ຮອງປະທານສະພາ ເຄື່ອນໄຫວເຮັດວຽກງານຢູ່ແຂວງສະຫວັນນະເຂດ

   ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ (ສພຊ) ປະທານຄະນະກຳມາທິການກົດໝາຍ ສພຊ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ເພື່ອຕິດຕາມກວດກາ ການປະຕິບັດກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ ໃນວັນທີ 5 ມັງກອນ 2022 ຢູ່ແຂວງສະຫວັນນະເຂດ ໂດຍມີທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມດ້ວຍຄະນະປະທານສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.

      ທ່ານ ກົງແກ້ວ ມີວໍລະຈັກ ໄດ້ລາຍງານບາງຂໍ້ມູນກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ 2 ໂດຍສັງເຂບໃຫ້ທ່ານຮອງປະທານ ສພຊ ຊາບວ່າ ພາຍຫຼັງສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ 9 ຄະນະນຳຂອງສະພາປະຊາຊົນແຂວງສະຫວັນນະເຂດ ກໍໄດ້ສຸມໃສ່ກະກຽມດ້ານເນື້ອໃນ ແລະ ວຽກງານປິ່ນອ້ອມຢ່າງຕໍ່ເນື່ອງ ໂດຍໄດ້ປະສານສົມທົບກັບຄະນະເລຂາທິການ ສພຊ ກຳມາທິການຕ່າງໆພາຍໃນ ສພຊ ລວມທັງອົງການປົກຄອງແຂວງ  ອົງການກວດສອບພາກກາງ  ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງ ເພື່ອເຮັດໃຫ້ການກະກຽມບັນດາເນື້ອໃນທີ່ຈະນຳໄປພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄມສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ 2 ທີ່ຈະໄຂຂຶ້ນໃນມໍ່ໆນີ້ ມີຄວາມເລີກເຊິ່ງ ໜັກແໜ້ນ ແລະ ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນມາດຕາ 59 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ. 

    ສຳລັບເນື້ອໃນຕົ້ນຕໍຂອງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ 2 ແມ່ນຈະໄດ້ສຸມໃສ່ດ້ານການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຈຳນວນ ແລະ ລາຍຊື່ຫົວຂໍ້ຂອງແຕ່ລະນິຕິກຳ ຕາມແຜນການແມ່ນບໍ່ໃຫ້ຫຼຸດ 12 ສະບັບ  ການຕົກລົງບັນຫາຂອງແຂວງ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 59 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ເປັນຕົ້ນ ການພິຈາລະນາຮັບຮອງດ້ານບັນຫາການເມືອງ ການປົກຄອງດ້ານເສດຖະກິດ-ສັງຄົມ  ດ້ານການລົງທຶນ ແລະ ບັນຫາອື່ນໆ ເພື່ອຮັບປະກັນໃນການປົກປ້ອງສິດຜົນປະໂຫຍດຂອງລັດ ແລະ ປະຊາຊົນບັນດາເຜົ່າ ໃນຖານະສະພາປະຊາຊົນແຂວງ ເປັນອົງການຕົວແທນແຫ່ງສິດຜົນປະໂຫຍດໃຫ້ໄດ້ຮັບຜົນດີ.

     ໂອກາດນີ້ທ່ານຮອງປະທານ ສພຊ  ກໍໄດ້ມີຄໍາເຫັນກ່າວເຖິງຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ເຮັດວຽກຄັ້ງນີ້ຢູ່ແຂວງສະຫວັນນະເຂດ ເພື່ອປະຕິບັດຕາມພາລະບົດບາດຂອງຄະນະກຳມະທິການດ້ານກົດໝາຍ ເຊິ່ງເປັນກຳມາທິການໜຶ່ງຂອງຄະນະກຳມາທິການກົດໝາຍແຫ່ງຊາດ ເພື່ອຕິດຕາມກວດກາ ໃຫ້ທິດຊີ້ນໍາການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນການດຳເນີນວຽກງານແຕ່ລະຂັ້ນໃຫ້ມີຄວາມຖືກຕ້ອງ ແລະ  ສອດຄ່ອງຕາມລະບຽບກົດໝາຍໃຫ້ຫຼາຍຂຶ້ນ.

# ຂ່າວ ພາບ : ລັດເວລາ

error: Content is protected !!