ນະຄອນຫຼວງຍັງກວດພົບເຊື້ອພະຍາດໂຄວິດ-19 ຫຼາຍກວ່າແຂວງອື່ນໆ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 6 ມັງກອນ 2022 ທີ່ກະຊວງສາທາລະນະສຸກວ່າ ໃນວັນທີ 5 ມັງກອນ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອພະຍາດໂຄວິດ-19 ທັງໝົດ 4.942 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 1.083 ຄົນ ເຊິ່ງເປັນການຕິດເຊື້ອພາຍໃນທັງໝົດ ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍຈະລຽງຕາມລຳດັບຈາກແຂວງຫຼາຍຫາໜ້ອຍດັ່ງນີ້: 

  1. ນະຄອນຫຼວງວຽງຈັນ 347 ຄົນ 
  2. ແຂວງອຸດົມໄຊ 143 ຄົນ 
  3. ຜົ້ງສາລີ 91 ຄົນ 
  4. ໄຊຍະບູລີ 83 ຄົນ 
  5. ຫຼວງນ້ຳທາ 79 ຄົນ 
  6. ວຽງຈັນ 57 ຄົນ 
  7. ຫຼວງພະບາງ 45 ຄົນ 
  8. ບໍ່ແກ້ວ 42 ຄົນ 
  9. ຫົວພັນ 34 ຄົນ 
  10. ເຊກອງ 32 ຄົນ 
  11. ບໍລິຄຳໄຊ 31 ຄົນ 
  12. ສາລະວັນ 22 ຄົນ 
  13. ຊຽງຂວາງ 22 ຄົນ 
  14. ຈຳປາສັກ 14 ຄົນ 
  15. ຄຳມ່ວນ 12 ຄົນ 
  16. ໄຊສົມບູນ 12 ຄົນ 
  17. ອັດຕະປື 9 ຄົນ 
  18. ແຂວງສະຫວັນນະເຂດ 8 ຄົນ. 

    ຮອດປັດຈຸບັນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ທັງໝົດ 115.870 ຄົນ ອອກຈາກໂຮງໝໍໃນວັນທີ 5 ມັງກອນ 2022 (ມື້ວານນີ້) 292 ຄົນ ກຳລັງປິ່ນປົວ 8.129 ຄົນ ແລະ ເສຍຊີວິດສະສົມທັງໝົດ 411 ຄົນ (ເສຍຊີວິດໃໝ່ 2 ຄົນ) ສຳລັບຜູ້ເສຍຊີວິດໃໝ່ຈຳນວນ 2 ຄົນ ຈາກແຂວງວຽງຈັນ 1 ຄົນ ແລະ ແຂວງຫຼວງນ້ຳທາ 1 ຄົນ. 

    ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 298.067.200 (ໃໝ່ 2.477.266 ຄົນ) ເສຍຊິວິດ 5.481.584 (ໃໝ່ 7.106 ຄົນ) ແລະ ປິ່ນປົວຫາຍດີ 256.749.413 (ໃໝ່ 640.289 ຄົນ).

# ຂ່າວ – ພາບ : ຊິລິການດາ

error: Content is protected !!