ປຶກສາຫາລືວຽກງານເຂດແດນເຊື່ອມຕໍ່ລະຫວ່າງນະຄອນຫຼວງກັບແຂວງ ແລະ ແຂວງກັບແຂວງ

    ກອງປະຊຸມປຶກສາຫາລື ວຽກງານເຂດແດນເຊື່ອມຕໍ່ ລະຫວ່າງນະຄອນຫຼວງ ກັບ ແຂວງ ແລະ ແຂວງ ກັບ ແຂວງ ທົ່ວປະເທດ ຈັດຂື້ນໃນວັນທີ 4 ມັງກອນ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ມີທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງແຜນການ ແລະ ການລົງທຶນ ກະຊວງພະລັງານ ແລະ ບໍ່ແຮ່ ແລະ ກະຊວງກະສິກຳ ແລະ ປ່າໄມ້ ບັນດາເຈົ້າແຂວງ ຮອງເຈົ້າແຂວງ ຮອງເຈົ້າຄອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ໃນກອງປະຊຸມ ທ່ານ ທອງຈັນ ມະນີໄຊ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານເຂດແດນເຊື່ອມຕໍ່ໃນຂອບເຂດທົ່ວປະເທດ ໂດຍໄດ້ຍົກໃຫ້ເຫັນສະພາບລວມວຽກງານເຂດແດນເຊື່ອມຕໍ່ລະຫວ່າງນະຄອນຫຼວງ ກັບ ແຂວງ ແລະ ແຂວງກັບແຂວງ ທີ່ມີຄວາມສໍາຄັນຕໍ່ການປົກຄອງ ການພັດທະນາເສດຖະກິດ-ສັງຄົມ ແລະ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ທີ່ພັກ-ລັດຖະບານໄດ້ເອົາໃຈໃສ່ໃນການປັບປຸງບູລະນະ ແລະ ຈັດແບ່ງເຂດແດນການປົກຄອງໃຫ້ສອດຄ່ອງກັບຍຸດທະສາດການປົກຄອງ ການພັດທະນາເສດຖະກິດ-ສັງຄົມ ແລະ ຍຸດທະສາດປ້ອງກັນຊາດ ປ້ອງກັນຄວາມສະຫງົບໃນແຕ່ລະໄລຍະ ພ້ອມກັນນັ້ນ ກໍໄດ້ລາຍງານທິດທາງລວມໃນຕໍ່ໜ້າ ໂດຍຈະໄດ້ຮ່ວມກັບຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ປັບປຸງເຂດແດນເຊື່ອມຕໍ່ລະຫວ່າງນະຄອນຫຼວງ ກັບ ແຂວງ ແລະ ແຂວງກັບແຂວງໃຫ້ສໍາເລັດ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນໃນການດໍາລົງຊີວິດທໍາການຜະລິດ ແລະ ພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ການຄຸ້ມຄອງບໍລິຫານລັດມີປະສິດທິພາບ ກໍານົດເສັ້ນເຂດແດນເຊື່ອມຕໍ່ໃຫ້ຖືກຕ້ອງຕາມຫຼັກການດ້ານເຕັກນິກ ສອດຄ່ອງກັບພື້ນທີ່ຕົວຈິງ ຮັບປະກັນຄວາມຍືນຍົງຂອງການປົກຄອງທ້ອງຖິ່ນ ກໍຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງທ້ອງຖິ່ນ ນອກນັ້ນ ຜູ້ເຂົ້າຮ່ວມກໍໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານເຂດແດນເຊື່ອມຕໍ່ຂອງແຂວງຕົນ ພ້ອມທັງປະກອບຄໍາຄິດຄໍາເຫັນແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຜົນສໍາເລັດໃນການຈັດຕັ້ງປະຕິບັດ ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກທ່ານຮອງນາຍົກລັດຖະມົນຕີອີກດ້ວຍ.

# ຂ່າວ ພາບ : ອົ່ນ ໄຟສົມທອງ

error: Content is protected !!