ໂປໂລຍ ມອບວັກຊິນ AstraZeneca ຈໍານວນ 5 ແສນກວ່າໂດສ ໃຫ້ ສປປ ລາວ

    ວັນທີ 7 ມັງກອນ 2022 ທີ່ກະຊວງສາທາລະນະສຸກ ສປປ ລາວ ໄດ້ຮັບວັກຊິນ Astra Zeneca ເພີ່ມຈາກປະເທດໂປໂລຍ ຈໍານວນ 501.600 ໂດສ ຕາງໜ້າຮັບໂດຍທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຕາງໜ້າມອບໂດຍທ່ານ ນາງ ໄບບ້າ ຊາລີນາ ອຸປະທູດແຫ່ງສະຫະພາບເອີຣົບປະຈຳ ສປປ ລາວ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຍິນດີທີ່ໄດ້ຮັບວັກຊິນໃນຊຸດນີ້ ແລະ ຂໍຂອບໃຈລັດຖະບານໂປໂລຍ ຕໍ່ການປະກອບສ່ວນຢ່າງຕໍ່ເນື່ອງ ເຊິ່ງຈະເປັນການປະກອບສ່ວນຢ່າງໃຫຍ່ຫລວງໃຫ້ ສປປ ລາວ ໃນເປົ້າໝາຍຂອງປະເທດທີ່ຈະສັກວັກຊິນໃຫ້ກວມໄດ້ຢ່າງໜ້ອຍ 70% ຂອງຈຳນວນປະຊາກອນທັງໝົດ. 

    ວັກຊິນເຫຼົ່ານີ້ ຈະໄດ້ນໍາໃຊ້ ເປັນຕົ້ນເພື່ອໃຫ້ການປ້ອງກັນແກ່ຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊິນຄົບເຂັມເທື່ອ ກຸ່ມບູລິມະສິດສຳລັບການສັກວັກຊິນກັນພະຍາດໂຄວິດ-19 ແມ່ນປະກອບມີພະນັກງານສາທາລະນະສຸກແຖວໜ້າ ຜູ້ສູງອາຍຸ 60 ປີຂຶ້ນໄປ ຄົນທີ່ມີພະຍາດປະຈໍາຕົວ ແມ່ຍິງຖືພາ ແລະ ບຸຄະລາກອນທີ່ສໍາຄັນ ເຊັ່ນ: ຄູສອນ ພະນັກງານໃນທົ່ວປະເທດ ອີງຕາມທີ່ລະບຸໄວ້ໃນແຜນປະຕິບັດການສັກວັກຊິນກັນພະຍາດໂຄວິດ-19 ແຫ່ງຊາດ. 

    ທ່ານນາງ ໄບບ້າ ຊາລີນາ ໄດ້ກ່າວວ່າ: ສະຫະພາບເອີຣົບ ປະເທດສະມາຊິກ ແລະ ສະຖາບັນການເງິນພວມຮ່ວມມືກັນເປັນທີມເອີຣົບ ລະດົມທຶນ ແລະ ວິຊາການເພື່ອຮ່ວມກັນແກ້ໄຂຜົນກະທົບທາງລົບຂອງໂຄວິດ-19 ໃນທົ່ວໂລກ ທີມເອີຣົບພວມລະດົມທຶນເພີ່ມເຕີມ ແລະ ປັບໂຄງການຂອງຕົນເພື່ອຕອບສະໜອງຄວາມຕ້ອງການຂອງບັນດາປະເທດຄູ່ຮ່ວມງານຢ່າງວ່ອງໄວ ແລະ ສອດຄ່ອງ ເນື່ອງຈາກວ່າບໍ່ມີໃຜຈະປອດໄພຈາກໂຄວິດ-19 ຈົນກວ່າໝົດທຸກຄົນຈະປອດໄພ.

# ຂ່າວ – ພາບ : ໄຊບັນດິດ

.. 

error: Content is protected !!