ຢ້ຽມຢາມຂະບວນການຜະລິດຝຸ່ນບົ່ມຊີວະພາບ

   ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະ ລົງຢ້ຽມຢາມສະຖານີບໍາບັດນໍ້າເປື້ອນຈາກຄົວເຮືອນ ຢູ່ບ້ານ ນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ວັນທີ 7 ມັງກອນ 2022 ໂດຍການຕ້ອນຮັບຂອງທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ.

    ການລົງຢ້ຽມຢາມຄັ້ງນີ້ ໄດ້ເລາະຊົມຂະບວນການຜະລິດຝຸ່ນບົ່ມ ແລະ ຝຸ່ນຊີວະພາບຂອງໂຄງການກອຍກາ ແລະ ຈີຈີຈີໄອ ເປັນຕົ້ນ ການຜະລິດປຸຍອິນຊີກາຕົ້ນກ້າ ເຊິ່ງເປັນການຮ່ວມມືລະຫວ່າງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ບໍລິສັດ ນໍ້າເນີນຈະເລີນຊັບ ກໍ່ສ້າງການຄ້າ ແລະ ການກະເສດຈໍາກັດ ສະເພາະປຸຍອີນຊີກາຕົ້ນກ້າ ໄດ້ເລີ່ມຜະລິດ ແລະ ນໍາອອກຈໍາໜ່າຍໃນເດືອນມິຖຸນາ 2020 ເປັນຕົ້ນມາໂດຍນໍາໃຊ້ນໍ້າເປື້ອນຈາກຄົວເຮືອນ ແລະ ສີ່ງເສດເຫຼືອມາຜະລິດເປັນປຸຍອີນຊີຊີວະພາບ ມີກໍາລັງການຜະລິດປະມານ 10 ໂຕນຕໍ່ມື້ ໃນນັ້ນ ມີ 2 ຊະນິດຄື: ຊະນິດຜົງ ແລະ ຊະນິດເມັດ ພ້ອມທັງໄດ້ແຍກການບັນຈຸອອກເປັນ 2 ປະເພດຄື: ຖົງ 25 ກິໂລກຣາມ ລາຄາ 55 ພັນກີບ ແລະ ຖົງ 10 ກິໂລ ລາຄາ 25 ພັນກີບ ປັດຈຸບັນຢູ່ນະຄອນຫຼວງວຽງຈັນມີຕົວແທນຈໍາໜ່າຍປຸຍທັງໝົດ 40 ກວ່າຮ້ານ ແລະ ຢູ່ຕ່າງແຂວງຈໍານວນໜື່ງ ຍ້ອນຜົນຕອບຮັບທີ່ດີຈາກຜູ້ຊົມໃຊ້ ແລະ ທັງເປັນການສະໜອງສີນຄ້າໃຫ້ທົ່ວເຖີງກັນ ໃນອະນາຄົດມໍ່ໆນີ້ ຈະຂະຫຍາຍຕົວແທນຈໍາໜ່າຍອອກໄປແຂວງຫົວພັນ ອຸດົມໄຊ ບໍລິຄໍາໄຊ ວຽງຈັນ ແລະ ແຂວງຈໍາປາສັກ.

    ຈາກນັ້ນ ທ່ານ ສົມມາດ ພົນເສນາ ກໍໄດ້ລົງຢ້ຽມຢາມຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ຂອງຫ້ອງການດັ່ງກ່າວ ໂດຍສະເພາະໜ້າວຽກຕົ້ນຕໍຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ.

    ໂອກາດນີ້ ທ່ານ ຮອງປະທານສະພາແຫ່ງຊາດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທາງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາວຽກງານຕ່າງໆໄດ້ຢ່າງມີປະສິດທິຜົນ ໂດຍສະເພາະ ການນໍາໃສ່ສີ່ງເສດເຫຼືອ ແລະ ນໍ້າເປື້ອນຈາກຄົວເຮືອນເພື່ອມາຜະລິດເປັນປຸຍຊີວະພາບຈໍາໜ່າຍອອກສູ່ສັງຄົມ ໃຫ້ສືບຕໍ່ໂຄສະນາ ແລະ ສົ່ງເສີມການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ມີການຂະຫຍາຍຕົວຂື້ນເປັນກ້າວໆ ໃຫ້ກວດກາ ແລະ ຕິດຕາມຄືນການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອຢູ່ແຕ່ລະບ້ານຂອງບໍລິສັດທີ່ຮັບຜິດຊອບ ພ້ອມທັງປັບໃໝກໍລະນີຜູ້ທີ່ຖີ້ມຂີ້ເຫຍື້ອຊະຊາຍ ນອກຈາກນີ້ ໃຫ້ເອົາໃຈໃສ່ຕິດຕາມ ແລະ ກວດກາລະບົບໄຟເຍືອງທາງໃຫ້ສາມາດນໍາໃຊ້ໄດ້ຢ່າງປົກະຕິ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ເພື່ອເຮັດໃຫ້ຕົວເມືອງຂອງນະຄອນຫຼວງວຽງຈັນ ກາຍເປັນຕົວເມືອງທີ່ມີຄວາມສະອາດ ແລະ ສວຍງາມ.

.​   # ຂ່າວ ພາບ : ຂັນທະວີ

error: Content is protected !!