ມື້ກ່ອນຜູ້ຂຽນໄດ້ຍິບຍົກເອົາເລື່ອງການປົກປ້ອງຜູ້ຊົມໃຊ້ ມາສະເໜີໃຫ້ທ່ານຜູ້ອ່ານໄດ້ຄົ້ນຄິດພິຈາລະນານຳກັນວ່າ ຜ່ານມາການບັງຄັບຈັດຕັ້ງປະຕິບັດ ກົດໝາຍ ສະບັບດັ່ງກ່າວມີຜົນສັກສິດ ໜ້ອຍຫຼາຍພຽງໃດ ເພື່ອໃຫ້ທຸກຄົນໄດ້ມີສ່ວນຮ່ວມໃນການປະກອບສ່ວນ ເຫື່ອແຮງ, ສະຕິປັນຍາ ແລະ ບົດຮຽນທີ່ມີ ເຂົ້າໃນວຽກງານນີ້. ສຳລັບມື້ນີ້ ຈະສືບຕໍ່ນຳສະເໜີບາງບັນຫາ ແລະ ການແກ້ໄຂບັນຫາທີ່ມັນອາດຈະເກີດຂຶ້ນໃນຂະບວນການປົກປ້ອງຜູ້ຊົມໃຊ້ທັງເວລານີ້ ແລະ ໃນອະນາຄົດຊຶ່ງບໍ່ມີໃຜສາມາດຄາດເດົາໄດ້.
ຄືດັ່ງທີ່ພວກເຮົາຮູ້ແລ້ວວ່າ ຜູ້ຊົມໃຊ້ ແລະ ຜູ້ສະໜອງຕ່າງກໍມີສິດ ແລະ ມີພັນທະຊຶ່ງຕ້ອງໄດ້ປະຕິບັດ ໝາຍຄວາມວ່າ ມີສິດທີ່ຈະກະທຳ ຫຼື ບໍ່ກະທຳສິ່ງໃດສິ່ງໜຶ່ງເຊັ່ນຕົວຢ່າງ ເມື່ອຜູ້ຊົມໃຊ້ຊື້ສິນຄ້າ ຫາກສິນຄ້ານັ້ນບໍ່ໄດ້ມາດຕະຖານ ຫຼື ສິນຄ້າປອມແປງ ຜູ້ຊື້ກໍມີສິດສົ່ງສິນຄ້ານັ້ນຄືນໃຫ້ຜູ້ສະໜອງ(ຜູ້ຂາຍ) ແລະ ຜູ້ສະໜອງກໍມີພັນທະສົ່ງເງິນຄືນແກ່ຜູ້ຊົມໃຊ້(ຜູ້ຊື້)ຕາມຈຳນວນເງິນທີ່ໄດ້ຊື້ໄປນັ້ນ. ສ່ວນພັນທະແມ່ນສິ່ງທີ່ແຕ່ລະຝ່າຍຕ້ອງໄດ້ປະຕິບັດຕໍ່ກັນ ແລະ ກໍບໍ່ມີໃຜສາມາດປະຕິເສດໄດ້.
ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການປົກປ້ອງຜູ້ຊົມໃຊ້ ສາມາດແກ້ໄຂດ້ວຍວິທີການດັ່ງນີ້:
1. ການແກ້ໄຂດ້ວຍການປະນິປະນອມ
ໃນກໍລະນີທີີ່ມີການຂັດແຍ່ງລະຫວ່າງຜູ້ຊົມໃຊ້ ແລະ ຜູ້ສະໜອງໃຫ້ຄູ່ກໍລະນີ ພະຍາຍາມແກ້ໄຂຂໍ້ຂັດແຍ່ງນັ້ນ ດ້ວຍການປຶກສາຫາ ແລະ ການປະນິປະນອມຕາມຂັ້ນຕອນດັ່ງນີ້:
? ເມື່ອເຫັນວ່າສິດ, ຜົນປະໂຫຍດຂອງຕົນຖືກລະເມີດ, ເສຍຫາຍຍ້ອນສິນຄ້າ ແລະ ການບໍລິການນັ້ນ ຜູ້ຊົມໃຊ້ມີສິດສະເໜີ ຫຼື ຮ້ອງຂໍເອົາການທົດແທນຄ່າເສຍຫາຍ ໂດຍກົງຕໍ່ຜູ້ສະໜອງ, ບຸກຄົນ ຫຼື ນິຕິບຸກຄົນທີ່ຮັບຈາກຜູ້ສະໜອງ;
? ຜູ້ສະໜອງ ຕ້ອງຕອບຄຳສະເໜີ ຫຼື ຄຳຮ້ອງຂໍ ຂອງຜູ້ຊົມໃຊ້ໃນເວລາບໍ່ເກີນ ສາມວັນນັບແຕ່ວັນໄດ້ຮັບຄຳສະເໜີ ຫຼື ຄຳຮ້ອງຂໍ ເປັນຕົ້ນໄປ;
?ຜູ້ສະໜອງຕ້ອງແກ້ໄຂ ໃນເວລາທີ່ເໝາະສົມ ແຕ່ບໍ່ໃຫ້ເກີນເຈັດວັນ ນັບແຕ່ວັນໄດ້ຮັບຄຳຕອບເປັນຕົ້ນໄປ;
?ຜູ້ຊົມໃຊ້ມີສິດນຳໃຊ້ວິທີການແກ້ໄຂຂໍ້ຂັດແຍ່ງອື່ນໃນເວລາທີ່ການປະນິປະນອມບໍ່ໄດ້ຮັບຜົນ.
2. ການແກ້ໄຂດ້ວຍການໄກ່ເກ່ຍ;
ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນລະຫວ່າງຜູ້ຊົມໃຊ້ ແລະ ຜູ້ສະໜອງຄູ່ກໍລະນີມີສິດສະເໜີດັ່ງນີ້:
1. ເລືອກເອົາບຸກຄົນ ຫຼື ນິຕິບຸກຄົນ ທີ່ທັງສອງຝ່າຍຍອມຮັບ ເພື່ອທຳການໄກ່ເກ່ຍ;
2. ໄກ່ເກ່ຍກັນໂດຍສອດຄ່ອງກັບລະບຽບກົດໝາຍ. ກຳນົດເວລາໃນການໄກ່ເກ່ຍ ແມ່ນ ເຈັດວັນນັບແຕ່ວັນໄດ້ຮັບຄຳຮ້ອງຂໍໄກ່ເກ່ຍເປັນຕົ້ນໄປ ໜ່ວຍງານໄກ່ເກ່ຍຕ້ອງອອກແຈ້ງການໃຫ້ຄູ່ກໍລະນີຊາບ ເພື່ອດຳເນີນການໄກ່ເກ່ຍ.
ຫຼັກການ ການໄກ່ເກ່ຍ.
1. ຄວາມສະເໝີພາບ, ໂປ່ງໃສ, ພາວະວິໄສ, ຍຸຕິທຳ ບໍ່ໃຫ້ມີການບັງຄັບ, ບໍ່ໃຫ້ມີການຕົວະຍົວະຫຼອກລວງ;
2. ການບໍ່ເປີດເຜີຍ ແລະ ການຮັບປະກັນຄວາມລັບ ຂອງຂໍ້ມູນຂ່າວສານຂອງແຕ່ລະຝ່າຍ ຍົກເວັ້ນໄດ້ມີການຕົກລົງກັນ ຫຼື ກົດໝາຍໄດ້ກຳນົດໄວ້ຢ່າງອື່ນ;
3. ການບໍ່ດຳເນີນການໄກ່ເກ່ຍຂໍ້ຂັດແຍ່ງທີ່ຂັດກັບລະບຽບກົດໝາຍ.
ກຳນົດເວລາຂອງການໄກ່ເກ່ຍ
1. ໃນໄລຍະ 7 ວັນນັບແຕ່ວັນທີ່ໄດ້ຮັບຄຳຮ້ອງຂໍໄກ່ເກ່ຍເປັນຕົ້ນໄປ ໜ່ວຍງານໄກ່ເກ່ຍ ຕ້ອງອອກແຈ້ງການໃຫ້ຄູ່ກໍລະນີຊາບ ເພື່ອດຳເນີນການໄກ່ເກ່ຍ;
2. ການກຳນົດເວລາໄກ່ເກ່ຍ ໃຫ້ແຕ່ລະຝ່າຍຕົກລົງກັນແຕ່ບໍ່ໃຫ້ເກີນ 1 ເດືອນນັບແຕ່ວັນອອກແຈ້ງການ ເພື່ອດຳເນີນການໄກ່ເກ່ຍເປັນຕົ້ນໄປ;
3. ຄູ່ກໍລະນີ ມີສິດຖອນຕົວອອກຈາກການໄກ່ເກ່ຍໄດ້ທຸກເວລາ ແຕ່ຕ້ອງສະເໜີເປັນລາຍລັກອັກສອນຕໍ່ໜ່ວຍງານໄກ່ເກ່ຍ. ການໄກ່ເກ່ຍຂໍ້ຂັດແຍ່ງລະຫວ່າງຜູ້ສະໜອງ ແລະ ຜູ້ຊົມໃຊ້ທຸກຄັ້ງຈະຕ້ອງເຮັດບົດບັນທຶກໄວ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ໃນການປະຕິບັດບົດບັນທຶກການໄກ່ເກ່ຍຄູ່ກໍລະນີ ຕ້ອງຕື່ນຕົວເປັນເຈົ້າການປະຕິບັດບົດບັນທຶກການໄກ່ເກ່ຍ, ຍົກເວັ້ນກໍລະນີມີການຂໍລົບລ້າງບົດບັນທຶກດັ່ງກ່າວດ້ວຍເຫດຜົນພຽງພໍ. ໃນກໍລະນີ ທີ່ຝ່າຍໃດຝ່າຍໜຶ່ງຫາກບໍ່ເປັນເຈົ້າການປະຕິບັດບົດບັນທຶກໂດຍບໍ່ມີເຫດຜົນນັ້ນ ຝ່າຍໜຶ່ງອີກກໍມີສິດສະເໜີຕໍ່ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ເພື່ອພິຈາລະນາ. ນີ້ແມ່ນວິທີການໜຶ່ງໃນການແກ້ໄຂບັນຫາ ຫຼື ຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງຜູ້ສະໜອງ ແລະ ຜູ້ຊົມໃຊ້ ຊຶ່ງຈະເປັນການຮັກສາໄວ້ໄດ້ຄວາມຮັກຄວາມແພງກັນຕະຫອຼດໄປ.
ຕົວຢ່າງ ທ້າວ ແດກ ໄດ້ຊື້ຕູ້ເຢັນ 1 ໜ່ວຍຈາກຮ້ານຂາຍເຄື່ອງໄຟຟ້າແຫ່ງໜຶ່ງ ເຈົ້າຂອງຮ້ານຮັບປະກັນຫລັງການຂາຍເປັນເວລາ 1 ປີຫາກເປ່ເພກໍສາມາດເອົາມາປ່ຽນໜ່ວຍໃໝ່ໄດ້ ແຕ່ພາຍຫລັງນຳໃຊ້ພໍດີໄດ້ 5 ເດືອນກວ່າຕູ້ເຢັນບໍ່ເຮັດຄວາມເຢັນ ທ້າວ ແດກຈຶ່ງນຳເອົາຕູ້ເຢັນໄປຮ້ານທີ່ຕົນຊື້ເພື່ອຈະປ່ຽນເອົາໜ່ວຍໃໝ່ ແຕ່ເຈົ້າຂອງຮ້ານບອກວ່າ ຈະສ້ອມແປງໃຫ້ ເພາະໜ່ວຍໃໝ່ບໍ່ມີ ທ້າວ ແດກ ຈຶ່ງເກີດຄວາມບໍ່ພໍໃຈ ແລະ ໄດ້ມີຖົກຖຽງກັນ ແຕ່ສຸດທ້າຍ ກໍບໍ່ສາມາດຕົກລົງກັນໄດ້ຍ້ອນ ວ່າເຈົ້າຂອງຮ້ານປະຕິເສດທີ່ຈະປ່ຽນໜ່ວຍໃໝ່ໃຫ້ ແລະ ກໍບໍ່ຍອມສົ່ງເງິນຄືນທ້າວແດກໂດຍອ້າງວ່າ ທ້າວ ແດກເປັນຜູ້ເຮັດໃຫ້ຕູ້ເຢັນເປ່ເພ. ຕໍ່ກັບຂໍ້ຂັດແຍ່ງຄືທີ່ກ່າວມານີ້ ທັງສອງກໍມີສິດສະເໜີໃຫ້ມີຄົນກາງທຳການໄກ່ເກ່ຍໃຫ້.