶ່ງລາຍການເກົ່າແກ່ຂອງໂລກຢູ່ຝຣັ່ງໄດ້ເລື່ອນການແຂ່ງຂັນຈາກກຳນົດເກົ່າເດືອນມິຖຸນາໄປຈັດໃນວັນທີ 29 ສິງຫາ- 20 ກັນຍາ 2020.