ງານເທສະການອາຫານປີ 2022 ຈະຈັດຂຶ້ນໃນທ້າຍເດືອນມັງກອນນີ້

    ງານເທສະການອາຫານລາວ ປະຈໍາປີ 2022 ຈັດຂຶ້ນພາຍໃຕ້ຄໍາຂວັນ:“ເທສະການອາຫານລາວ ຕາມວິຖີຊີວິດປົກກະຕິແແບບໃໝ່” (Lao food festival New normal )2022 ໂດຍອີງໃສ່ສະພາບສັງຄົມໃນປັດຈຸບັນ ສທຍ ເຮົາຈິ່ງໄດ້ຂັດຈ້ອນເລືອກເຟັ້ນເອົາຮ້ານອາຫານລາວເປັນຕົ້ນຕໍ ເພື່ອມາວາງຂາຍໃນງານເທສະການອາຫານໃຫ້ມີພຽງ 120 ຮ້ານເທົ່ານັ້ນ ເພື່ອຮັກສາໄລຍະຫ່າງ ໃນນັ້ນ ມີຮ້ານອາຫານລາວຈາກຕົວແທນທົ່ວປະເທດ ແລະ ຜູ້ສະໜັບສະໜູນ 109 ຮ້ານ ຂາຍເຄື່ອງຫັດຖະກໍາ ແລະ ກະສິກໍາ 11 ຮ້ານ ເຊິ່ງການຈັດງານຄັ້ງນີ້ ເພື່ອສ້າງບັນຍາກາດ ແລະ ປູກຈິດສໍານຶກໃຫ້ຄົນໃນສັງຄົມຮັບຮູ້ ແລະ ສາມາດເຂົ້າຊົມ ຈັບຈ່າຍຊື້ຂາຍອາຫານຕາມແບບວິຖີຊີວິດປົກກະຕິແບບໃໝ່ຂອງສັງຄົມປັດຈຸບັນ ສືບຕໍ່ຊຸກຍູ້ ສົ່ງເສີມແມ່ຍິງຜູ້ຜະລິດ ຜູ້ປູກຝັງ ລ້ຽງສັດ ຮ້ານອາຫານ ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ຈາກນະຄອນຫຼວງວຽງຈັນ ໄດ້ມາວາງສະ​ແດງ ​ແລະ ຄ້າຂາຍຈ່າຍຊື້ໄດ້ໂດຍປົກກະຕິ ແລະ ຮັບປະ ກັນຄຸນນະພາບໃນທຸກດ້ານ ເພື່ອເອື້ອອໍານວຍຄວາມສະດວກໃຫ້ຜູ້ປະກອບການ​ແມ່ຍິງທີ່ເຮັດການ​ຜະ​ລິດ​ເປັນ​ສິນຄ້າ ໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະ ພາກພື້ນ ເພື່ອກ້າວສູ່ຕະຫຼາດທາງອອນລາຍໃຫ້ຫຼາຍຂຶ້ນ ແລະ ມີຄຸນນະພາບ ພ້ອມນັ້ນ ເພື່ອເປັນການຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວໃນເຂດທ່ອງທ່ຽວສີຂຽວຂອງ ສປປ ລາວ ເຮົາໃນໄລຍະປີ 2022 ນອກນັ້ນເພື່ອຊຸກຍູ້ໃຫ້ຍິງໜຸ່ມທີ່ຢາກສ້າງຕົວເປັນນັກທຸລະກິດໃນອະນາຄົດ ໄດ້ນໍາເອົາຜະລິດຕະພັນທີ່ປອດສານພິດ ແລະ ປຸງແຕ່ງແບບປະດິດສ້າງຂອງເຂົາເຈົ້າ ມາວາງຂາຍໃນງານ ເພື່ອໃຫ້ບັນລຸຕາມຈຸດປະສົງດັ່ງກ່າວມານັ້ນ ສທຍ ໄດ້ເປີດງານເທສະການອາຫານລາວຢ່າງເປັນທາງການແມ່ນວັນທີ 25-29 ມັງກອນ 2022 ເປັນເວລາ 5 ວັນເຕັມ ທີ່ເດີ່ນສວນເຈົ້າອະນຸວົງແຄມຂອງຄືທຸກປີທີ່ຜ່ານມາ. 

    ສໍາລັບກິດຈະກໍາໃນງານ ມີການຈັດຕັ້ງໂຄສະນາຜະລິດຕະພັນຂອງບໍລິສັດ ແລະ ພາກສ່ວນທີ່ສະໜັບສະໜູນຫຼັກຂອງງານເທສະການອາຫານເທິງເວທີເປັນປະຈໍາທຸກວັນ ໄດ້ມີການກວດວັດແທກອຸນຫະພູມໃນງານທຸກໆວັນ ມີເຈວລ້າງມືໃຫ້ຜູ້ເຂົ້າຮ່ວມງານ ແຈກຜ້າອະນາໄມປ້ອງກັນພະຍາດບໍ່ເສຍຄ່າ ຜູ້ມາຂາຍເຄື່ອງຕ້ອງໃຫ້ຮັບປະກັນການປ້ອງກັນ ຄວບຄຸມພະຍາດໂຄວິດ-19 ຕາມມາດຕາການຂອງຄະນະສະເພາະກິດ ສໍາລັບໂຕະຕັ່ງໄວ້ຄອຍບໍລິການແຂກຜູ້ເຂົ້າມາທ່ຽວງານ ນັ່ງກິນອາຫານ ແມ່ນຈະໄດ້ຈັດໄວ້ໃຫ້ຮັກສາໄລຍະຫ່າງຢ່າງເຂັ້ມງວດ ຜູ້ວາງສະແດງຂາຍເຄື່ອງ ແລະ ຜູ້ມາທ່ຽວງານຕ້ອງໄດ້ຮັບການສັກຢາວັກຊິນປ້ອງກັນໂຄວິດຄົບ 2 ເຂັມ ຕ້ອງໃສ່ຜ້າອັດປາກ-ອັດດັງຢ່າງຄົບຖ້ວນ ມີໂຄງການສ້າງຄວາມເຂັ້ມແຂງໃຫ້ຍິງໜຸ່ມທີ່ຢາກເປັນເຂົ້າຂອງຮ້ານອາຫານໃນອະນາຄົດ ໂດຍການສະໜັບສະໜູນຈາກໂຄງການ Plan Lao (ໂດຍຈັດໃຫ້ມີການຄັດເລືອກເອົາຍິງໜຸ່ມເຂົ້າມາແຂ່ງຂັນຄັດເລືອກເອົາທຶນຊ່ວຍເຫຼືອຈາກອົງການ Plan Lao ໃຫ້ໄດ້ຜູ້ຊະນະເລີກຈໍານວນ 5 ຄົນ) ມີການແຂ່ງຂັນປຸງແຕ່ງລາບໝູໃນງານ ໃນວັນສຸດທ້າຍຂອງງານ ແລະ ຄາດໝາຍທີ່ຈະມີເງິນໝູນໃນງານປີ 2022 ປະມານ 2-3 ຕື້ກີບ. 

    ພິທີຖະແຫຼງຂ່າວເທສະການອາຫານລາວປະຈໍາປີ 2022 ຈັດຂຶ້ນວັນທີ 5 ທັນວາ 2022 ທີ່ຕືກ K&C ນະຄອນຫຼວງວຽງຈັນ ໂດຍການຖະແຫຼງຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສທຍ ປະທານຄະນະກໍາມະການຈັດງານເທສະການອາຫານລາວປະຈໍາປີ 2022 ມີ ທ່ານ ນາງ ສີລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ຈັນເທົາ ປະຖັມມະວົງ ປະທານ ກິດຕິມະສັກ ສທຍ ທ່ານ ສະຖຽນ ມວນວົງສາ ຜູ້ຈັດການກິດຈະກໍາ ແລະ ອຸປະຖໍາ ບໍລິສັດເບຍລາວ ແລະ ທ່ານ ນາງ ມະໂນລາ ດາລາວົງ ປະທານ ທີ່ປຶກສາ ສທຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

# ຂ່າວ ພາບ : ຂັນທະວີ

error: Content is protected !!