ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

 ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ຟ້າມ ມິງ ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ, ສະ​ຫາຍ ​ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ​ວັນ​ທີ 08-10 ມັງ​ກອນ 2022, ເພື່ອ​ຮັດ​ແໜ້ນ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.

ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງ ນະຄອນຫລວງຮ່າໂນ້ຍ ໃນຕອນເຊົ້າວັນທີ 08 ມັງກອນ 2022 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທີ່ສຳນັກງານປະທານປະເທດ. ຫລັງຈາກສຳເລັດພິທີຕ້ອນຮັບ ຢ່າງເປັນທາງການ, ສະ ຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍການນຳຂັ້ນສູງຂອງ ສສ ຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍ ກັບ ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ທີ່ ຫ້ອງວ່າການລັດຖະບານ. 

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະ ມົນຕີ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນຫວຽດນາມ, ເຊິ່ງເປັນ​ການ​ຢ້ຽມ​ຢາມທາງ​ການຄັ້ງທໍາອິດ ພາຍຫລັງທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງນາຍົກ ລັດຖະມົນຕີ ແລະ​ ຍັງເປັນການພົບປະແບບເຊິ່ງໜ້າກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ຄັ້ງທໍາອິດ, ສະແດງ ໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດ ນາມ ອ້າຍນ້ອງຢ່າງແທ້ຈິງ. 

ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈຕໍ່ບັນດາ​ຜົນສຳ​ເລັດ​ອັນ​ສຳຄັນ, ຮອບດ້ານ​ ແລະ ມີ​ຄວາມໝາຍ​ປະຫວັດສາດ ​​ທີ່​ປະຊາຊົນ​ຫວຽດນາມອ້າຍ​ນ້ອງຍາດ​ມາ​ໄດ້ ​​ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງສະຫລາດສ່ອງໃສ ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຕະຫລອດ​ໄລຍະ​ຜ່ານ​ມາ ເຮັດໃຫ້ທົ່ວປະເທດມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. 

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ການຮ່ວມມືສອງຝ່າຍ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ກໍຄືການຕົກລົງຂອງການນຳຂັ້ນສູງ ຂອງສອງປະເທດ ໃນທຸກໆດ້ານຕະຫລອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ​. ສອງຝ່າຍຮ່ວມກັນຕີລາຄາສູງ ບັນດາການຮ່ວມມື ຮອບດ້ານໃນໄລຍະຜ່ານມາ ເຖິງວ່າຈະມີການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງໃນທົ່ວໂລກ ແລະ ໃນສອງປະເທດ ແຕ່ການພົວພັນສອງຝ່າຍພວກເຮົາໄດ້ມີ ການຂະຫຍາຍຕົວເປັນປົກກະຕິ, ການພົວພັນຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກ  ແໜ້ນ, ໝັ້ນທ່ຽງ, ມີຫລາຍຮູບ, ຫລາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃນລະດັບສູງ, ມີການໄປມາ ລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ. ນອກນັ້ນ, ຍັງມີການຕິດຕໍ່ທາງໂທລະສັບ, ປະຊຸມທາງໄກນໍາກັນ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະໜິດສະໜົມທັນການ. ການຮ່ວມມືດ້ານເສດຖະກິດ ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ​ການສຶກສາ ນັບມື້ນັບໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາ, ບັນດາຂໍ້ຫຍຸ້ງຍາກຕ່າງໆ ແມ່ນໄດ້ຮັບຄວາມເອົາໃຈໃສ່ແກ້ໄຂຈາກທັງສອງຝ່າຍ ເຮັດໃຫ້ສາມາດຜ່ານຜ່າໄປໄດ້ດ້ວຍດີ. ການຮ່ວມມື ລະຫວ່າງບັນດາກະຊວງ, ຂະ ແໜງການ ແລະ ທ້ອງຖິ່ນ ນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ.

ໃນໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍໄດ້ຕາງໜ້າພັກ-ລັດຖະ ບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດການປະຕິວັດລາວມາໂດຍຕະຫລອດ. ອັນທີ່ພົ້ນເດັ່ນເປັນ ຄວາມເອກອ້າງທະນົງໃຈ ກໍ່ແມ່ນໂຄງການຕຶກຫໍສະພາແຫ່ງຊາດ ທີ່ມີມູນຄ່າສູງເຖິງ 111,75 ລ້ານໂດລາສະຫະລັດ ທີ່ເປັນຂອງຂວັນອັນລໍ້າຄ່າຂອງພັກ-ລັດ ແລະ ປະ​ຊາ​ຊົນຫວຽດນາມ ມອບໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ. ນອກນີ້, ເຖິງແມ່ນວ່າ ​ປະ​ຊາ​ຊົນຫວຽດ​ນາມອ້າຍ​ນ້ອງ ກໍ່​ຍັງ​ພົບຄວາມ​ຫຍຸ້ງ​ຍາກ​ ຈາກການ​ແຜ່​ລະ​ບາດ​ຂອງພະ​ຍາດໂຄວິດ-19 ແຕ່​ກໍ່​ໄດ້​ບິ​ແບ່ງການ​ຊ່ວຍ​ເຫລືອອັນ​ລ້ຳ​ຄ່າ ດ້ວຍ​ການ​ສົ່ງ​ທີມ​ແພດ​ໝໍ ແລະ ອຸ​ປະ​ກອນ​ການ​ແພດມາ​ຊ່ວຍ​ພວກ​ຂ້າ​ພະ​ເຈົ້າ ຢ່າງ​ທັນ​ການ ແລະ ມີ​ປະ​ສິດ​ທິ​ຜົນ, ເຮັດ​ໃຫ້​ ສປປ ລາວ ​ສາ​ມາດ​ຄວບ​ຄຸມ​ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ ພະ​ຍາດ​ດັ່ງ​ກ່າວຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ອື່ນໆ. ໃນໂອກາດການຢ້ຽມຢາມຄັ້ງນີ້, ຫວຽດນາມ ຍັງໄດ້ຊ່ວຍເຫລືອວັກຊິນຈໍານວນ 1.000.000 ໂດສ ເພື່ອຊ່ວຍລາວ ຮັບມືກັບການແຜ່ ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນ.

ສອງຝ່າຍເຫັນດີຮ່ວມກັນຈັດຕັ້ງສະເຫລີມສະຫລອງ ປີສາມັກຄີມິດຕະພາບ ໃນປີ 2022 ຄື ສະ ເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ຢ່າງແໜ້ນແຟ້ນ, ມີຫົວຄິດປະດິດສ້າງ, ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍ ເພື່ອໃຫ້ຄົນຮຸ້ນໜຸ່ມ ທີ່ເປັນຜູ້ສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ສາຍພົວພັນພິເສດສອງປະເທດ. ພາຍຫລັງສໍາເລັດການພົບປະ, ສະ ຫາຍ ນາຍົກລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານໃນການລົງນາມເອກະ ສານຮ່ວມມືສອງຝ່າຍ ຈຳ ນວນ 8 ສະບັບ. ພາຍຫລັງສໍາເລັດພິທີລົງນາມເອກະສານ ສະຫາຍ ນາຍົກລັດຖະມົນຕີທັງສອງ ກໍ່ໄດ້ເຂົ້າຮ່ວມພິທີເປີດປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ. 

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ  ຫງວຽນ ຟູ ຈອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ; ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ພົບປະກັບ ສະຫາຍ ເວືອງ ດິງ ເຫ໋, ປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຈິນ ວັນ ຕຸ໋ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ. ພ້ອມນັ້ນ, ກໍ່ໄດ້ເຂົ້າວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ ແລະ ວາງພວງມາລາ ທີ່ ສຸສານ ປະທານ ໂຮ່ ຈິມິນ.

ໃນການຢ້ຽມຢາມຄັ້ງນີ້, ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຍັງຈະໄດ້ເຂົ້າເປັນປະທານຮ່ວມໃນກອງປະຊຸມຄະນະກໍາມາທິການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 44 ທີ່ ຫໍປະຊຸມສາກົນ ໃນວັນທີ 10 ມັງກອນ 2022.

error: Content is protected !!